ກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການສ້າງແຜນແມ່ບົດ ພັດທະນາຊົນລະກະເສດ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ເວລາ 09:00 ​ທີ່ຫ້ອງປະຊຸມ ກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືໃນຄະນະຮັບຜິດຊອບສ້າງແຜນແມ່ບົດພັດທະນາຊົນລະກະເສດ ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າຄະນະຊີ້ນໍາການສ້າງແຜນແມ່ບົດພັດທະນາຊົນລະກະເສດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 16 ທ່ານ ແລະ ມາຈາກບັນດາກົມ, ສະຖາບັນ, ຫ້ອງການ ທີ່ຂື້ນກັບກະຊວງກະສິກໍາ  ແລະ ປ່າໄມ້.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການສ້າງແຜນພັດທະນາຊົນລະກະເສດທີ່ຜ່ານມາ. ຊຶ່ງທ່ານປະທານ ຍັງໄດ້ເວົ້າເຖິງຄວາມສໍາຄັນຂອງການບໍລິຫານຈັດການນໍ້າໃນການຜະລິດກະສິກໍາ ໃນຊ່ວງລະດູຝົນ ແລະ ລະດູແລ້ງ, ແຜນແມ່ບົດພັດທະນາຊົນລະກະເສດຕ້ອງລົງເລິກແຕ່ລະຫົວຂໍ້ທາງດ້ານເຕັກນິກຊົນລະປະທານ, ບັນຫາການຈັດການນໍ້າໃນສະພາບມີການປ່ຽນແປງຂອງດິນຟ້າອາກາດ, ການສົ່ງເສີມການປູກ-ການລ້ຽງໃນພື້ນທີ່ຊົນລະປະທານ, ບັນຫາດ້ານປ່າໄມ້,  ການຮັກສາແຫຼ່ງນໍ້າ ແລະ ບັນດານະໂຍບາຍ ແລະ ນິຕິກໍາ ທີ່ສະໜັບສະໜູນ. ນອກຈາກນັ້ນ, ເພື່ອໃຫ້ສາມາດສໍາເລັດການສ້າງແຜນແມ່ບົດດັ່ງກ່າວ ຈໍາເປັນຕ້ອງມີການກະກຽມແຜນງົບປະມານ ເພື່ອສະເໜີຂໍທຶນຈາກຄູ່ຮ່ວມພັດທະນາ ເຊັ່ນ: ADB, JICA, KOICA ແລະ AFD, ຊຶ່ງຕ້ອງມີການທັດສະນະສຶກສາຖອດຖອນບົດຮຽນຈາກປະເທດເພື່ອນບ້ານ. ກອງປະຊຸມ ໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ.

One Response to ກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການສ້າງແຜນແມ່ບົດ ພັດທະນາຊົນລະກະເສດ

  • ເປັນຂ່າວທີ່ດີ ແລະ ວອງໄວທັນສະພາບການ, ຖ້າແຜນນີ້ສໍາເລັດມັນຈະຊ່ວຍດ້ານການຈັດຕັ້ງປະຕິບັດ ແລະ ພັດທະນາກະສິກໍາປ່າໄມ້.

Leave a Reply

Your email address will not be published. Required fields are marked *