News

Meeting of Agriculture Development Strategy 2025 and Vision to 2030

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2019, ເວລາ 09:00 ທີ່ ຫ້ອງປະຊຸມສະໂມສອນ ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືພາຍໃນຄະນະຮັບຜິດຊອບ ຕາມຂໍ້ຕົກລົງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າຄະນະຊີ້ນໍາລວມ, ທັງເປັນຫົວໜ້າຄະນະເນື້ອໃນ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 28 ທ່ານ (ລາຍລະອຽດການລົງທະບຽນຄັດຕິດມາພ້ອມນີ້) ໂດຍມີຈຸດປະສົງເພື່ອ:

 

(1) ສ້າງຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ເປັນເອກະພາບກັນ ຕໍ່ກັບກອບການທົບທວນ ແລະ ປັບປຸງຍຸດທະສາດກະສິກໍາ ເປັນຕົ້ນ ໂຄງປະກອບຂອງຍຸດທະສາດກະສິກໍາ;
(2) ນໍາສະເໜີວິທີການ ແລະ ຂະບວນການທົບທວນ ແລະ ປັບປຸງຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030;
(3) ປຶກສາຫາລື ແລະ ປະກອບຄໍາເຫັນຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້.

ຫຼັງຈາກນັ້ນ, ໄດ້ເປີດເວທີປຶກສາຫາລື ແລະ ປະກອບຄຳເຫັນ ຂອງຄະນະຮັບຜິດຊອບ ຕໍ່ການນຳສະເໜີເຊິ່ງສ່ວນໃຫຍ່ ກໍເຫັນດີເປັນເອກະພາບ ຕໍ່ກັບກອບ ແລະ ແບບແຜນວິທີການ ໃນການປັບປຸງຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030. ແຕ່ກໍ່ເຫັນວ່າ ຍັງມີບາງປະເດັນ ທີ່ຈໍາເປັນຈະຕ້ອງໄດ້ປັບປຸງ ແລະ ເພີ່ມເຕີມ ດັ່ງມີລາຍລະອຽດລຸ່ມນີ້:
• ໃນການທົບທວນ ແລະ ປັບປຸງຍຸດທະສາດັ່ງກ່າວນີ້ ຄວນຈະທົບທວນເບິ່ງໝາກຜົນການຈັດຕັ້ງປະຕິບັດທີ່ຜ່ານມາ ແລະ ຂໍ້ຄົງຄ້າງ/ສິ່ງທ້າທາຍ ທີ່ຕ້ອງໄດ້ມີການປັບປຸງແກ້ໄຂ ແລະ ສາມາດນໍາໃຊ້ເປັນບົດຮຽນ ໃນການປັບປຸງຄັ້ງນີ້;
• ຍຸດທະສາດ ສະບັບປັບປຸງນີ້ ເບິ່ງເລິກເຖິງບັນຫາ ທີ່ພົວພັນກັບຊາວກະສິກອນ, ກະສິກຳ ແລະ ການພັດທະນາຊົນນະບົດແນໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ເປັນລະບົບຄົບຊຸດ;
• ບັນຫາໃຈກາງ ແມ່ນສຸມໃສ່ປັບປຸງກຳລັງການຜະລິດ ແລະ ການພົວພັນການຜະລິດໃຫ້ສອດຄ່ອງ, ການຫັນເປັນອຸສະຫະກຳ ແລະ ທັນສະໄໝ, ການປັບປຸງໂຄງປະກອບກະສິກຳ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ;
• ຍຸດທະສາດດັ່ງກ່າວ ຄວນຄໍານຶງເຖິງກົນໄກ/ເຄື່ອງມື ສໍາລັບການສົ່ງເສີມ/ສະໜັບສະໜູນ/ດຶງດູດ ນັກທຸລະ ກິດ ຫຼື ຜູ້ປະກອບການ ໃຫ້ຫັນມາລົງທຶນ ໃນຂະແໜງກະສິກໍາໃຫ້ຫຼາຍຂຶ້ນ.

