ນະໂຍບາຍ

ຄວາມສໍາຄັນຂອງພັດທະນານະໂຍບາຍ

ໃນ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ, ຍຸດ​ທະ​ສາດ ແລະ ແຜນ​ງານ​ຕ່າງໆ ຂອງ​ຂະ​ແໜງ​ການ ແມ່ນ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ການ​ປ່ຽນ​ແປງ ເໜັງ​ຕີງ​ທາງ​ດ້ານ​​ເສດ​ຖະ​ກິດ, ສັງ​ຄົມ, ຕະ​ຫຼາດ, ສະ​ພາບ​ແວດ​ລ້ອມ ແລະ ອາ​ກາດ. ການ​ຫັນ​ປ່ຽນ​ການ​ຜະ​ລິດ​ແບບ​ດັ້ງ​ເດີມ ໄປ​ສູ່​ການ​ຜະ​ລິດ​ກະ​ສິ​ກຳເປັນ​ສິນ​ຄ້າ ຍິ່ງ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຜູ້​ຜະ​ລິດ, ຜູ້​ບໍ​ລິ​ໂພກ, ດິນ ແລະ ນ້ຳ. ສະ​ນັ້ນ​ການກຳ​ ​ນົດການສ້າງ ແລະ ປັບ​ປຸງ​ນະ​ໂຍ​ບາຍ​, ການຕິດ​ຕາມ​ຊຸກ​ຍູ້​​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ຕ່າງໆ ຍິ່ງ​ຕ້ອງ​ເພີ້ມ​ທະ​ວີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ປ່ຽນ​ແປງ​ເຫຼົ່າ​ນັ້ນ ທັງ​ຕ້ອງຕອບສະ​ໜອງ​ໃຫ້ໄວ, ທັນ​ເວ​ລາ ຈຶ່ງ​ຈະ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຜະ​ລິດ​ກະ​ສິ​ກຳ​ໄດ້.

ຂົງເຂດວຽກງານນະໂຍບາຍມີດັ່ງນີ້:

  1. ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ
  2. ການຜະລິດເປັນສິນຄ້າ
  3. ການຄຸ້ມຄອງປ່າໄມ້
  4. ການພັດທະນາຊົນນະບົດ
  5. ການເຕີບໂຕສີຂຽວ ແລະ ກະສິກຳຢືນຍົງ
  6. ແຮງງານໃນພາກກະສິກໍາ

ຂະບວນການສ້າງນະໂຍບາຍ

ຂະບວນການສ້າງນະໂຍບາຍແມ່ນ​ປະ​ກອບ​ມີ​ຫຼາຍ​ຂັ້ນ​ຕອນ ​ເລີ່ມຈາກ​ການ​ວິ​ເຄາະສະຖານະການ ຕີ​ລາ​ຄາ​ສະ​ພາບ​ຢ່າງ​ຮອບ​ດ້ານ, ຈັດ​ລຽງ​ຕີ​ຂອບ​ປະ​ເດັນ​ທາງນະ​ໂຍ​ບາຍ ແລະ ຈັດລຽງຄວາມສຳຄັນ, ສຶກ​ສາ ແລະ ​ຄົ້ນ​ຄວ້າ ລົງ​ເລິກ​ປະ​ເດັນ​ສະ​ເພາະ​ເພີ້ມ​ເຕີມ​ໃຫ້​ເຫັນ​ບັນ​ຫາ-ສາ​ເຫດ, ກຳ​ນົດ​ທາງ​​ເລືອກໃນ​ດ້ານ​ນະ​ໂບາຍ, ​ສະ​ເໜີອອກເປັນນະ​ໂຍ​ບາຍ ແລະ ຕິດ​ຕາມ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດນະ​ໂຍ​ບາຍ​ທີ່​ໄດ້​ກຳ​ນົດ​ອອກ​. ແຕ່​ນະ​ໂຍ​ບາຍ​ຈະ​ເກີດ​ຂື້ນ​ໄດ້ ກໍ່​ຕໍ່​ເມື່ອ ​ມີ​ການ​ປະ​ສານສົມ​ທົບ ແລະ ​ມີ​ສ່ວນ​ຮ່ວມ​ຂອງ​ຫຼາຍ​ພາກ​ສ່ວນທີ່​ກ່ຽວ​ຂ້ອງ ທັງ​ພາຍ​ໃນ​ກະ​ຊວງກະ​ສິ​ກຳ ແລະ ປ່າໄມ້ ແລະ ອົງ​ການ​ຈັດ​ຕັ້ງ​ອື່ນໆ ເພື່ອຮັບປະກັນມີການ​ບໍ​ລິ​ການ, ມີນະໂຍບາຍ ແລະ ນິຕິກໍາ ທີ່ສອດຄ່ອງໃຫ້ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ ແລະ ແຜນ​ງານ​ຕ່າງໆໄປ ຕາມທິດ​ພັດ​ທະ​ນາ​ສີ​ຂຽວ, ຍືນ​ຍົງ ແລະ ທິດສາມສ້າງ ຂອງ ກົມການເມືອງ ກໍ່​ຄື​ຂອງ​ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ.

ຂະບວນການພັດທະນານະໂຍບາຍ