ຂ່າວ

ກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການສ້າງແຜນແມ່ບົດ ພັດທະນາຊົນລະກະເສດ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ເວລາ 09:00 ​ທີ່ຫ້ອງປະຊຸມ ກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືໃນຄະນະຮັບຜິດຊອບສ້າງແຜນແມ່ບົດພັດທະນາຊົນລະກະເສດ ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າຄະນະຊີ້ນໍາການສ້າງແຜນແມ່ບົດພັດທະນາຊົນລະກະເສດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 16 ທ່ານ ແລະ ມາຈາກບັນດາກົມ, ສະຖາບັນ, ຫ້ອງການ ທີ່ຂື້ນກັບກະຊວງກະສິກໍາ  ແລະ ປ່າໄມ້.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການສ້າງແຜນພັດທະນາຊົນລະກະເສດທີ່ຜ່ານມາ. ຊຶ່ງທ່ານປະທານ ຍັງໄດ້ເວົ້າເຖິງຄວາມສໍາຄັນຂອງການບໍລິຫານຈັດການນໍ້າໃນການຜະລິດກະສິກໍາ ໃນຊ່ວງລະດູຝົນ ແລະ ລະດູແລ້ງ, ແຜນແມ່ບົດພັດທະນາຊົນລະກະເສດຕ້ອງລົງເລິກແຕ່ລະຫົວຂໍ້ທາງດ້ານເຕັກນິກຊົນລະປະທານ, ບັນຫາການຈັດການນໍ້າໃນສະພາບມີການປ່ຽນແປງຂອງດິນຟ້າອາກາດ, ການສົ່ງເສີມການປູກ-ການລ້ຽງໃນພື້ນທີ່ຊົນລະປະທານ, ບັນຫາດ້ານປ່າໄມ້,  ການຮັກສາແຫຼ່ງນໍ້າ ແລະ ບັນດານະໂຍບາຍ ແລະ ນິຕິກໍາ ທີ່ສະໜັບສະໜູນ. ນອກຈາກນັ້ນ, ເພື່ອໃຫ້ສາມາດສໍາເລັດການສ້າງແຜນແມ່ບົດດັ່ງກ່າວ ຈໍາເປັນຕ້ອງມີການກະກຽມແຜນງົບປະມານ ເພື່ອສະເໜີຂໍທຶນຈາກຄູ່ຮ່ວມພັດທະນາ ເຊັ່ນ: ADB, JICA, KOICA ແລະ AFD, ຊຶ່ງຕ້ອງມີການທັດສະນະສຶກສາຖອດຖອນບົດຮຽນຈາກປະເທດເພື່ອນບ້ານ. ກອງປະຊຸມ ໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ.

ກອງປະຊຸມເຜີຍແຜ່ຂໍ້ຕົກລົງແຕ່ງຕັ້ງປະທານ/ຮອງປະທານ ແລະ ສະມາຊິກສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້, ຄັ້ງວັນທີ 13/5/2019, ທີ່ຫ້ອງປະຊຸມ 111 ຫ້ອງການກະຊວງ ກະສິກໍາ ແລະ ປ່າໄມ້.

