Meeting to discuss the creation, dissemination and assessment of the legal impact of the agriculture and forestry sector
ໃນວັນທີ 12 ພະຈິກ 2020 ກົມນະໂຍບາຍ ແລະ ນິຕິກຳ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການສ້າງ, ໂຄສະນາເຜີຍແຜ່ ແລະ ປະເມີນຜົນກະທົບນິຕິກຳ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອຸດົມ ສີປະເສີດ ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກຳ ແລະ ທ່ານ ຄຳເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ມີບັນດາທ່ານຜູ້ຕາງໜ້າ ຫ້ອງການ, ຂະແໜງ, ກອງ ແລະ ສູນ ອ້ອມຂ້າງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ລວມທັງທີມງານຈາກກົມນະໂຍບາຍ ແລະ ນິຕິກຳ ເຂົ້າຮ່ວມທັງໝົດ 28 ທ່ານ (ຍິງ 07 ທ່ານ).
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບການສ້າງ, ໂຄສະນາເຜີຍແຜ່ ແລະ ປະເມີນ ຜົນກະທົບນິຕິກຳ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ທີ່ຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ ແນໃສ່ຮັບປະກັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳຂອງຂະແໜງການໃຫ້ໄປລວງດຽວກັນ ຕາມທີ່ກໍານົດໃນກົດໝາຍ ວ່າດ້ວຍການສ້າງນິຕິກຳ ເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012 ແລະ ຄໍາສັ່ງ ເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ມາຮອດປະຈຸບັນ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ມີກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຫຼາຍສະບັບ ສະເພາະນິຕິກຳ ທີ່ມີຜົນ ບັງຄັບທົ່ວໄປ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ ມີ 89 ສະບັບ ຄື: ກົດໝາຍ 08 ສະບັບ, ລັດຖະບັນຍັດ 01 ສະບັບ, ດຳລັດ 20 ສະບັບ (ລບ 20 ສະບັບ), ຄໍາສັ່ງ 22 ສະບັບ (ນຍ 05 ສະບັບ), ຂໍ້ຕົກລົງ 30 ສະບັບ ແລະ ຄຳແນະນຳ 08 ສະບັບ.
ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບການສ້າງ, ໂຄສະນາເຜີຍແຜ່ ແລະ ປະເມີນຜົນ ກະທົບນິຕິກຳ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ຢູ່ແຂວງໄຊຍະບູລີ ຈາກ ທ່ານ ຄຳເກິ່ງ ພັນລັກ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ແລະ ຮັບຟັງການສະເໜີກ່ຽວກັບ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໂດຍສະເພາະຫຼັກການ, ຂັ້ນຕອນການ ສ້າງນິຕິກຳຢູ່ທ້ອງຖິ່ນ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ຈາກ ທ່ານ ບຸນເຖິງ ແສງມະນີ ຮອງຫົວໜ້າພະແນກນິຕິກຳ, ກົມນະໂຍບາຍ ແລະ ນິຕິກຳ.
ພິເສດ, ກອງປະຊຸມໄດ້ມອບປຶ້ມ ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄູ່ມື ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ບັນດາພະແນກກະສິກໍາ ແລະ ປ່າໄມ້ ລວມທັງໝົດ 10 ຫົວ.
ຂ່າວໂດຍ ທະນູສິນ
Leave a Reply