ກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້

 

ໂຄງຮ່າງການຈັດຕັ້ງ ກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ມີໜ້າທີ່

 

 

 

ກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ມີໜ້າທີ່

  1. ຈັດສໍາມະນາວິຊາການ, ວິທະຍາສາດ ຮ່ວມກັບຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປຶກສາຫາລື ໄປຕາມຫົວຂໍ້ ທີ່ຕິດພັນກັບບັນຫາເສດຖະກິດ-ສັງຄົມ, ການຕະຫຼາດ ເພື່ອກໍານົດນະໂຍບາຍ, ນິຕິກໍາທີ່ເໝາະສົມ ໂດຍເລືອກເຟັ້ນ ບັນດານະໂຍບາຍ ທີ່ສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ;
  2. ເປັນເສນາທິການຊ່ວຍຄະນະກົມ ໃນການຈັດກອງປະຊຸມ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາ ແລະ ຮັບຮອງເອົາຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບ ການຄົ້ນຄວ້າທົດລອງ ຂອງຂະແໜງການກະສິກໍາ ແລະ ປ່າໄມ້;
  3. ພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທາງດ້ານວິທະຍາສາດເຕັກນິກກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງຄະນະປະທານສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້;
  4. ສົບທົບກັບ ກົມຈັດຕັ້ງ ແລະ ພະນັກງານ ເພື່ອຄັດເລືອກເອົາສະມາຊິກສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ຕາມມາດຕະຖານ ແລະ ຈໍານວນທີ່ໄດ້ກໍານົດໄວ້;
  5. ປະຕິບັດໜ້າທີ່ອື່ນ ຕາມຫານມອບໝາຍຂອງຂັ້ນເທິງ.

ຂົງເຂດວຽກ ວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້