The 1st Meeting on The Council for Agricultural and Forestry Science and Technology 2020
ກອງປະຊຸມຄັ້ງທີ I ປະຈໍາປີ 2020 ໄດ້ເປີດຂື້ນໃນເວລາ 08:30 ຂອງວັນທີ 01 ຕຸລາ 2020 ທີ່ຫ້ອງປະຊຸມ 111, ກະຊວງກະສິກຳ ແລະ ປ່າໄມ້ ຕາມວາລະດຳເນີນກອງປະຊຸມປະຈຳປີ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ທັງເປັນ ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 10 ທ່ານ ທີ່ປະກອບດ້ວຍສາມະຊິກສະພາວິທະຍາສາດ, ມີຜູ້ຕາງໜ້າຈາກ ບັນດາຫ້ອງການ, ກົມ, ສະຖາບັນ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.
ຈຸດປະສົງ: ເພື່ອຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ໃນການພິຈາລະນາຮັບຮອງ ບັນດາບົດສະເໜີໂຄງການຄົ້ນຄວ້າວິທະຍາສາດ ກປ ຈຳນວນ: 17 ໂຄງການ (3 ໂຄງການໄດ້ຜ່ານຂະບວນການຮັບຮອງໃນປີ 2019); ແລະ ເພື່ອປຶກສາຫາລື, ທົບທວນ, ຕີລາຄາ ແລະ ຖອດຖອນບົດຮຽນ ຕໍ່ໝາກຜົນການຈັດຕັ້ງປະຕິບັດວຽກງານ ຂອງ ສພກປ ໃນໜຶ່ງປີີທີ່ຜ່ານ.
ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນ ກ່ຽວກັບ ຄວາມໝາຍ ຄວາມສໍາຄັນ ຂອງວຽກງານ ການຄົ້ນຄວ້າວິທະຍາສາດ, ເຕັກນິກ ແລະ ນະວັດຕະກຳໃໝ່ໃນຂະແໜງການ, ການປຶກສາຫາລື ເພື່ອພິຈາລະນາຮັບຮອງບັນດາໂຄງການຄົ້ນຄວ້າວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ກອງປະຊຸມໄດ້ດຳເນີນປະຕິບັດຕາມ 3 ວາລະສໍາຄັນດັ່ງນີ້:
- ທ່ານ ປອ. ທັດສະກາ ສະພັງທອງ, ຫົວໜ້າກົມນະໂຍບາຍ ແລະ ນິຕິກຳ ໄດ້ນໍາສະເໜີ ຈຸດປະສົງຂອງກອງປະຊຸມ ແລະ ສະພາບຄວາມເປັນມາຂອງສະພາວິທະຍາສາດ ເຕັກນິກ ກະສິກຳ ແລະ ປ່າໄມ້; ຂອບເຂດ, ຂັ້ນຕອນການພິຈາລະນາຮັບຮອງ ແລະ ຢັ້ງຢືນໂຄງການຄົ້ນຄວ້າວິທະຍາສາດ ກປ ທັງໝົດທີ່ສັງລວມໄດ້ 19 ໂຄງການ ໃນນັ້ນມີ: 3 ໂຄງການ ທີ່ໄດ້ຜ່ານຂະບວນການພິຈາລະນາຮັບຮອງ ສພກປ ໃນປີ 2019; 10 ໂຄງການເກົ່າ [1], 4 ໂຄງການ ເປັນໂຄງການສະເໜີມາໃໝ່ [2] ແລະ ອີກ 2 ໂຄງການແມ່ນປັບປຸງແບບຟອມກ່ອນເຂົ້າພິຈາລະນາໃນກອງປະຊຸມຄັ້ງໜ້າ ພ້ອມທັງນຳສະເໜີ ຜ່ານຫົວຂໍ້ບົດສະເໜີໂຄງການ ລະຫັດ 001, 002 ແລະ 003 ທີ່ໄດ້ຜ່ານຂະບວນການຮັບຮອງແລ້ວໃນປີ 2019 ແລະ ໄດ້ສໍາການປັບປຸງແບບຟອມໄປສະບັບປີ 2020 ໂຄງການດັ່ງຈຶ່ງບໍ່ຈໍາເປັນຕ້ອງການພິຈາລະນາຄືນໃໝ່. ສະນັ້ນ, ໂຄງການທີ່ຕ້ອງຜ່ານກອງປະຊຸມໃນຄັ້ງນີ່້ ລວມທັງໝົດມີ 14 ໂຄງການ.
