ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ

         ໃນຄັ້ງ ວັນທີ 17 ພຶດສະພາ 2019 ເວລາ 13:00 ໂມງ ທີ່ ຫ້ອງປະຊຸມ ກົມແຜນການ ແລະ ການເງິນ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມການເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ ແລະ ບົດສັງເຂບດ້ານນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ເຂົ້າຮ່ວມທັງໜົດ 17 ທ່ານ. ຈຸດປະສົງ: ເພື່ອປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ ບົດສັງເຂບດ້ານນະໂຍບາຍ ດ້ານການຈັດການນໍ້າ ແລະ ທາດອາຫານໃນດິນ ແລະ ການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ, ເຮັດໃຫ້ການຜະລິດກະສິກໍາມີຄວາມຍືນຍົງ.

          ພາຍຫຼັງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ກ່າວເປີດກອງປະຊຸມ ແລະ ຍົກປະເດັນຂຶ້ນມາສົນທະນາກັບທຸກພາກສ່ວນທີ່ເຂົ້າຮ່ວມໃນກອງປະຊຸມວ່າ: ຈະຄຸ້ມຄອງການນໍາໃຊ້ນໍ້າແນວໃດ ເພື່ອໃຫ້ມີຄວາມຍືນຍົງ; ການນໍາໃຊ້ຝຸ່ນໄນໂຕເຈນຄືແນວໃດ? ຜົນດີ, ຜົນຮ້າຍ ຂອງການນໍາໃຊ້ຝຸ່ນເຄມີ ມີຄືແນວໃດ? ເຮົາຈະມີວິທີການໃຊ້ແນວໃດ ເພື່ອໃຫ້ເກີດຜົນຜະລິດສູງສຸດ ແລະ ຄວນມີມາດຕະການສົ່ງເສີມຄືແນວໃດ. ຈາກນັ້ນ, ກໍ່ໄດ້ຮຽນເຊີນ ຕາງໜ້າຄະນະຮັບຜິດຊອບທີ່ກ່ຽວຂ້ອງ ນໍາສະເໜີ:
ທ່ານ ປອ ນິວົງ ສີປະເສີດ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ໃຫ້ຂໍ້ມູນໃນເບື້ອງຕົ້ນກ່ຽວກັບຄວາມເປັນມາຂອງໂຄງການຄຸ້ມຄອງນໍາໃຊ້ນໍ້າ ແລະ ປັບປຸງທາດອາຫານໃນດິນ ສໍາລັບການຜະລິດກະສິກໍາແບບຍືນຍົງ ໃນພື້ນທີ່ເຂດແຫ້ງແລ້ງ ຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB). ເປັນຕົ້ນ ແມ່ນການຄົ້ນຄວ້າທົດລອງໃນການສ້າງໜອງເກັບນໍ້າ ເພື່ອຮັກສານໍ້າຝົນ ແລະ ການນໍາໃຊ້ນໍ້າຊົນລະປະທານແບບປະຢັດ ຄ່ຽງຄູ່ກັບເຕັກນິກການປັບປຸງທາດອາຫານໃນດິນ ໃນພື້ນທີ ທີ່ມັກເກີດໄພແຫ້ງແລ້ງ. ຈາກຜົນຂອງການຈັດຕັ້ງປະຕິບັດດັ່ງກ່າວ ເຫັນໄດ້ວ່າມີທາງອອກໃຫ້ຊາວກະສິກອນຂະໜາດນ້ອຍກ້າວໄປສູ່ຜົນສໍາເລັດໄດ້ຄຶືແນວໃດ? ສະນັ້ນ, ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີ ການກໍານົດຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດ ກິດຈະກໍາດັ່ງກ່າວ ເພື່ອສົ່ງເສີມການຜະລິດກະສິກໍາໃຫ້ມີຄວາມຍືນຍົງ, ສາມາດ ຄໍ້າປະກັນທາງດ້ານສະບຽງອາຫານ, ປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນໃຫ້ດີຂື້ນ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ ໃນເຂດພື້ນທີ່ການຜະລິດທີ່ມັກເກີດໄພແຫ້ງແລ້ງ.
