Soulieck Kingkeo

ກອງປະຊຸມຄະນະຮັບຜິດຊອບ ປັບປຸງຍຸດທະສາດພັດທະນາກະກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2019, ເວລາ 09:00 ທີ່ ຫ້ອງປະຊຸມສະໂມສອນ ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືພາຍໃນຄະນະຮັບຜິດຊອບ ຕາມຂໍ້ຕົກລົງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າຄະນະຊີ້ນໍາລວມ, ທັງເປັນຫົວໜ້າຄະນະເນື້ອໃນ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 28 ທ່ານ (ລາຍລະອຽດການລົງທະບຽນຄັດຕິດມາພ້ອມນີ້) ໂດຍມີຈຸດປະສົງເພື່ອ:

 

(1) ສ້າງຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ເປັນເອກະພາບກັນ ຕໍ່ກັບກອບການທົບທວນ ແລະ ປັບປຸງຍຸດທະສາດກະສິກໍາ ເປັນຕົ້ນ ໂຄງປະກອບຂອງຍຸດທະສາດກະສິກໍາ;
(2) ນໍາສະເໜີວິທີການ ແລະ ຂະບວນການທົບທວນ ແລະ ປັບປຸງຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030;
(3) ປຶກສາຫາລື ແລະ ປະກອບຄໍາເຫັນຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້.

ຫຼັງຈາກນັ້ນ, ໄດ້ເປີດເວທີປຶກສາຫາລື ແລະ ປະກອບຄຳເຫັນ ຂອງຄະນະຮັບຜິດຊອບ ຕໍ່ການນຳສະເໜີເຊິ່ງສ່ວນໃຫຍ່ ກໍເຫັນດີເປັນເອກະພາບ ຕໍ່ກັບກອບ ແລະ ແບບແຜນວິທີການ ໃນການປັບປຸງຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030. ແຕ່ກໍ່ເຫັນວ່າ ຍັງມີບາງປະເດັນ ທີ່ຈໍາເປັນຈະຕ້ອງໄດ້ປັບປຸງ ແລະ ເພີ່ມເຕີມ ດັ່ງມີລາຍລະອຽດລຸ່ມນີ້:
• ໃນການທົບທວນ ແລະ ປັບປຸງຍຸດທະສາດັ່ງກ່າວນີ້ ຄວນຈະທົບທວນເບິ່ງໝາກຜົນການຈັດຕັ້ງປະຕິບັດທີ່ຜ່ານມາ ແລະ ຂໍ້ຄົງຄ້າງ/ສິ່ງທ້າທາຍ ທີ່ຕ້ອງໄດ້ມີການປັບປຸງແກ້ໄຂ ແລະ ສາມາດນໍາໃຊ້ເປັນບົດຮຽນ ໃນການປັບປຸງຄັ້ງນີ້;
• ຍຸດທະສາດ ສະບັບປັບປຸງນີ້ ເບິ່ງເລິກເຖິງບັນຫາ ທີ່ພົວພັນກັບຊາວກະສິກອນ, ກະສິກຳ ແລະ ການພັດທະນາຊົນນະບົດແນໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ເປັນລະບົບຄົບຊຸດ;
• ບັນຫາໃຈກາງ ແມ່ນສຸມໃສ່ປັບປຸງກຳລັງການຜະລິດ ແລະ ການພົວພັນການຜະລິດໃຫ້ສອດຄ່ອງ, ການຫັນເປັນອຸສະຫະກຳ ແລະ ທັນສະໄໝ, ການປັບປຸງໂຄງປະກອບກະສິກຳ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ;
• ຍຸດທະສາດດັ່ງກ່າວ ຄວນຄໍານຶງເຖິງກົນໄກ/ເຄື່ອງມື ສໍາລັບການສົ່ງເສີມ/ສະໜັບສະໜູນ/ດຶງດູດ ນັກທຸລະ ກິດ ຫຼື ຜູ້ປະກອບການ ໃຫ້ຫັນມາລົງທຶນ ໃນຂະແໜງກະສິກໍາໃຫ້ຫຼາຍຂຶ້ນ.