ກອງ​ປະຊຸມ ແມ່ນຈັດຂຶ້ນໂດຍ ກົມນະໂຍບາຍ ແລະ ແລະ ນິຕິກໍາ, ໄດ້​ເປີດ​ຂື້ນ​ໃນຕອນ​ບ່າຍ ​ເວລາ 13:30 ຂອງ​ວັນ​ທີ 13 ພຶດສະພາ 2019, ທີ່​ຫ້ອງປະຊຸມ 111 ຫ້ອງການ ກະ​ຊ​ວງ ກະສິກໍາ ແລະ ປ່າ​ໄມ້, ​ໂດຍ​ການເປັນ​ປະທານ ​ຂອງ​ ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້. ມີສະມາຊິກ ສພກປ 24 ຄົນ, ຍິງ 2 ຄົນ, ລວມຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ 32 ​ທ່ານ, ຍິງ 4 ທ່ານ, ຊຶ່ງ​ຕ່າງ​ໜ້າ​ມາ​ຈາກ​ບັນ​ດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ກອງເລຂາ ແລະ ແຂກທີ່ຖືກເຊີນ ອ້ອມ​ຂ້າງ​ກະຊວງ ກະສິກໍາ ແລະ ປ່າໄມ້​. ຈຸດປະສົ່ງ: ເພື່ອ​ເຜີຍ​ແຜ່ຂໍ້​ຕົກ​ລົງແຕ່ງ​ຕັ້ງ​​ປະ​ທານ/ຮອງ​ປະ​ທານ ແລະ ສະ​ມາ​ຊິກສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້, ສະບັບເລກທີ 0526/ກປ, ລົງວັນທີ 04 ເມ​ສາ  2019; ເພື່ອສະ​ເໜີ ສະພາບລວມການຈັດຕັ້ງປະຕິບັດວຽກ​ງານໃນໄລຍະຜ່ານມາ 2018 ແລະ ແຜນ​ການ​ເຄື່ອນ​ໄຫວ​ ຂອງ ​ກອງ​ເລ​ຂາສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ​ເພື່ອສະ​ເໜີ ​ຮ່າງເບື້ອງ​ຕົ້ນພ​າ​ລະ​ບົດ​ບາດ ຂອງ ​ສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້.ໂດຍການເປັນປະທານ ຂອງ ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້, ແລະ ຮອງປະທານ ທ່ານ ສົມ​ໄຊ​ ສີ​ຊາ​ນົນ, ຫົວ​ໜ້າ ກົມນະ​ໂຍ​ບາຍ ແລະ ນິ​ຕິ​ກຳ, ກ່າວຈຸດປະສົງ ແລະ ສະພາບຄວາມເປັນມາຂອງວຽກງານ ວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້;

ກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບ ຮ່າງພ​າ​ລະ​ບົດ​ບາດ ຂອງ ​ສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້ ໂດຍບັນດາສະມາຊິກໄດ້ປະກອບຄໍາເຫັນໃນບາງໝວດ ແລະ ມາດຕາ ເພື່ອ ໃຫ້ພາລະບົດບາດມີຄວາມຈະແຈ້ງ, ກວມເອໄົາໜ້າວຽກທີ່ຈໍ່ເປັນ ແລະ ສາມາດປະຕິບັດໄດ້ ແລ້ວມ້ອມໃຫ້ບັນດາສະມາຊິກນໍາກັບໄປຄົ້ນຄວ້າເພີ່ມຕືມ ເພື່ອສົ່ງໃຫ້ກອງເລຂາ ສັງລວມລາຍງານໃຫ້ປະທານ ເປັນເວລາ 2 ອາທິດ. ກອງປະຊຸມດັ່ງກ່າວ ຍັງເຫັນດີເປັນເອກະພາບວ່າ ຄວນມີການຈັດກອງປະຊຸມສາມັນຂອງ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ 2 ຄັງຕໍ່ ປີ ນອກຈາກນັ້ນອາດຈະມີການຈັດກອງປະຊຸມ ຕາມສະພາບການຄວາມຈໍາເປັນ ອີງຕາມການສະເໜີຂອງແຕ່ລະພາກສ່ວນໃນການຄົ້ນຄວ້າ ວິທະຍາສາດເຕັກນິກ ກປ.

ໃນຕອນທ້າຍຂອງກອງປະຊຸມເຫັນວ່າ ການຈັດປະຊຸມ ຄວນໃຫ້ມີເຊີນບັນດາສະມາຊິກທີ່ຢູ່ທ້ອງຖິ້ນເຂົ້າຮ່ວມໃນກອງປະຊຸມໃນຄັ້ງຕໍ່ໄປ ເພື່ອສາມາດປະສານງານ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ອາດຈະມີການຈັດຕັ້ງຜູ້ປະສານງານສະເພາະໃນຂັ້ນຕ່າງໆເຊັ່ນ: ຈຸດປະສານງານລະຫວ່າງ ສະພາວິທະຍາສາດແຫ່ງຊາດ, ບັນດາກົມ, ສະຖາບັນ, ທ້ອງຖິ່ນຂອບຂ້າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ອົງການຈັດຕັ້ງຕ່າງໆ.

