ພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ

ໂຄງຮ່າງພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ

ພະແນກພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ ມີໜ້າທີ່

  1. ຜັນຂະຫຍາຍແຜນຍຸດທະສາດພັດທະນາກະສິກໍາ-ປ່າໄມ້ ແລະ ແຜນງານຂອງກົມ ໃຫ້ເປັນແຜນການ ໂຄງການລະອຽດ ແນໃສ່ຈັດຕັ້ງປະຕິບັດ ຕາມພາລະບົດບາດ, ໜ້າທີ່ຂອງກົມ ໃຫ້ປະກົດຜົນເປັນຈິງ;
  2. ເປັນເຈົ້າການໃນການວິເຄາະສະພາບການເໜັງຕີງ ດ້ານເສດຖະກິດ-ສັງຄົມ ແລະ ການຕະຫຼາດ ພາຍໃນ ແລະ ຕ່າງປະເທດ ທີ່ມີຜົນກະທົບຕໍ່ການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແນໃສ່ເປັນບ່ອນອີງໃຫ້ແກ່ການນໍານົດນະໂຍບາຍ ຫຼື ມາດຕະການຕ່າງໆທີ່ເໝາະສົມ ໃນແຕ່ລະໄລຍະ;
  3. ເປັນເຈົ້າການສັງລວມ, ຄຸ້ມຄອງຖານຂໍ້ມູນ ແລະ ແຫຼ່ງຂໍ້ມູນດ້ານເສດຖະກິດ-ສັງຄົມ, ການຕະຫຼາດ ແລະ ນະໂຍບາຍ ເພື່ອຮັບໃຊ້ການວິເຄາະແນວໂນ້ມການປ່ຽນແປງທີ່ມີຜົນກະທົບຕໍ່ການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ;
  4. ເປັນເຈົ້າການໃນການກໍານົດຫົວຂໍ້ການຄົ້ນຄວ້າດ້ານນະໂຍບາຍ ໂດຍອີງໃສ່ຍຸດທະສາດການພັດທະ ນາ ຂອງຂະແໜງການ ເພື່ອໃຫ້ຂະແໜງການທີ່ກ່ຽວຂ້ອງ ໃຫ້ການຮ່ວມມືໃນການຄົ້ນຄວ້າວິໄຈ;
  5. ເປັນເຈົ້າການສ້າງ ແລະ ປັບປຸງບັນດານະໂຍບາຍທີ່ເປັນບູລິມະສິດຂອງຂະແໜງການ ຮ່ວມກັບບັນດາກົມ, ສະຖາບັນອ້ອມຂ້າງກະຊວງ ເພື່ອສະໜັບສະໜູນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ;
  6. ຕິດຕາມ, ກວດກາ, ປະເມີນ ແລະ ແລກປ່ຽນຖອດຖອນບົດຮຽນດ້ານຕັ້ງໜ້າ ແລະ ດ້ານຄົງຄ້າງ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ຍຸດທະສາດຂອງຂະແໜງການ ເພື່ອສະເໜີຂັ້ນເທິງປັບປຸງແກ້ໄຂ ໃຫ້ສອດຄ່ອງກັບທິດການພັດທະນາສີຂຽວ ແລະ ຍືນຍົງ;
  7. ສ້າງປຶ້ມຄູ່ມືແນະນຳ ແລະ ຝຶກອົບຮົມ ກ່ຽວກັບການວິເຄາະເສດຖະກິດ-ສັງຄົມ, ຕ່ອງໂສ້ມູນຄ່າການຜະລິດ ແລະ ການຕະຫຼາດ, ການດຳເນີນທຸລະກິດ ແລະ ການສ້າງກຸ່ມ, ຟາມຕົວແບບ;
  8. ເຂົ້າຮ່ວມໃນຄະນະຮັບຜິດຊອບສ້າງ ຫຼື ປັບປຸງນະໂຍບາຍຕ່າງໆ ທີ່ຕິດພັນກັບຂະແໜງການກະສິກໍາ ແລະ ປ່າໄມ້ ຕາມການມອບໝາຍຂອງຂັ້ນເທີງ;
  9. ຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງນະໂຍບາຍ ແລະ ຍຸດທະສາດພັດທະນາຂອງຂະແໜງການ ລວມທັງນະໂຍບາຍ ແລະ ຍຸດທະສາດຂອງຂະແໜງການອື່ນ ທີ່ສົ່ງໃຫ້ມີຄຳເຫັນ ເພື່ອສະເໜີຄະນະກົມ, ລັດຖະມົນຕີພິຈາລະນາ;
  10. ພົວພັນ, ຮ່ວມມື, ຄົ້ນຄວ້າຊອກຫາແຫຼ່ງທຶນພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອມານໍາໃຊ້ເຂົ້າໃນການພັດທະນາວຽກງານນະໂຍບາຍ ຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມການມອບໝາຍຂອງຂັ້ນເທີງ;
  11. ປະສານສົມທົບກັບບັນດາກົມອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃນຂອບເຂດທົ່ວປະເທດ ເພື່ອໂຄສະນາເຜີຍແຜ່ບັນດານະໂຍບາຍ ໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດ;
  12. ຄົ້ນຄວ້າ ແລະ ສ້າງບົດສະເໜີໂຄງການປະຈໍາປີ (PCAP) ເພື່ອສະເໜີງົບປະມານ ຈັດຕັ້ງປະຕິບັດ ວຽກງານຂອງພະແນກ;
  13. ຜັນຂະຫຍາຍແຜນການຂອງກົມ ໂດຍສ້າງເປັນແຜນການເຄື່ອນໄຫວປະຈຳເດືອນ, ປະຈໍາງວດ ແລະ ປະຈຳປີ ພ້ອມທັງສະຫຼຸບລາຍງານການເຄື່ອນໄຫວດັ່ງກ່າວໃຫ້ແກ່ຄະນະກົມ ຢ່າງເປັນປົກກະຕິ;
  14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

Link to ວຽກງານນະໂຍບາຍ