- ການສະເໜີຜ່ານ ບົດສະເໜີໂຄງການຄົ້ນຄວ້າວິທະຍາສາດ ທັງໝົດ 14 ໂຄງການ ຄື: ໂຄງການລະຫັດ 004-017 ຈາກ 3 ພາກສ່ວນຄື: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ 6 ໂຄງການ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 6 ໂຄງການ ແລະ ກົມລ້ຽງສັດ ແລະ ການປະມົງ 2 ໂຄງການ ໂດຍເປັນການນໍາສະເໜີຈາກບັນດາເຈົ້າຂອງ ແລະ ທີມຜູ້ຮັບຜິດຊອບໂຄງການຄົ້ນຄວ້າ; ວິທີການສະເໜີແມ່ນ ສະເໜີເທື່ອລະ 3 ໂຄງການ ຫຼັງຈາກນັ້ນແມ່ນເປີດເວທີໃຫ້ຄະນະກຳມະການ ຫຼື ສະມາຊິກ ສພກປ ມີຄໍາເຫັນ ແນະນໍາ ແລະ ພິຈາລະນາຮັບຮອງໂຄງການວ່າມີຄວາມເໝາະສົມ ຫຼື ບໍ່ ຫຼື ຕ້ອງໄດ້ປັບປຸງໃນຈຸດໃດກ່ອນການຮັບຮອງ.
- ກອງປະຊຸມໄດ້ ປຶກສາຫາລື, ສົນທະນາແລກປ່ຽນບົດຮຽນ ກ່ຽວກັບ ຂະບວນການຮັບຮອງບັນດາບົດຄົ້ນຄວ້າ, ການຮັບຮອງປະກາດນໍາໃຊ້ຜົນ ສໍາເລັດ ຂອງ ການຄົ້ນຄວ້າ, ເພື່ອສະໜັບສະໜູນເຂົ້າໃນການພັດທະນາວຽກງານ ວິທະຍາສາດເຕັກນິກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ແຜນການ ຫຼື ວິທີການ ໃນການສະເໜີຫົວຂໍ້ການຄົ້ນຄວ້າວິທະຍາສາດຂອງແຕ່ລະພາກສ່ວນ.
ໃນຕອນທ້າຍ ທ່ານປະທານໄດ້ສະຫຼຸບຜົນຂອງການປຶກສາຫາລືໃນກອງປະຊຸມຄັ້ງນີ້ໂດຍລວມແລ້ວ ແມ່ນເຫັນດີຮັບຮອງທັງໝົດ 17 ໂຄງການ, ລວມທັງ 3 ໂຄງການທີ່ໄດ້ປັບປຸງແບບຟອມ ແລະ ອີກ 14 ໂຄງການແມ່ນມອບໃຫ້ກອງເລຂາ ສັງລວມເອົາຄໍາເຫັນ ພ້ອມທັງ ເຮັດບົດບັນທຶກ ແລະ ລາຍງານ ກອງປະຊຸມໃນຄັ້ງນີ້.
ລາຍການໂຄງການແຕ່ລະໂຄງການ (Click here)
[1] ໂຄງການເກົ່າ ໝາຍເຖິງ: ບົດສະເໜີໂຄງການທີ່ເຄີຍສະເໜີໃນຊ່ວງປີ 2013-2017 ແຕ່ບໍ່ທັນໄດ້ຮັບການພິຈາລະນາຈາກ ຫສວຊ ເນື່ອງຈາກໄລຍະນັ້ນແມ່ນເປັນໄລຍະການປັບປຸງລະບຽບ ແລະ ດໍາລັດ ວ່າດ້ວຍການນໍາໃຊ້ກອງທຶນ ໂດຍ ຫສວຊ ໄດ້ສົ່ງກັບຄືນໃຫ້ ກະຊວງ ກປ ເພື່ອປັບປຸງບັນດາໂຄງການດັ່ງກ່າວຄືນ ແລະ ຕ້ອງໄດ້ເຂົ້າໃນຂະບວນການຮັບຮອງຈາກ ສພກປ ກ່ອນສາມາດນໍາສະເໜີຂໍຈັດສັນງົບປະມານຈາກ ຫສວຊ.
[2] ໂຄງການໃໝ່ໝາຍເຖິງ: ບົດສະເໜີໂຄງການທີ່ສະເໜີເຂົ້າມາໃໝ່ປີ 2020.
More picture Click here
ຂ່າວໂດຍ: ແສງສຸລີ ກົມມະເມືອງ
Leave a Reply