ຮູບພາບເພີ້ມເຕີມ

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ

         ໃນຄັ້ງ ວັນທີ 17 ພຶດສະພາ 2019 ເວລາ 13:00 ໂມງ ທີ່ ຫ້ອງປະຊຸມ ກົມແຜນການ ແລະ ການເງິນ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມການເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ ແລະ ບົດສັງເຂບດ້ານນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ເຂົ້າຮ່ວມທັງໜົດ 17 ທ່ານ. ຈຸດປະສົງ: ເພື່ອປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ດ້ານການຈັດການນໍ້າ ແລະ ທາດອາຫານໃນດິນ ແລະ ການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ເຮັດໃຫ້ການຜະລິດກະສິກໍາມີຄວາມຍືນຍົງ.

          ພາຍຫຼັງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ກ່າວເປີດກອງປະຊຸມ ແລະ ຍົກປະເດັນຂຶ້ນມາສົນທະນາກັບທຸກພາກສ່ວນທີ່ເຂົ້າຮ່ວມໃນກອງປະຊຸມວ່າ: ຈະຄຸ້ມຄອງການນໍາໃຊ້ນໍ້າແນວໃດ ເພື່ອໃຫ້ມີຄວາມຍືນຍົງ; ການນໍາໃຊ້ຝຸ່ນໄນໂຕເຈນຄືແນວໃດ? ຜົນດີ, ຜົນຮ້າຍ ຂອງການນໍາໃຊ້ຝຸ່ນເຄມີ ມີຄືແນວໃດ? ເຮົາຈະມີວິທີການໃຊ້ແນວໃດ ເພື່ອໃຫ້ເກີດຜົນຜະລິດສູງສຸດ ແລະ ຄວນມີມາດຕະການສົ່ງເສີມຄືແນວໃດ. ຈາກນັ້ນ, ກໍ່ໄດ້ຮຽນເຊີນ ຕາງໜ້າຄະນະຮັບຜິດຊອບທີ່ກ່ຽວຂ້ອງ ນໍາສະເໜີ:
ທ່ານ ປອ ນິວົງ ສີປະເສີດ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ໃຫ້ຂໍ້ມູນໃນເບື້ອງຕົ້ນກ່ຽວກັບຄວາມເປັນມາຂອງໂຄງການຄຸ້ມຄອງນໍາໃຊ້ນໍ້າ ແລະ ປັບປຸງທາດອາຫານໃນດິນ ສໍາລັບການຜະລິດກະສິກໍາແບບຍືນຍົງ ໃນພື້ນທີ່ເຂດແຫ້ງແລ້ງ ຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB). ເປັນຕົ້ນ ແມ່ນການຄົ້ນຄວ້າທົດລອງໃນການສ້າງໜອງເກັບນໍ້າ ເພື່ອຮັກສານໍ້າຝົນ ແລະ ການນໍາໃຊ້ນໍ້າຊົນລະປະທານແບບປະຢັດ ຄ່ຽງຄູ່ກັບເຕັກນິກການປັບປຸງທາດອາຫານໃນດິນ ໃນພື້ນທີ ທີ່ມັກເກີດໄພແຫ້ງແລ້ງ. ຈາກຜົນຂອງການຈັດຕັ້ງປະຕິບັດດັ່ງກ່າວ ເຫັນໄດ້ວ່າມີທາງອອກໃຫ້ຊາວກະສິກອນຂະໜາດນ້ອຍກ້າວໄປສູ່ຜົນສໍາເລັດໄດ້ຄຶືແນວໃດ? ສະນັ້ນ, ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີ ການກໍານົດຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດ ກິດຈະກໍາດັ່ງກ່າວ ເພື່ອສົ່ງເສີມການຜະລິດກະສິກໍາໃຫ້ມີຄວາມຍືນຍົງ, ສາມາດ ຄໍ້າປະກັນທາງດ້ານສະບຽງອາຫານ, ປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນໃຫ້ດີຂື້ນ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ ໃນເຂດພື້ນທີ່ການຜະລິດທີ່ມັກເກີດໄພແຫ້ງແລ້ງ.