ຜ່ານການປຶກສາຫາລື ກອງປະຊຸມ ໄດ້ຕົກລົງເຫັນດີເປັນເອກະພາບ ດັ່ງລຸ່ມນີ້:
1) ການປັບປຸງ ຍຸດທະສາດ ພັດທະນາກະສິກໍາ ນີ້ ຈະຕ້ອງອີງໃສ່ (1) ມະຕິກອງປະຊຸມຂອງຄະນະບໍລິຫານສູນກາງພັກຄັ້ງທີ 7 ແລະ ຄັ້ງທີ 1 ແລະ (2) ຮ່າງ ໂຄງສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 (2021-2025);
2) ການປັບປຸງຍຸດທະສາດເຫັນວ່າຕ້ອງເນັ້ນໃຫ້ເຫັນສາຍພົວພັນຂອງການພັດທະນາຊາວກະສິກອນ,ກະສິກໍາ ແລະ ຊົນນະບົດ;
3) ໃຫ້ຄະນະກອງເລຂາ ສືບຕໍ່ຄົ້ນຄວ້າ, ທົບທວນ ແລະ “ຮ່າງ“ ໂຄງປະກອບ ຍຸດທະສາດ ພັດທະນາກະສິກໍາ ສະບັບປັບປຸງ ໂດຍໃຫ້ປະກອບມີ ປູກຝັງ, ລ້ຽງສັດ, ພື້ນທາງໂຄງລ່າງການຜະລິດ ທີ່ກ່ຽວຂ້ອງກັບການພັດທະ ນາກະສິກໍາ ເຫຼົ່ານີ້ເປັນຕົ້ນ. ແຕ່ກໍ່ຈະຕ້ອງໃຫ້ມີວຽກງານດ້ານອື່ນໆ ທີ່ສະໜັບສະໜູນ ການຈັດຕັ້ງ/ພັດທະນາ ວຽກງານດັ່ງກ່າວ ເຊັ່ນ: ຊັບພະຍາກອນມະນຸດ, ສົ່ງເສີມເຕັກນິກ, ແລະ ດ້ານອື່ນໆ ທີ່ກ່ຽວຂ້ອງ; ພາຍຫຼັງທີ່ສໍາເລັດ ໂຄງຮ່າງ ແລະ ເນື້ອໃນ (ຮ່າງຍຸດທະສາດ ສະບັບທີ 01) ໃຫ້ສະເໜີມາຍັງຄະນະຊີ້ນໍລວມ ເພື່ອເປີດກອງປະຊຸມຄົບຄະນະ ຄັ້ງທີ 02 ແລະ ຕໍ່ໆໄປ ຕາມເໝາະສົມ;
4) ສໍາລັບໂຄງຮ່າງ ຍຸດທະສາດພັດທະນາກະສິກໍາ ສະບັບປັບປຸງ ຄວນຈະປະກອບມີ: (1) ການຕີລາຄາ ສະພາບຄວາມເປັນຈິງຂອງຂະແໜງການໃນໄລຍະຈັດຕັ້ງປະຕິບັດຜ່ານມາ; (2) ການກໍານົດທິດທາງ ແລະ ເປົ້າໝາຍ ຂອງຍຸດທະສາດ; ແລະ (3) ຮູບແບບວິທີການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍທີ່ກໍານົດໄວ້;
5) ສໍາລັບການທົບທວນ ຍຸດທະສາດພັດທະນາກະສິກໍາ (ສະບັບປະຈຸບັນ) ແມ່ນໃຫ້ສາມາດສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດຜ່ານມາ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມທັງ ໃຫ້ນໍາເອົາວິທີການຈັດຕັ້ງປະຕິບັດ ທີ່ປະສົບຜົນສໍາເລັດ ມາປະກອບໃສ່ ຍຸດທະສາດ ສະບັບປັບປຸງ ເພື່ອສືບຕໍ່ໃຫ້ການຈັດຕັ້ງປະຕິບັດ ມີຜົນສໍາເລັດຕາມເປົ້າໝາຍ;
6) ສໍາລັບງົບປະມານການທົບທວນ ແລະ ປັບປຸງຍຸດທະສາດດັ່ງກ່າວນີ້ ແມ່ນສະເໜີໃຫ້ນໍາໃຊ້ງົບປະມານ ຂອງກະຊວງກະສິກໍາ ແລະ ປ່າໄມ້, ເຊິ່ງຄະນະກອງເລຂາ ໄດ້ຂຶ້ນແຜນລະອຽດ ແລະ ສະເໜີການນໍາ ເພື່ອອະນຸມັດ.