ທ່ານ ນ ສີສະຫວັນ ວົງລໍຄໍາ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນະໂຍບາຍ ກ່ຽວກັບການສົ່ງເສີມສ້າງໜອງເກັບຮັກສານໍ້າຝົນຂະໜາດນ້ອຍ ແລະ ການປັບປຸງທາດອາຫານໃນດິນ ສໍາຫຼັບການຜະລິດກະສິກໍາທີ່ຍື່ນຍົງ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
ການພັດທະນານະໂຍບາຍ ແລະ ມາດຕະການ ເພື່ອສົ່ງເສີມ ການສ້າງໜອງເກັບນ້ຳ ທີ່ຄຸ້ມຄອງໂດຍຊາວກະສິກອນເອງ ແມ່ນມີຄວາມຈໍາເປັນຕ້ອງເພີ້ມຂີດຄວາມສາມາດ ຂອງຊາວກະສິກອນ ໃນດ້ານການຄຸ້ມຄອງນໍາໃຊ້ເຕັກນິກການເກັບຮັກສາໜອງນໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດ ພືດ, ຜັກ ແລະ ລ້ຽງສັດ, ຮັບປະກັນທາງດ້ານສະບຽງອາຫານ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊາວກະສິກອນ;
– ຊຸກຍູ້ ແລະ ເສີມຂະຫຍາຍ ເຕັກນິກການສະໜອງນ້ຳ ໂດຍການສືບຕໍ່ສາທິດ ແລະ ໃຫ້ຄວາມຮູ້ກ່ຽວກັບເຕັກໂນໂລຊີການນຳໃຊ້ນໍ້າແບບປະຢັດ ແລະ ການປັບປຸງທາດອາຫານໃນດິນ ໂດຍການສ້າງຕົວແບບໃນການຜະລິດກະສິກຳ ຢູ່ໃນເຂດແຫ້ງແລ້ງອື່ນໆ ໃນ ສປປ ລາວ;
– ພັດທະນາຂີດຄວາມສາມາດຂອງສະຖາບັນ ແລະ ບຸກຄະລາກອນ ໃນການສ້າງໜອງ ເພື່ອເກັບນ້ຳໃນຊ່ວງລະດູຝົນ ແລະ ເຕັກໂນໂລຊີການປັບປຸງທາດອາຫານໃນດິນ;
– ເພີ່ມທະວີການໃຫ້ຂໍ້ມູນແກ່ຊາວກະສິກອນໃຫ້ເຂົ້າເຖິງແຫຼ່ງເງິນທຶນ ຈາກທະນາຄານເຊັ່ນ: ທະນາຄານສົ່ງເສີມກະສິກໍາ, ທະນາຄານນະໂຍບາຍ…;
– ເພີ້ມທະວີການເຂົ້າເຖິງຕະຫຼາດ ແລະ ຕ່ອງໂສ້ມູນຄ່າເພີ້ມ.
ທ່ານ ນ ສຸດາຈັນ ສີສຸລາດ, ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ ໄດ້ນໍາສະເໜີບົດສັງເຂບດ້ານນນະໂຍບາຍກ່ຽວກັບການນໍາໃຊ້ຝຸ່ນໄນໂຕເຈນທີ່ມີປະສິດທິພາບ.
ໂດຍເນັ້ນໃສ່ປະເດັນຂໍ້ແນະນໍາດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ອັນສໍາຄັນຄື:
– ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບເຂົ້າເປັນບັນດານະໂຍບາຍສົ່ງເສີມ ຂອງຂະແໜງກະສິກໍາ;
ສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນ ແລະ ບຸກຄະລາກອນ;
– ສະໜັບສະໜູນຊາວກະສິກອນໃນການຈັດຕັ້ງກຸ່ມ ເພື່ອການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ, ເຮັດໃຫ້ມີອໍານາດໃນການເຂົ້າເຖີງແຫຼ່ງຊັບພະຍາກອນ ແລະ ການເຈລະຈາຕໍ່ລອງໃນການກູ້ຢືມເງິນ;
– ສືບຕໍ່ການລົງທຶນດ້ານວຽກງານຄົ້ນຄວ້າ ສໍາລັບການພັດທະນາວິທີການນໍາໃຊ້ຝຸ່ນໄນໂຕຣເຈນຢ່າງມີປະສິດທິພາບ.