ທ່ານ ນ ສີສະຫວັນ ວົງລໍຄໍາ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມສ້າງໜອງເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
ການພັດທະນານະໂຍບາຍ ແລະ ມາດຕະການ ເພື່ອສົ່ງເສີມ ການສ້າງໜອງເກັບນ້ຳ ທີ່ຄຸ້ມຄອງໂດຍຊາວກະສິກອນເອງ ແມ່ນມີຄວາມຈໍາເປັນຕ້ອງເພີ້ມຂີດຄວາມສາມາດ ຂອງຊາວກະສິກອນ ໃນດ້ານການຄຸ້ມຄອງນໍາໃຊ້ເຕັກນິກການເກັບຮັກສາໜອງນໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດ ພືດ, ຜັກ ແລະ ລ້ຽງສັດ, ຮັບປະກັນທາງດ້ານສະບຽງອາຫານ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊາວກະສິກອນ;
– ຊຸກຍູ້ ແລະ ເສີມຂະຫຍາຍ ເຕັກນິກການສະໜອງນ້ຳ ໂດຍການສືບຕໍ່ສາທິດ ແລະ ໃຫ້ຄວາມຮູ້ກ່ຽວກັບເຕັກໂນໂລຊີການນຳໃຊ້ນໍ້າແບບປະຢັດ ແລະ ການປັບປຸງທາດອາຫານໃນດິນ ໂດຍການສ້າງຕົວແບບໃນການຜະລິດກະສິກຳ ຢູ່ໃນເຂດແຫ້ງແລ້ງອື່ນໆ ໃນ ສປປ ລາວ;
– ພັດທະນາຂີດຄວາມສາມາດຂອງສະຖາບັນ ແລະ ບຸກຄະລາກອນ ໃນການສ້າງໜອງ ເພື່ອເກັບນ້ຳໃນຊ່ວງລະດູຝົນ ແລະ ເຕັກໂນໂລຊີການປັບປຸງທາດອາຫານໃນດິນ;
– ເພີ່ມທະວີການໃຫ້ຂໍ້ມູນແກ່ຊາວກະສິກອນໃຫ້ເຂົ້າເຖິງແຫຼ່ງເງິນທຶນ ຈາກທະນາຄານເຊັ່ນ: ທະນາຄານສົ່ງເສີມກະສິກໍາ, ທະນາຄານນະໂຍບາຍ…;
– ເພີ້ມທະວີການເຂົ້າເຖິງຕະຫຼາດ ແລະ ຕ່ອງໂສ້ມູນຄ່າເພີ້ມ.
ທ່ານ ນ ສຸດາຈັນ ສີສຸລາດ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
– ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບເຂົ້າເປັນບັນດານະໂຍບາຍສົ່ງເສີມ ຂອງຂະແໜງກະສິກໍາ;
ສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນ ແລະ ບຸກຄະລາກອນ;
– ສະໜັບສະໜູນຊາວກະສິກອນໃນການຈັດຕັ້ງກຸ່ມ ເພື່ອການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ, ເຮັດໃຫ້ມີອໍານາດໃນການເຂົ້າເຖີງແຫຼ່ງຊັບພະຍາກອນ ແລະ ການເຈລະຈາຕໍ່ລອງໃນການກູ້ຢືມເງິນ;
– ສືບຕໍ່ການລົງທຶນດ້ານວຽກງານຄົ້ນຄວ້າ ສໍາລັບການພັດທະນາວິທີການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ.