ກອງປະຊຸມໄດ້ປິດລົງໃນເວລາ 11:00 ໂມງ ຂອງວັນດຽວກັນ.

 

ພາບ ແລະ ຂ່າວໂດຍ: ສຸລິເອກ ກິ່ງແກ້ວ

ການແລກປ່ຽນບົດຮຽນ ກ່ຽວກັບການພັດທະນານະໂຍບາຍ-ນິຕິກຳ ຢູ່ຣາຊະອະນາຈັກໄທ

ພາຍຫຼັງໄດ້ຮັບທິດຊີ້ນໍາ ຈາກການນໍາກະຊວງ ກ່ຽວກັບການຮ່າງ ແລະ ພັດທະນາ ນະໂຍບາຍ ເຊິ່ງຈຳເປັນຕ້ອງມີການຖອດຖອນບົດຮຽນກັບພາກສ່ວນພາຍ  ນອກ  ເນື່ອງຈາກວ່າການຈັດຕັ້ງປະຕິບັດມີສິ່ງທ້າທາຍຫຼາຍຢ່າງ ແລະ ເພື່ອເຮັດໃຫ້ການພັດທະນາ ນະໂຍບາຍ ມີປະສິດທິພາບ ແລະ ເປັນເອກະພາບ ໃນຂະແໜງການ. ສະນັ້ນ, ໃນລະຫວ່າງວັນທີ 09 -14 ມິຖຸນາ 2019 ກົມນະໂຍບາຍ ແລະ ນິຕິກໍາ ໄດ້ປະສານສົມທົບກັບຄູ່ຮ່ວມງານ ແລະ ພາກສ່ວນ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ພາຍໃຕ້ການສະໜັບສະໜູນດ້ານ ການເງິນ ຈາກອົງກອນ FAO.

ຈຶ່ງມີໂອກາດໄດ້ໄປຖອດຖອນບົດຮຽນກ່ຽວກັບ ກົນໄກສະໜັບ ສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ຣາຊະອະນາຈັກໄທ ໂດຍມີຜູ້ເຂົ້າຮ່ວມຈຳນວນ 7 ທ່ານ ຈາກກົມນະໂຍບາຍ ແລະ ນິຕິກຳ ດັ່ງລຸ່ມນີ້:

  1. ທ່ານ ວິລະພັນ ສີຈະເລີນ, ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ;
  2. ທ່ານ ປອ. ວົງປະພັນ ມະນີວົງ, ຫົວໜ້າພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ;
  3. ທ່ານ ຄໍາລ່ຽນ ນໍລະສິງ, ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ, ກົມນະໂຍບາຍ ແລະ ນິຕິກໍາ;
  4. ທ່ານ ກິ່ງແກ້ວ ແສງສຸວັນ, ຫົວໜ້າກອງເລຂາສະພາວິທະຍາສາດ ເຕັກນິກກະສິກໍາ ແລະ ປ່າໄມ້, ກົມນະໂຍບາຍ ແລະ ນິຕິກໍາ;
  5. ທ່ານ Samm Musoke, ທີ່ປຶກສາປະຈໍາກົມນະໂຍບາຍ ແລະ ນິຕິກໍາ;
  6. ທ່ານ ເພັດສະຫວັນ ແພງພະຈັນ, ພະນັກງານວິຊາການ ພະແນກນິຕິກໍາ, ກົມນະໂຍບາຍ ແລະ ນິຕິກໍາ;
  7. ທ່ານ ນ. ສຸດາຈັນ ສີສຸລາດ, ພະນັກງານວິຊາການ ພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ.

