ກ່ຽວກັບກົມ
ປະຫວັດຕວາມເປັນມາ
ກົມນະໂຍບາຍ ແລະ ນິຕິກໍາ ແມ່ນກົງຈັກໜຶ່ງ ໃນໂຄງປະກອບການຈັດຕັ້ງ ຂອງກະຊວງກະສິກໍາ ແລະ ປ່າໄມ້ ຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 9 ມີນາ 2017. ກົມນະໂຍບາຍ ແລະ ນິຕິກໍາ ຈັດຕັ້ງເຄື່ອນໄຫວ ຕາມຂໍ້ຕົກລົງ ສະບັບເລກທີ 3684/ກປ, ລົງວັນທີ 02 ສິງຫາ 2017 ແລະ ໄດ້ເລີ່ມເຄື່ອນໄຫວວຽກງານຢ່າງເປັນທາງການ ນັບແຕ່ວັນທີ 15 ທັນວາ 2017. ຕົວອັກສອນຫຍໍ້ວ່າ: “ກບນ”
ມາຮອດປີ 2020 ກົມນະໂຍບາຍ ແລະ ນິຕິກໍາ, ແມ່ນໄດ້ມີການປັບປຸງການຈັດຕັ້ງຄືນໃໝ່ ຕາມຂໍ້ຕົກລົງ ສະບັບເລກທີ 1654/ກປ, ລົງວັນທີ 29 ກໍລະກົດ 2020
Download ສະບັບເລກທີ 3684/ກປ, ລົງວັນທີ 02 ສິງຫາ 2017
Download ສະບັບເລກທີ 1654/ກປ, ລົງວັນທີ 29 ກໍລະກົດ 2020
ບຸກຄະລາກອນ ທັງໝົດ ຈໍານວນ 42 ຄົນ, ຍິງ 18 ຄົນ (ລວມພະນັກງານລັດຖະກອນ 39 ແລະ ອາສາສະໝັກ 3 ຄົນ), ເຊິ່ງປະກອບດ້ວຍ:
- ປອ ຈໍານວນ 03 ຄົນ;
- ປທ ຈໍານວນ 14 ຄົນ;
- ປຕ ຈໍານວນ 20 ຄົນ; (ອາສາສະໝັກ 3 ຄົນ, ຍິງ 2)
- ຊັ້ນສູງ 1 ຄົນ;
- ຊັ້ນກາງ 1 ຄົນ
- ໄປສຶກສາຍົກລະດັບ ຈໍານວນ 3 ຄົນ. (ຍົກລະດັບຂັ້ນ: ປອ. 1 ຄົນ, ປທ. 1 ຄົນ ແລະ ປຕ. 1 ຄົນ)
ສາຍການພົວພັນ ຂອງກົມນະໂຍບາຍ ແລະ ນິຕິກໍາ ກັບພາກສ່ວນຕ່າງໆອ້ອມຂ້າງ.