ພະແນກນິຕິກໍາ

ໝ້າທີ່ ຂອງພະແນກນິຕິກໍາ

  1. ສັງລວມແຜນການສ້າງ ແລະ ປັບປຸງກົດໝາຍຂອງຂະແໜງການ ເພື່ອສະເໜີຕໍ່ລັດຖະມົນຕີ ພິຈາລະນາ ກ່ອນນໍາສະເໜີຕໍ່ ລັດຖະບານ, ຄະນະປະຈໍາສະພາແຫ່ງຊາດ ເພື່ອເອົາເຂົ້າແຜນການ 05 ປີ ແລະ ປະຈໍາປີຂອງສະພາແຫ່ງຊາດ ຕາມກົດໝາຍ ແລະ ລະບຽບການ;
  2. ປະສານສົມທົບກັບ ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ສັງລວມ ແຜນການສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ ແລະ ເອກະສານອື່ນ ເພື່ອສະເໜີຕໍ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເອົາເຂົ້າແຜນຜ່ານກອງປະຊຸມລັດຖະບານປະຈຳປີ;
  3. ຄົ້ນຄວ້າ ແລະ ສັງລວມບັນດາມາດຕາຂອງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງຂະແໜງການກະສິກໍາ ແລະ ປ່າໄມ້ ທີ່ຕ້ອງໄດ້ຜັນຂະຫຍາຍເປັນນິຕິກຳລະອຽດ ລວມທັງນິຕິກຳຂອງຂະແໜງການອື່ນທີ່ຂັດກັນ ຫຼື ເປັນຊ່ອງຫວ່າງ ເພື່ອນຳສະເໜີຕໍ່ຂັ້ນເທິງ ພິຈາລະນາ, ປັບປຸງ ແລະ ແກ້ໄຂ;
  4. ກວດກາເນື້ອໃນຮອບດ້ານຂອງນິຕິກຳທີ່ມີຜົນບັງຄັບທົ່ວໄປ ໃຫ້ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ເຕັກນິກການສ້າງນິຕິກຳ ກ່ອນນຳສະເໜີຕໍ່ ລັດຖະມົນຕີ ພິຈາລະນາ ຕາມກົດໝາຍ ແລະ ລະບຽບການ;
  5. ຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ຮ່າງກົດໝາຍ, ນິຕິກຳລຸ່ມກົດໝາຍ ລວມທັງນະໂຍບາຍ, ແຜນຍຸດທະສາດ ແລະ ສັນຍາສາກົນ ຈາກຂະແໜງການອື່ນ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພາຍໃນຂະແໜງການຕົນ;
  6. ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກໍາລຸ່ມກົດໝາຍ ແລະ ຍຸດທະສາດຂອງຂະແໜງການກະສິກໍາ ແລະ ປ່າໄມ້ ລວມທັງນິຕິກຳຂອງຂະແໜງການສາຍຕັ້ງຢູ່ທ້ອງຖິ່ນ ເພື່ອລາຍງານຕໍ່ລັດຖະມົນຕີ ໃນແຕ່ລະໄລຍະ;
  7. ເຂົ້າຮ່ວມເປັນກອງເລຂາຄະນະຮັບຜິດຊອບສ້າງ ຫຼື ປັບປຸງນິຕິກໍາຂອງກະຊວງກະສິກໍາ ແລະ ປ່າໄມ້;
  8. ສຳເນົາ, ເກັບຮັກສາ ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງຂະແໜງການຕົນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ ພ້ອມທັງເຮັດໜ້າທີ່ເປັນຈຸດປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງຂະແໜງການກະສິກໍາ ແລະປ່າໄມ້;
  9. ສົມທົບກັບ ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ເພື່ອໂຄສະນາເຜີຍແຜ່ນິຕິກໍາຂອງຂະແໜງ ການ ໃຫ້ສັງຄົມໄດ້ຮັບຊາບຢ່າງກວ້າງຂວາງ ແລະ ຈັດຕັ້ງປະຕິບັດ ຢ່າງມີຜົນສັກສິດ;
  10. ຄົ້ນຄວ້າ ແລະ ສ້າງບົດສະເໜີໂຄງການ (PCAP) ປະຈໍາປີ ເພື່ອສະເໜີງົບປະມານມາສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂອງພະແນກ;
  11. ຜັນຂະຫຍາຍແຜນການຂອງກົມ ໂດຍສ້າງເປັນແຜນການເຄື່ອນໄຫວ ປະຈຳປີ, 06 ເດືອນ, 03 ເດືອນ, ປະຈຳເດືອນ ແລະ ປະຈໍາອາທິດ ພ້ອມທັງສະຫຼຸບລາຍງານການເຄື່ອນໄຫວດັ່ງກ່າວໃຫ້ແກ່ຄະນະກົມ ຢ່າງເປັນປົກກະຕິ;
  12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

Link to ວຽກງານນິຕິກໍາ