ຜ່ານການປຶກສາຫາລື ກອງປະຊຸມ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ສະຫຼຸບໃຫ້ເຫັນວ່າ:

          ເນື່ອງຈາກວ່າ ເປັນການຍາກທີ່ຈະປ່ອຍໃຫ້ພື້ນທີ່ນໍາໃຊ້ເຂົ້າໃນການຜະລິດໃຫ້ມີການນໍາໄຊ້ດິນໄປເລື້ອຍໆ ໂດຍບໍ່ມີການປັບປຸງ ຊຶ່ງເຮັດໃຫ້ດິນມີການເຊື່ອມໂຊມ, ຊາວກະສິກອນຫາທາງອອກໂດຍການຊື້ຝຸ່ນຢູເລຍມາໃຊ້ ແຕ່ບໍ່ຮູ້ວ່າຈະໃຊ້ແນວໃດໃຫ້ດິນສາມາດນໍ້າໃຊ້ໄດ້ຍາວນານ. ເມື່ອເປັນແນວນັ້ນຈະຕ້ອງໄດ້ມີການນໍາໃຊ້ຝຸ່ນໄນໂຕຣເຈນ ແລະ ຝຸ່ນອົງທາດ ແບບປະສົມປະສານ ເພື່ອເຮັດໃຫ້ຕົ້ນທຶນການຜະລິດຕໍ່າ ແລະ ຍົກສູງຄຸນນະພາບ ຂອງດິນໄວ້ໃຫ້ມີການນໍາໃຊ້ແບບຍືນຍົງ. ດັ່ງນັ້ນ, ຈຶ່ງຄວນສຶບຕໍ່ຊຸກຍູ້ວິທີເຮັດຝຸ່ນແບບປະສົມໂດຍການນໍາໃຊ້ວັດຖຸຈາກທໍາມະຊາດ.
ສືບຕໍ່ວິທີເກັບຮັກສານໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດແບບເຕັມທີ ໂດຍການຂຸດໜອງເກັບນໍ້າ, ຄວນມີວິທີການນໍາໃຊ້ເຕັກນິກການເກັບຮັກສາ ແລະ ຄຸ້ມຄອງການນໍາໃຊ້ນໍ້າໃຫ້ມີຄວາມຍືນຍົງ. ພ້ອມນີ້ທ່ານກໍ່ຍັງໄດ້ຍົກ ຕົວຢ່າງ: ເຕັກນິກການເກັບຮັກສານໍ້າໄວ້ດົນຄື: ການເກັບຮັກສານໍ້າໜອງ ແມ່ນຄວນມີການເສີມຜ້າຢ່າງຮອງພື້ນ ແລະ ການກັນຊຶມອອກທາງຂ້າງ ເພື່ອໃຫ້ມີນໍ້າໃຊ້ເຂົ້າໃນການຜະລິດແບບຍາວນານ.

ພາບ ແລະ ຂ່າວໂດຍ: ນ ຈັນສົມ ຄູນສົມບັດ

ກອງປະຊຸມປຶກສາຫາລືກຳນົດທິດທາງ-ໄລຍະການປັບປຸງກົນໄກການຊຸກຍູ້ການຜະລິດກະສິກຳພາຍໃຕ້ຂໍ້ຜູກພັນສັນຍາ

        ໃນຄັ້ງ ວັນທີ 23 ເມສາ 2019 ເວລາ 8:30 ໂມງ ທີ່ໂຮງແຮມລາວພຮາຊາ ກົມນະໂຍບາຍ ແລະ ນິຕິກໍາ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືກຳນົດທິດທາງ-ໄລຍະການປັບປຸງກົນໄກການຊຸກຍູ້ການຜະລິດກະສິກຳ ພາຍໃຕ້ຂໍ້ຜູກພັນສັນຍາ ໃຫ້ມີຄວາມສອດຄ່ອງ ແລະ ປະຕິບັດໄດ້ຢ່າງເປັນຮູບປະທຳ ໄດ້ຈັດຂຶ້ນໃນ ໂດຍການເປັນປະທານຮ່ວມຂອງ ທ່ານ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ Nasar Muhammad Hayat ຜູ້ຕາງໜ້າອົງການ FAO ປະຈຳລາວ; ມີຫ້ອງການກະຊວງຍຸຕິທໍາ, ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ສູນຄົ້ນຄວ້າສັງຄົມ-ເສດຖະກິດ ແລະ ນະໂຍບາຍ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີປຸ່ນ ມະຫາວິທະຍາໄລແຫ່ງຊາດ, ກົມແຜນການ ແລະ ການເງິນ ກະຊວງ ກປ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາພະແນກອ້ອມຂ້າງກົມນະໂຍບາຍ ແລະ ນິຕິກໍາ, ທະນາຄານໂລກ, ທະນາຄານພັດທະນາອາຊີ ປະຈໍາລາວ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການດ້ານການຜະລິດອື່ນໆ ເຂົ້າຮ່ວມລວມທັງໝົດ 38 ທ່ານ, ຍິງ 10 ທ່ານ.
ຈຸດປະສົງກອງປະຊຸມເພື່ອເພື່ອປຶກສາຫາລືກຳນົດທິດທາງ-ໄລຍະການປັບປຸງກົນໄກການຊຸກຍູ້ການຜະລິດກະສິກຳ ພາຍໃຕ້ຂໍ້ຜູກພັນສັນຍາ ໃຫ້ມີຄວາມສອດຄ່ອງ ແລະ ປະຕິບັດໄດ້ຢ່າງເປັນຮູບປະທຳ. ກອງປະຊຸມຄັ້ງນີ້ ແມ່ນໄດ້ດຳເນີນເປັນ 3 ວາລະໃຫຍ່ ຄື: ວາລະທີ່ 1: ນໍາສະເໜີຜົນການສຶກສາ ແລະ ທົບທວນການຈັດຕັ້ງປະຕິບັດການຜະລິດກະສິກໍາ ພາຍໃຕ້ຂໍ້ຜູກພັນສັນຍາ (Contract Farming) ຢູ່ ສປປ ລາວ. ການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ດ້ວຍຮູບແບບຂໍ້ຜູກພັນສັນຍາ ຢູ່ ສປປ ລາວ ເພື່ອເຊື່ອມໂຍງຊາວກະສິກອນຢູ່ເຂດຊົນນະບົດເຂົ້າເຖີງຕະຫຼາດ ສາມາດສະຫຼຸບບັນຫາ, ສິ່ງທ້າທ້າຍ, ຂໍ້ຄົງຄ້າງ ແລະ ໂອກາດ ທີ່ສໍາຄັນໃນການຈັດຕັ້ງປະຕິບັດ ເຊັ່ນ:

1) ການຈັດຕັ້ງປະຕິບັດການຜະລິດແບບຂໍ້ຜູກພັນສັນຍາ ໄດ້ສົ່ງຜົນກະທົບມີທັງທາງບວກ ແລະ ທາງລົບ (ມີລາຍຮັບຕົວຈິງ ແຕ່ຄວາມສາມາດຕໍ່ລອງຕ່ຳ, ຄວາມຮັບຮູ້ດ້ານເຕັກນິກ ແລະ ການຕະຫຼາດ ຖືກຈຳກັດ, ພື້ນທີ່ດິນຜະລິດ ແລະ ສະພາບແວດລ້ອມເຊື່ອມຄຸນນະພາບ);
2) ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະກະຊວງທີ່ກ່ຽວຂອງຍັງບໍ່ແຈ້ງ;
3) ເຄື່ອງມືທາງດ້ານກົດຫມາຍ ແລະ ນິຕິກໍາທີ່ມີຢູ່ໃນປະຈຸບັນ ບໍ່ກວມເອົາຂົງເຂດການຜະລິດກະສິກໍາ ແບບມີຂໍ້ຜູກພັນສັນຍາ;
4) ຍັງມີຄວາມຫຍຸ້ງຍາກ ໃນຂັ້ນຕອນການດໍາເນີນທຸລະກິດກ່ຽວກັບການຜະລິດກະສິກໍາແບບຂໍ້ຜູກພັນສັນຍາ;
5) ບໍ່ມີການຕິດຕາມ ແລະ ການປະເມີນຜົນການປະຕິບັດ ລວມທັງຜົນກະທົບຂອງຂໍ້ຜູກພັນສັນຍາໃນການຜະລິດກະສິກໍາ;
6) ຍັງຂາດນະໂຍບາຍສະໜັບສະໜູນ ການດໍາເນີນທຸລະກິດກ່ຽວກັບ ການຜະລິດກະສິກຳແບບຜູກພັນສັນຍາ ແລະ ບັນຫາອື່ນໆ; ວາລະທີ່ 2: ທິດທາງການພັດທະນາການຜະລິດກະສິກຳແບບຂໍ້ຜູກພັນສັນຍາ ຢູ່ ສປປ ລາວ, ຈາກບັນຫາ, ສິ່ງທ້າທ້າຍ, ຂໍ້ຄົງຄ້າງ ແລະ ໂອກາດ ທີ່ສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດກໍານົດເປັນທິດທາງການພັດທະນາ ໃນ 5 ຂົງເຂດ ກວມເອົາ 17 ໜ້າວຽກ ໂດຍມີ 28 ທາງເລືອກ ໃນການຈັດຕັ້ງປະຕິບັດ; ວາລະທີ່ 3: ຜ່ານການສົນທະນາ, ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນແບບກົງໄປກົງມາ, ສ້າງສັນ ຂອງບັນດາຜູ້ແທນຈາກຫຼາຍພາກສ່ວນ ອົງການຈັດຕັ້ງພາກລັດ, ເອກະຊົນ ແລະ ການຈັດຕັ້ງສາກົນ ຊຶ່ງລ້ວນແລ້ວແຕ່ແມ່ນຜູ້ທີ່ມີບົດຮຽນ ແລະ ປະສົບການຕົວຈິງ ໃນວຽກງານຊຸກຍູ້ການຜະລິດກະສິກຳແບບຂໍ້ຜູກພັນສັນຍາ ເພື່ອຊອກໄດ້ທິດທາງການປັບປຸງ, ການພັດທະນາວຽກງານດັ່ງກ່າວ ໃຫ້ມີຄວາມສອດຄ່ອງ, ເກີດປະໂຫຍດກັບທຸກຝ່າຍ, ຄຸ້ມຄອງໄດ້ຢ່າງ ເອກະພາບ. ກອງປະຊຸມເຫັນດີເປັນເອກະພາບຮັບຮອງວ່າ: ໃນ ສປປ ລາວ ຕ້ອງພັດທະນາປັບປຸງ ໃນ 5 ຂົງເຂດ 17 ໜ້າວຽກ ໂດຍມີ 28 ທາງເລືອກ ໃນການຈັດຕັ້ງປະຕິບັດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ ແລະ ບໍລິສັດ ຕ້ອງໄດ້ເຂົ້າມາມີສ່ວນຮ່ວມໃນວຽກງານ ດັ່ງກ່າວ ດ້ວຍຄວາມຮັບຜິດຊອບແທ້ໆ.