ຜ່ານການປຶກສາຫາລື ກອງປະຊຸມ ໄດ້ຕົກລົງເຫັນດີເປັນເອກະພາບ ດັ່ງລຸ່ມນີ້:
1) ການປັບປຸງ ຍຸດທະສາດ ພັດທະນາກະສິກໍາ ນີ້ ຈະຕ້ອງອີງໃສ່ (1) ມະຕິກອງປະຊຸມຂອງຄະນະບໍລິຫານສູນກາງພັກຄັ້ງທີ 7 ແລະ ຄັ້ງທີ 1 ແລະ (2) ຮ່າງ ໂຄງສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 (2021-2025);
2) ການປັບປຸງຍຸດທະສາດເຫັນວ່າຕ້ອງເນັ້ນໃຫ້ເຫັນສາຍພົວພັນຂອງການພັດທະນາຊາວກະສິກອນ,ກະສິກໍາ ແລະ ຊົນນະບົດ;
3) ໃຫ້ຄະນະກອງເລຂາ ສືບຕໍ່ຄົ້ນຄວ້າ, ທົບທວນ ແລະ “ຮ່າງ“ ໂຄງປະກອບ ຍຸດທະສາດ ພັດທະນາກະສິກໍາ ສະບັບປັບປຸງ ໂດຍໃຫ້ປະກອບມີ ປູກຝັງ, ລ້ຽງສັດ, ພື້ນທາງໂຄງລ່າງການຜະລິດ ທີ່ກ່ຽວຂ້ອງກັບການພັດທະ ນາກະສິກໍາ ເຫຼົ່ານີ້ເປັນຕົ້ນ. ແຕ່ກໍ່ຈະຕ້ອງໃຫ້ມີວຽກງານດ້ານອື່ນໆ ທີ່ສະໜັບສະໜູນ ການຈັດຕັ້ງ/ພັດທະນາ ວຽກງານດັ່ງກ່າວ ເຊັ່ນ: ຊັບພະຍາກອນມະນຸດ, ສົ່ງເສີມເຕັກນິກ, ແລະ ດ້ານອື່ນໆ ທີ່ກ່ຽວຂ້ອງ; ພາຍຫຼັງທີ່ສໍາເລັດ ໂຄງຮ່າງ ແລະ ເນື້ອໃນ (ຮ່າງຍຸດທະສາດ ສະບັບທີ 01) ໃຫ້ສະເໜີມາຍັງຄະນະຊີ້ນໍລວມ ເພື່ອເປີດກອງປະຊຸມຄົບຄະນະ ຄັ້ງທີ 02 ແລະ ຕໍ່ໆໄປ ຕາມເໝາະສົມ;
4) ສໍາລັບໂຄງຮ່າງ ຍຸດທະສາດພັດທະນາກະສິກໍາ ສະບັບປັບປຸງ ຄວນຈະປະກອບມີ: (1) ການຕີລາຄາ ສະພາບຄວາມເປັນຈິງຂອງຂະແໜງການໃນໄລຍະຈັດຕັ້ງປະຕິບັດຜ່ານມາ; (2) ການກໍານົດທິດທາງ ແລະ ເປົ້າໝາຍ ຂອງຍຸດທະສາດ; ແລະ (3) ຮູບແບບວິທີການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍທີ່ກໍານົດໄວ້;
5) ສໍາລັບການທົບທວນ ຍຸດທະສາດພັດທະນາກະສິກໍາ (ສະບັບປະຈຸບັນ) ແມ່ນໃຫ້ສາມາດສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດຜ່ານມາ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມທັງ ໃຫ້ນໍາເອົາວິທີການຈັດຕັ້ງປະຕິບັດ ທີ່ປະສົບຜົນສໍາເລັດ ມາປະກອບໃສ່ ຍຸດທະສາດ ສະບັບປັບປຸງ ເພື່ອສືບຕໍ່ໃຫ້ການຈັດຕັ້ງປະຕິບັດ ມີຜົນສໍາເລັດຕາມເປົ້າໝາຍ;
6) ສໍາລັບງົບປະມານການທົບທວນ ແລະ ປັບປຸງຍຸດທະສາດດັ່ງກ່າວນີ້ ແມ່ນສະເໜີໃຫ້ນໍາໃຊ້ງົບປະມານ ຂອງກະຊວງກະສິກໍາ ແລະ ປ່າໄມ້, ເຊິ່ງຄະນະກອງເລຂາ ໄດ້ຂຶ້ນແຜນລະອຽດ ແລະ ສະເໜີການນໍາ ເພື່ອອະນຸມັດ.

ກອງປະຊຸມໄດ້ປິດລົງໃນເວລາ 11:00 ໂມງ ຂອງວັນດຽວກັນ.

 

ພາບ ແລະ ຂ່າວໂດຍ: ສຸລິເອກ ກິ່ງແກ້ວ