ໂດຍມີຈຸດປະສົງ ເພື່ອໄປຖອດບົດຮຽນກັບບັນດາພາກສ່ວນຕ່າງໆ ກ່ຽວກັບກົນໄກສະໜັບສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄື:

1. ສຳນັກງານສະພາພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ;

2. ສໍານັກງງານເສດຖະກິດການກະເສດ, ກະຊວງກະເສດ ແລະ ສະຫະກອນ;

3.ສໍານັກງານນະໂຍບາຍ ແລະ ແຜນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;

4. ສໍານັກງານອົງກອນອາຫານ ແລະ ການກະເສດ (FAO) ປະຈໍາຣາຊະອະນາຈັກໄທ;

5. ສໍານັກງານສິ່ງແວດລ້ອມສະຕ໋ອກໂຮມ (SEI);

6.ສະຖາບັນຄົ້ນຄວ້າສັງຄົມ, ມະຫາວິທະຍາໄລຈຸລາລົງກອນ;

7.ສະຖາບັນເຕັກໂນໂລຊີອາຊຽນ (AIT);

8.ສູນຄົ້ນຄວ້າ ເພື່ອຄົນ ແລະ ປ່າໄມ້;

9.ອົງກອນແມ່ຍິງ ເພື່ອການປ່ຽນແປງ ດ້ານການຈັດການກະສິກໍາ ແລະ ຊັບພະຍາກອນທໍາມະຊາດ.

ຜ່ານການໄປແລກປ່ຽນບົດຮຽນ ຢູ່ຣາຊະອະນາຈັກໄທ ບົດຮຽນນໍາບັນດາກົມນະໂຍບາຍ ທີ່ຂຶ້ນກັບກະຊວງຕ່າງໆ ສາມາດຖອດຖອນບົດຮຽນໄດ້ຄື:

  • ຂະບວນການພັດທະນານະໂຍບາຍ ແລະ ຍຸດທະສາດ;
  • ການສະໜັບສະໜຸນຂໍ້ມູນຂ່າວສານ ເພື່ອການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ;
  • ການສ້າງຂີດຄວາມສາມາດຂອງບຸກຄະລາກອນ;
  • ການຕິດຕາມ ແລະ ປະເມີນຜົນ;
  • ການຂໍອະນຸມັດແຜນງົບປະມານ ເພື່ອຈັດຕັ້ງປະຕິບັດການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ.