            ໃນວະລະສຸດທ້າຍ ໄດ້ມີການປະເມີນ ຕີລາຄາຜົນກອງປະຊຸມ ເຫັນໄດ້ 3 ດ້ານ ຄື: (1) ການນໍາກະຊວງ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສັນຍາການຜະລິດກະສິກໍາ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊຸກຍູ້ການຜະລິດເປັນສິນຄ້າ ແລະ ການສົ່ງເສີມການລົງທຶນຈາກຕ່າງປະເທດ, ເປັນ ຕົ້ນ ແມ່ນສົ່ງເສີມການປູກພືດ, ໄມ້ອຸດສະຫະກຳເປັນສິນຄ້າ ແລະ ການລ້ຽງສັດໃຫຍ່ເປັນສິນຄ້າ ຊຶ່ງເປັນບ່ອນອີງ ແລະ ທິດທາງໃຫ້ແກ່ຜູ້ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດວຽກງານ; (2) ຄະນະຮັບຜິດຊອບ ໄດ້ມີການກະກຽມດີ ໂດຍມີການແບ່ງຄວາມຮັບຜິດຊອບວຽກພາຍໃນ ລະອຽດຈະແຈ້ງ; (3) ວິທະຍາກອນ ທີ່ນຳສະເໜີຜົນການສຶກສາທົບທວນ ແມ່ນເປັນຜູ້ຊ່ຽວຊານຈາກອົງການ FAO ກໍ່ໄດ້ໃຫ້ກຽດມາສະເໜີບົດຕາມກຳນົດເວລາ ພ້ອມທັງໃຫ້ການຊີ້ແຈງບັນຫາທີ່ຜູ້ແທນໄດ້ຍົກຂຶ້ນລະອຽດພໍສົມຄວນ ໃນການປຶກສາແລກປ່ຽນສົນທະນາຢ່າງກົງໄປກົງມາ ໂດຍສົມທຽບກັບການຈັດ ຕັ້ງປະຕິບັດຕົວຈິງ ເພາະເຫັນວ່າການຜະລິດກະສິກຳແບບຜູກພັນສັນຍາ ມີສາຍກ່ຽວພັນລະຫວ່າງຜູ້ຜະລິດ, ເຄື່ອງມື, ພາຫະນະການຜະລິດ, ຜູ້ປະກອບການ ຫຼື ຜູ້ລົງທຶນ ແລະ ຕະຫຼາດ. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນໃຫ້ດີຂື້ນເປັນກ້າວໆ.