ນິຕິກຳ

ນິຕິກໍາ ແມ່ນ ເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ ໂດຍອົງການທີ່ມີສິດອໍານາດຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ການສ້າງນິຕິກໍາ ແມ່ນ ຂະບວນການເຄື່ອນໄຫວ່ຮ່າງນິຕິກໍາ ໂດຍອົງການທີ່ມີສິດອໍານາດຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ນັບແຕ່ຂັ້ນຕອນ ການກະກຽມ, ການເກັບກໍາຂໍ້ມູນ, ການຂຽນ ຈົນຮອດການພິຈາລະນາຮັບຮ້ອງ ແລະ ປະກາດໃຊ້ນິຕິກໍາ (ກົດໝາຍວ່າດ້ວຍ ການສ້າງນິຕິກໍາ ເລກທີ 19/ສພຊ, ວັນທີ 12 ກໍລະກົດ 2012)

ແຜນການສ້າງ ແລະ ປັບປຸງນິຕິກໍາ ກປ ປີ 2020

  ຫົວ​ຂໍ້​ນິ​ຕິ​ກຳ ຄາດ​ຄະ​ເນ ​ກົມ​ທີ່​ຮັບ​ຜິດ​ຊອບ
1 “ຮ່າງ ດຳ​ລັດ​ ວ່າ​ດ້ວຍ​ສະ​ຫະ​ກອນ (ປັບປຸງດຳລັດ ເລກທີ 136/ນຍ, ລົງວັນທີ 05 ມີນາ 2010 ວ່າດ້ວຍສະຫະກອນ) ເດືອນ​ມີ​ນາ ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ສະ​ຫະ​ກອນ
2 “ຮ່າງ ດຳ​ລັດ ວ່າ​ດ້ວຍກອງ​ທຶນ​ປົກ​ປັກ​ຮັກ​ສາ​ປ່າ​ໄມ້ (ປັບ​ປຸງດຳລັດ ເລກທີ 38/ນຍ, ລົງວັນທີ 21/02/2005 ວ່າດ້ວຍກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້) ເດືອນ​ມີ​ນາ ກົມ​ປ່າ​ໄມ້
3 “ຮ່າງ ດໍາລັດ ວ່າດ້ວຍອຸທິຍານແຫ່ງຊາດ ເດືອນເມສາ ​ກົມ​ປ່າ​ໄມ້
4 “ຮ່າງ ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ກະ​ສິ​ກຳ ຮອດ​ປີ 2025 ແລະ ວິ​ໄສ​ທັດ ປີ 2030 (ສະ​ບັບ​ປັບ​ປຸງ) ເດືອນ​ມິ​ຖຸ​ນາ ​ກົມ​ນະ​ໂຍ​ບາຍ ແລະ ນິ​ຕິ​ກຳ
5 “ຮ່າງ ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ລ້ຽງ​ສັດ, ສັດ​ນ້ຳ

(ງົວ, ຄວາຍ, ໝູ, ແກະ, ແບ້, ສັດ​ປີກ ແລະ ສັດ​ນ້ຳ)

​ເດືອນ​ກັນ​ຍາ ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງ
6 “ຮ່າງ” ດໍາລັດ ​ວ່າ​ດ້ວຍ​ທີ່​ດິນ​ກະ​ສິ​ກຳ ເດືອນ​ຕຸ​ລາ ກົມ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ
7 “ຮ່າງ ຍຸດ​ທະ​ສາດ​ການ​ຈັດ​ສັນ​ພູມ​ລຳ​ເນົາ ແລະ ອາ​ຊີບ ເດືອນ​ຕຸ​ລາ ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ສະ​ຫະ​ກອນ
8 “ຮ່າງ ຍຸດ​ທະ​ສາດ​ພັດ​ທະ​ນາ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ ​ເດືອນ​ຕຸ​ລາ ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງ
9 “ຮ່າງ” ຍຸດທະສາດປ່າໄມ້ ຮອດ​ປີ 2030 ເດືອນ​ພະ​ຈິກ ກົມ​ປ່າ​ໄມ້
10 “ຮ່າງ” ດໍາ​ລັດ​ ວ່າ​ດ້ວຍ​ການ​ຂ້າ​ສັດ ແລະ ການ​ຊົດ​ເຊີຍ ເພື່ອ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ​ສັດ (ສັດ​ປີກ, ໝູ, ແກະ ແລະ ແບ້) ເດືອນ​ພະ​ຈິກ ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງ
11 “ຮ່າງ” ດຳລັດ ວ່າ​ດ້ວຍ​ປ່າ​ສະ​ຫງວນ (ປັບ​ປຸງ​ດຳ​ລັດ ເລກທີ 134/ນຍ, ລົງວັນທີ 13 ພຶດ​ສະ​ພາ 2015 ວ່າດ້ວຍປ່າສະຫງວນ) ເດືອນທັນວາ ​ກົມ​ປ່າ​ໄມ້

ແຜນການສ້າງ ແລະ ປັບປຸງ ນິຕິກຳ ກປ 2019

ຫົວຂໍ້ ພາກສວນຮັບຜິດຊອບ ຄາດຄະເນຈະນຳເຂົ້າພິຈາລະນາໃນກອງປະຊຸມ ລບ ປີ 2019
ຮ່າງ ກົດໝາຍວ່າດ້ວຍ ປ່າໄມ້ (ສະບັບປັບປຸງ) ກົມປ່າໄມ້ ເດືອນກຸມພາ 2019
ຮ່າງ ດຳລັດວ່າດ້ວຍ ການຄຸ້ມຄອງແນວພັນພືດ ກົມປູກຝັງ ເດືອນເມສາ 2019
ຮ່າງ ດຳລັດວ່າດ້ວຍ ການຄຸ້ມຄອງອາຫານສັດ ກົມລ້ຽງສັດ ແລະ ການປະມົງ ເດືອນເມສາ 2019
ຮ່າງ ດຳລັດວ່າດ້ວຍ ການຄຸ້ມຄອງຢາສັດຕະວະແພດ ກົມລ້ຽງສັດ ແລະ ການປະມົງ ເດືອນພຶດສະພາ 2019
ຮ່າງ ດຳລັດວ່າດ້ວຍ ການຂ້າສັດ ແລະ ການກວດກາອະນາໄມ້ຊີ້ນ ກົມລ້ຽງສັດ ແລະ ການປະມົງ ເດືອນມິຖຸນາ 2019
ຮ່າງ ດໍາລັດວ່າດ້ວຍ ທີ່ດິນກະສິກໍາ ກົມຄຸ້ມຄ້ອງ ແລະ ພັດທະນາທີ່ດິນກະສິກໍາ ເດືອນຕຸລາ 2019
ຮ່າງ ດຳລັດວ່າດ້ວຍ ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ກົມປ່າໄມ້ ເດືອນທັນວາ 2019
ຮ່າງ ດໍາລັດວ່າດ້ວຍ ການສ້າງຕັ້ງກຸ່ມ ແລະສະຫະກອນການຜະລິດກະສິກໍາ ກົມພັດທະນາຊົນນະບົດ ແລະ ສະຫະກອນ ເດືອນທັນວາ 2019