ພາບ ແລະ ຂ່າວໂດຍ: ທ. ສຸລິເອກ ກິ່ງແກ້ວ

ກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການສ້າງແຜນແມ່ບົດ ພັດທະນາຊົນລະກະເສດ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ເວລາ 09:00 ​ທີ່ຫ້ອງປະຊຸມ ກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືໃນຄະນະຮັບຜິດຊອບສ້າງແຜນແມ່ບົດພັດທະນາຊົນລະກະເສດ ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າຄະນະຊີ້ນໍາການສ້າງແຜນແມ່ບົດພັດທະນາຊົນລະກະເສດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 16 ທ່ານ ແລະ ມາຈາກບັນດາກົມ, ສະຖາບັນ, ຫ້ອງການ ທີ່ຂື້ນກັບກະຊວງກະສິກໍາ  ແລະ ປ່າໄມ້.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການສ້າງແຜນພັດທະນາຊົນລະກະເສດທີ່ຜ່ານມາ. ຊຶ່ງທ່ານປະທານ ຍັງໄດ້ເວົ້າເຖິງຄວາມສໍາຄັນຂອງການບໍລິຫານຈັດການນໍ້າໃນການຜະລິດກະສິກໍາ ໃນຊ່ວງລະດູຝົນ ແລະ ລະດູແລ້ງ, ແຜນແມ່ບົດພັດທະນາຊົນລະກະເສດຕ້ອງລົງເລິກແຕ່ລະຫົວຂໍ້ທາງດ້ານເຕັກນິກຊົນລະປະທານ, ບັນຫາການຈັດການນໍ້າໃນສະພາບມີການປ່ຽນແປງຂອງດິນຟ້າອາກາດ, ການສົ່ງເສີມການປູກ-ການລ້ຽງໃນພື້ນທີ່ຊົນລະປະທານ, ບັນຫາດ້ານປ່າໄມ້,  ການຮັກສາແຫຼ່ງນໍ້າ ແລະ ບັນດານະໂຍບາຍ ແລະ ນິຕິກໍາ ທີ່ສະໜັບສະໜູນ. ນອກຈາກນັ້ນ, ເພື່ອໃຫ້ສາມາດສໍາເລັດການສ້າງແຜນແມ່ບົດດັ່ງກ່າວ ຈໍາເປັນຕ້ອງມີການກະກຽມແຜນງົບປະມານ ເພື່ອສະເໜີຂໍທຶນຈາກຄູ່ຮ່ວມພັດທະນາ ເຊັ່ນ: ADB, JICA, KOICA ແລະ AFD, ຊຶ່ງຕ້ອງມີການທັດສະນະສຶກສາຖອດຖອນບົດຮຽນຈາກປະເທດເພື່ອນບ້ານ. ກອງປະຊຸມ ໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ.

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ

         ໃນຄັ້ງ ວັນທີ 17 ພຶດສະພາ 2019 ເວລາ 13:00 ໂມງ ທີ່ ຫ້ອງປະຊຸມ ກົມແຜນການ ແລະ ການເງິນ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມການເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ ແລະ ບົດສັງເຂບດ້ານນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ເຂົ້າຮ່ວມທັງໜົດ 17 ທ່ານ. ຈຸດປະສົງ: ເພື່ອປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ດ້ານການຈັດການນໍ້າ ແລະ ທາດອາຫານໃນດິນ ແລະ ການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ເຮັດໃຫ້ການຜະລິດກະສິກໍາມີຄວາມຍືນຍົງ.

          ພາຍຫຼັງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ກ່າວເປີດກອງປະຊຸມ ແລະ ຍົກປະເດັນຂຶ້ນມາສົນທະນາກັບທຸກພາກສ່ວນທີ່ເຂົ້າຮ່ວມໃນກອງປະຊຸມວ່າ: ຈະຄຸ້ມຄອງການນໍາໃຊ້ນໍ້າແນວໃດ ເພື່ອໃຫ້ມີຄວາມຍືນຍົງ; ການນໍາໃຊ້ຝຸ່ນໄນໂຕເຈນຄືແນວໃດ? ຜົນດີ, ຜົນຮ້າຍ ຂອງການນໍາໃຊ້ຝຸ່ນເຄມີ ມີຄືແນວໃດ? ເຮົາຈະມີວິທີການໃຊ້ແນວໃດ ເພື່ອໃຫ້ເກີດຜົນຜະລິດສູງສຸດ ແລະ ຄວນມີມາດຕະການສົ່ງເສີມຄືແນວໃດ. ຈາກນັ້ນ, ກໍ່ໄດ້ຮຽນເຊີນ ຕາງໜ້າຄະນະຮັບຜິດຊອບທີ່ກ່ຽວຂ້ອງ ນໍາສະເໜີ:
ທ່ານ ປອ ນິວົງ ສີປະເສີດ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ໃຫ້ຂໍ້ມູນໃນເບື້ອງຕົ້ນກ່ຽວກັບຄວາມເປັນມາຂອງໂຄງການຄຸ້ມຄອງນໍາໃຊ້ນໍ້າ ແລະ ປັບປຸງທາດອາຫານໃນດິນ ສໍາລັບການຜະລິດກະສິກໍາແບບຍືນຍົງ ໃນພື້ນທີ່ເຂດແຫ້ງແລ້ງ ຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB). ເປັນຕົ້ນ ແມ່ນການຄົ້ນຄວ້າທົດລອງໃນການສ້າງໜອງເກັບນໍ້າ ເພື່ອຮັກສານໍ້າຝົນ ແລະ ການນໍາໃຊ້ນໍ້າຊົນລະປະທານແບບປະຢັດ ຄ່ຽງຄູ່ກັບເຕັກນິກການປັບປຸງທາດອາຫານໃນດິນ ໃນພື້ນທີ ທີ່ມັກເກີດໄພແຫ້ງແລ້ງ. ຈາກຜົນຂອງການຈັດຕັ້ງປະຕິບັດດັ່ງກ່າວ ເຫັນໄດ້ວ່າມີທາງອອກໃຫ້ຊາວກະສິກອນຂະໜາດນ້ອຍກ້າວໄປສູ່ຜົນສໍາເລັດໄດ້ຄຶືແນວໃດ? ສະນັ້ນ, ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີ ການກໍານົດຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດ ກິດຈະກໍາດັ່ງກ່າວ ເພື່ອສົ່ງເສີມການຜະລິດກະສິກໍາໃຫ້ມີຄວາມຍືນຍົງ, ສາມາດ ຄໍ້າປະກັນທາງດ້ານສະບຽງອາຫານ, ປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນໃຫ້ດີຂື້ນ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ ໃນເຂດພື້ນທີ່ການຜະລິດທີ່ມັກເກີດໄພແຫ້ງແລ້ງ.
ທ່ານ ນ ສີສະຫວັນ ວົງລໍຄໍາ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມສ້າງໜອງເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
ການພັດທະນານະໂຍບາຍ ແລະ ມາດຕະການ ເພື່ອສົ່ງເສີມ ການສ້າງໜອງເກັບນ້ຳ ທີ່ຄຸ້ມຄອງໂດຍຊາວກະສິກອນເອງ ແມ່ນມີຄວາມຈໍາເປັນຕ້ອງເພີ້ມຂີດຄວາມສາມາດ ຂອງຊາວກະສິກອນ ໃນດ້ານການຄຸ້ມຄອງນໍາໃຊ້ເຕັກນິກການເກັບຮັກສາໜອງນໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດ ພືດ, ຜັກ ແລະ ລ້ຽງສັດ, ຮັບປະກັນທາງດ້ານສະບຽງອາຫານ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊາວກະສິກອນ;
– ຊຸກຍູ້ ແລະ ເສີມຂະຫຍາຍ ເຕັກນິກການສະໜອງນ້ຳ ໂດຍການສືບຕໍ່ສາທິດ ແລະ ໃຫ້ຄວາມຮູ້ກ່ຽວກັບເຕັກໂນໂລຊີການນຳໃຊ້ນໍ້າແບບປະຢັດ ແລະ ການປັບປຸງທາດອາຫານໃນດິນ ໂດຍການສ້າງຕົວແບບໃນການຜະລິດກະສິກຳ ຢູ່ໃນເຂດແຫ້ງແລ້ງອື່ນໆ ໃນ ສປປ ລາວ;
– ພັດທະນາຂີດຄວາມສາມາດຂອງສະຖາບັນ ແລະ ບຸກຄະລາກອນ ໃນການສ້າງໜອງ ເພື່ອເກັບນ້ຳໃນຊ່ວງລະດູຝົນ ແລະ ເຕັກໂນໂລຊີການປັບປຸງທາດອາຫານໃນດິນ;
– ເພີ່ມທະວີການໃຫ້ຂໍ້ມູນແກ່ຊາວກະສິກອນໃຫ້ເຂົ້າເຖິງແຫຼ່ງເງິນທຶນ ຈາກທະນາຄານເຊັ່ນ: ທະນາຄານສົ່ງເສີມກະສິກໍາ, ທະນາຄານນະໂຍບາຍ…;
– ເພີ້ມທະວີການເຂົ້າເຖິງຕະຫຼາດ ແລະ ຕ່ອງໂສ້ມູນຄ່າເພີ້ມ.
ທ່ານ ນ ສຸດາຈັນ ສີສຸລາດ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
– ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບເຂົ້າເປັນບັນດານະໂຍບາຍສົ່ງເສີມ ຂອງຂະແໜງກະສິກໍາ;
ສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນ ແລະ ບຸກຄະລາກອນ;
– ສະໜັບສະໜູນຊາວກະສິກອນໃນການຈັດຕັ້ງກຸ່ມ ເພື່ອການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ, ເຮັດໃຫ້ມີອໍານາດໃນການເຂົ້າເຖີງແຫຼ່ງຊັບພະຍາກອນ ແລະ ການເຈລະຈາຕໍ່ລອງໃນການກູ້ຢືມເງິນ;
– ສືບຕໍ່ການລົງທຶນດ້ານວຽກງານຄົ້ນຄວ້າ ສໍາລັບການພັດທະນາວິທີການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ.

