Chanxay Khambanhseuang

ທັດສະນະສຶກສາກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ຢູ່ ສສ ຫວຽດນາມ

ການເຂົ້າຮ່ວມ ຄະນະວິຊາການຂອງ ກະຊວງກະສິກໍາ ແລະ ປ່າໄມ້ ໄປເຄື່ອນໄຫວວຽກງານ ທັດສະນະສຶກສາ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໂດຍໄດ້ມີການພົບປະແລກປ່ຽນ ຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະ ທັດສະນະສຶກສາ ພ້ອມທັງເບິ່ງໂຄງການຕົວຈິງ, ລະຫວ່າງວັນທີ 01-11 ຕຸລາ 2019 ໂດຍພາຍໄດ້ການສະໜັບສະໜູນ ແລະ ຮ່ວມມື ຈາກ  ທະນາຄານພັດທະນາອາຊີ (ADB). ຈຸດປະສົງ: ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ຢູ່ ສສ ຫວຽດນາມ, ເຫັນວ່າມີຄວາມ​ສຳຄັນ ກ່ຽວກັບວຽກງານການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ໃນອານາຄົດ.

ເພື່ອເປັນບ່ອນອິງໃສ່ວຽກງານກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ທີ່ຈະສາມາດນໍາມາປັບປຸງນໍາໃຊ້ໃຫ້ແທດເໝາະກັບ ສປປ ລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ທີ່ມາຈາກ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມຊົນລະປະທານ ແລະ ກົມນະໂຍບາຍ ແລະ ນິຕິກໍາ ດັ່ງລາຍຊື່ລຸ່ມນີ້:

  1. ທ່ານ ບົວຈັນ ສີຫາວົງ                  ຮອງຫົວໜ້າ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້
  2. ທ່ານ ຈັນທະບູນ ສອນທະວີ          ຮອງຫົວໜ້າ ກົມຊົນລະປະທານ
  3. ທ່ານ ປອ. ທັດສະກາ ສະພັງທອງ  ຮອງຫົວໜ້າ ກົມນະໂຍບາຍ ແລະ ນິຕິກໍາ
  4. ທ່ານ ປອ. ຖາວອນ ອິນທະວົງ      ຫົວໜ້າ ສູນປ່ຽນແປງດິນຟ້າອາກາດ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
  5. ທ່ານ ວິນວິໄລ ໄຊຍະພອນ            ຫົວສູນ ອອກແບບຊົນລະປະທານ, ກົມຊົນລະປະທານ
  6. ທ່ານ ນາງ ສີສະຫວັນ ວົງລໍຄຳ      ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ
  7. ທ່ານ ຈັນໄຊ ຄຳບັນເສືອງ            ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ
  8. ທ່ານ ວາວິໂຍ ສິມົງຄຸນ                ວິຊາການ, ກົມຊົນລະປະທານ
  9. ທ່ານ ໂດຊາ ບົວລະວັນ                 ວິຊາການ, ກົມຊົນລະປະທານ

ໃນການທັດສະນະສຶກສາໃນຄັ້ງນີ້ແມ່ນໄດ້ໄປຢ້ຽມຢາມພົບປະແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວ ຂ້ອງກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ຄື:

  1. ໄດ້ເຂົ້າພົບ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານ ການຄຸ້ມຄອງ ນ້ຳຖ້ວມ ແລະ ອ່າງໂຕ່ງ, ການກະກຽມ, ນິຕິກຳ, ຂອບເຂດກົດໝາຍ ກັບ ກົມຄວບຄຸມ ແລະ ປ້ອງກັນໄພພິບັດທາງທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ (MARD);
  2. ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານຊົນລະປະທານ ການບໍລິຫານຈັດການນ້ຳ, ການກຳນົດຍຸດທະສາດ ຮ່ວມກັບ ກົມຊົນລະປະທານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ;
  3. ຢ້ຽມຢາມ ແລະ ແລກປ່ຽນ ການຄຸ້ມຄອງ ເຂື່ອນໄຟຟ້າ ແລະ ອ່າງໂຕ່ງ, ການກະກຽມ, ນິຕິກຳ, ຂອບເຂດກົດໝາຍໃນປະຈຸບັນ. ຂັ້ນຕອນການປະຕິບັດງານ, ລະບົບການສື່ສານ, ແຈ້ງເຕືອນການປ່ອຍນ້ຳ, ຜົນກະທົບ ແລະ ການຊົດເຊີຍ ຖ້າມີເຫດການເກີດຂຶ້ນ ກັບ ອົງການ ເຕັກນິກຄວາມປອດໄພດ້ານ ອຸດສະຫະກຳ ແລະ ສິ່ງແວດລ້ອມ, ກະຊວງ ອຸດສະຫະກຳ ແລະ ການຄ້າ;
  4. ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານ ລະບົບພະຍາກອນອາກາດ, ລະບົບຂໍ້ມູູນຂ່າວສານນ້ຳຖ້ວມ, ການຄຸ້ມຄອງອ່າງໂຕ່ງ ໃນລະດັບຊາດ ຮ່ວມກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE);
  5. ພົບປະ ແລະ ແລກປ່ຽນບົດຮຽນກັບ ຄະນະຊີ້ນຳ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ແລະ ການຈັດຫາງານ ເພື່ອຮັບເອົາແຜນ ແລະ ເນື້ອໃນການເຮັດວຽກ ທີ່ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ເຫວ້;
  6. ຢ້ຽມຢາມພາກສະໜາມ, ລະບົບການຄຸ້ມຄອງແມ່ນ້ຳ ແລະ ອ່າງໂຕ໋ງ, ລະບົບ ອຸທົກກະສາດ ຂອງແມ່ນ້ຳ ຫວງ ຂອງໜ່ວຍງານຄຸ້ມຄອງອ່າງໂຕ່ງ ນ້ຳຫວງ ທີແຂວງ ເຫວ້;
  7. ປະຊຸມຮ່ວມກັບ ຄະນະຊີ້ນຳ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ແລະ ການຈັດຫາງານ ໃນ ແຂວງ ກວາງນາມ ເພື່ອຮັບເອົາແຜນ ແລະ ເນື້ອໃນການເຮັດວຽກ ທີ່ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວາງນາມ;
  8. ຢ້ຽມຢາມພາກສະໜາມ ປະຊຸມກັບໜ່ວຍງານ ຄຸ້ມຄອງອ່າງໂຕ່ງ, ເຂື່ອນໄຟຟ້າພະລັງງານນ້ຳ, ອ່າງໂຕ່ງ – ເຂື່ອນໄຟຟ້າພະລັງງານນ້ຳ ແຈ້ງ ທີ່ ແຂວງ ກວາງນາມ;
  9. ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານໄພພິບັດທຳມະຊາດ ແລະ ນ້ຳຖ້ວມ ກັບໜ່ວຍງານ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ໃນແຂວງ ດານັງ;
  10. ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການກັບ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ດານັງ ກ່ຽວກັບການຄຸມຄອງໄພພິບັດ ແລະ ປ້ອງກັນນ້ຳຖ້ວມ;

          ຜ່ານການໄປແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ສາມາດຖອດຖອນບົດຮຽນໄດ້ຄື:

  • ດ້ານການສ້າງບັນດານິຕິກໍາຕ່າງໆ;
  • ການຈັດຕັ້ງການຄຸ້ມຄອງຂັ້ນຕ່າງໆ;
  • ການພັດທະນາ ແລະ ການກຳນົດນະໂຍບາຍ;
  • ການຄຸ້ມຄອງນໍາໃຊ້ແຕ່ລະກິດຈະການ;
  • ການຕິດຕາມກວດກາ.

 

ຂ່າວໂດຍ: ຈັນໄຊ ຄຳບັນເສືອງ