ພາລະບົດບາດ

ມີພາລະບົດບາດເປັນເສນາທິການ ໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້ ໃນການສຶກສາຄົ້ນຄວ້າ, ວິໄຈບັນຫາເສດຖະກິດ-ສັງຄົມ ແລະ ການຕະຫຼາດ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດ ແລະ ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ ຂອງຂະແໜງການ ອອກເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ

ໜ້າທີ່

ຄົ້ນຄວ້າ, ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງ ກະສິກໍາ ແລະ ປ່າໄມ້ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນ;
ຄົ້ນຄວ້າ, ວິເຄາະ, ວິໄຈ ສະພາບການ ດ້ານເສດຖະກິດ-ສັງຄົມ, ການຕະຫຼາດ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດນະໂຍບາຍຂອງຂະແໜງ ການ;
ຄົ້ນຄວ້າ ແລະ ຜັນຂະຫຍາຍ ແຜນຍຸດທະສາດ, ນະໂຍບາຍ ແລະ ຜົນການຄົ້ນຄວ້າວິທະຍາສາດເຕັກນິກ ຂອງຂະແໜງການຕົນ ອອກເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ;
ສັງລວມ ແລະ ນໍາສະເໜີ ແຜນການສ້າງ ແລະ ປັບປຸງກົດໝາຍ ຕໍ່ລັດຖະບານ, ຄະນະປະຈໍາສະພາແຫ່ງຊາດ ເພື່ອເອົາເຂົ້າແຜນ 5 ປີ ແລະ ປະຈໍາປີ ຂອງສະພາແຫ່ງຊາດ;
ຕິດຕາມ, ປະເມີນຜົນ ແລະ ຮັບຮອງ ການຈັດຕັ້ງປະຕິບັດ ນະໂຍບາຍ, ນິຕິກໍາ ແລະ ຜົນການຄົ້ນຄວ້າ ວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້;
ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ

 

ດາວໂຫຼດຟາຍ