ຜ່ານການປຶກສາຫາລື ກອງປະຊຸມ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ສະຫຼຸບໃຫ້ເຫັນວ່າ:

          ເນື່ອງຈາກວ່າ ເປັນການຍາກທີ່ຈະປ່ອຍໃຫ້ພື້ນທີ່ນໍາໃຊ້ເຂົ້າໃນການຜະລິດໃຫ້ມີການນໍາໄຊ້ດິນໄປເລື້ອຍໆ ໂດຍບໍ່ມີການປັບປຸງ ຊຶ່ງເຮັດໃຫ້ດິນມີການເຊື່ອມໂຊມ, ຊາວກະສິກອນຫາທາງອອກໂດຍການຊື້ຝຸ່ນຢູເລຍມາໃຊ້ ແຕ່ບໍ່ຮູ້ວ່າຈະໃຊ້ແນວໃດໃຫ້ດິນສາມາດນໍ້າໃຊ້ໄດ້ຍາວນານ. ເມື່ອເປັນແນວນັ້ນຈະຕ້ອງໄດ້ມີການນໍາໃຊ້ຝຸ່ນໄນໂຕຣເຈນ ແລະ ຝຸ່ນອົງທາດ ແບບປະສົມປະສານ ເພື່ອເຮັດໃຫ້ຕົ້ນທຶນການຜະລິດຕໍ່າ ແລະ ຍົກສູງຄຸນນະພາບ ຂອງດິນໄວ້ໃຫ້ມີການນໍາໃຊ້ແບບຍືນຍົງ. ດັ່ງນັ້ນ, ຈຶ່ງຄວນສຶບຕໍ່ຊຸກຍູ້ວິທີເຮັດຝຸ່ນແບບປະສົມໂດຍການນໍາໃຊ້ວັດຖຸຈາກທໍາມະຊາດ.
ສືບຕໍ່ວິທີເກັບຮັກສານໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດແບບເຕັມທີ ໂດຍການຂຸດໜອງເກັບນໍ້າ, ຄວນມີວິທີການນໍາໃຊ້ເຕັກນິກການເກັບຮັກສາ ແລະ ຄຸ້ມຄອງການນໍາໃຊ້ນໍ້າໃຫ້ມີຄວາມຍືນຍົງ. ພ້ອມນີ້ທ່ານກໍ່ຍັງໄດ້ຍົກ ຕົວຢ່າງ: ເຕັກນິກການເກັບຮັກສານໍ້າໄວ້ດົນຄື: ການເກັບຮັກສານໍ້າໜອງ ແມ່ນຄວນມີການເສີມຜ້າຢ່າງຮອງພື້ນ ແລະ ການກັນຊຶມອອກທາງຂ້າງ ເພື່ອໃຫ້ມີນໍ້າໃຊ້ເຂົ້າໃນການຜະລິດແບບຍາວນານ.

ພາບ ແລະ ຂ່າວໂດຍ: ນ ຈັນສົມ ຄູນສົມບັດ