ຜ່ານການປຶກສາຫາລື ກອງປະຊຸມ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ໄດ້ສະຫຼຸບໃຫ້ເຫັນວ່າ:

          ເນື່ອງຈາກວ່າ ເປັນການຍາກທີ່ຈະປ່ອຍໃຫ້ພື້ນທີ່ນໍາໃຊ້ເຂົ້າໃນການຜະລິດໃຫ້ມີການນໍາໄຊ້ດິນໄປເລື້ອຍໆ ໂດຍບໍ່ມີການປັບປຸງ ຊຶ່ງເຮັດໃຫ້ດິນມີການເຊື່ອມໂຊມ, ຊາວກະສິກອນຫາທາງອອກໂດຍການຊື້ຝຸ່ນຢູເລຍມາໃຊ້ ແຕ່ບໍ່ຮູ້ວ່າຈະໃຊ້ແນວໃດໃຫ້ດິນສາມາດນໍ້າໃຊ້ໄດ້ຍາວນານ. ເມື່ອເປັນແນວນັ້ນຈະຕ້ອງໄດ້ມີການນໍາໃຊ້ຝຸ່ນໄນໂຕຣເຈນ ແລະ ຝຸ່ນອົງທາດ ແບບປະສົມປະສານ ເພື່ອເຮັດໃຫ້ຕົ້ນທຶນການຜະລິດຕໍ່າ ແລະ ຍົກສູງຄຸນນະພາບ ຂອງດິນໄວ້ໃຫ້ມີການນໍາໃຊ້ແບບຍືນຍົງ. ດັ່ງນັ້ນ, ຈຶ່ງຄວນສຶບຕໍ່ຊຸກຍູ້ວິທີເຮັດຝຸ່ນແບບປະສົມໂດຍການນໍາໃຊ້ວັດຖຸຈາກທໍາມະຊາດ.
ສືບຕໍ່ວິທີເກັບຮັກສານໍ້າ ເພື່ອນໍາໃຊ້ເຂົ້າໃນການຜະລິດແບບເຕັມທີ ໂດຍການຂຸດໜອງເກັບນໍ້າ, ຄວນມີວິທີການນໍາໃຊ້ເຕັກນິກການເກັບຮັກສາ ແລະ ຄຸ້ມຄອງການນໍາໃຊ້ນໍ້າໃຫ້ມີຄວາມຍືນຍົງ. ພ້ອມນີ້ທ່ານກໍ່ຍັງໄດ້ຍົກ ຕົວຢ່າງ: ເຕັກນິກການເກັບຮັກສານໍ້າໄວ້ດົນຄື: ການເກັບຮັກສານໍ້າໜອງ ແມ່ນຄວນມີການເສີມຜ້າຢ່າງຮອງພື້ນ ແລະ ການກັນຊຶມອອກທາງຂ້າງ ເພື່ອໃຫ້ມີນໍ້າໃຊ້ເຂົ້າໃນການຜະລິດແບບຍາວນານ.

ພາບ ແລະ ຂ່າວໂດຍ: ນ ຈັນສົມ ຄູນສົມບັດ

Leave a Reply

Your email address will not be published. Required fields are marked *