ຊາວໜຸ່ມຮາກຖານ ກົມນະໂຍບາຍ ແລະ ນິຕິກຳ ເຂົ້າຮ່ວມຂະບວນການປູກຕົ້ນໄມ້

ໃນວັນທີ 29 ພຶດສະພາ 2020 ຊາວໜຸ່ມໜ່ວຍຮາກຖານ ກົມນະໂຍບາຍ ແລະ ນິຕິກຳ. ໄດ້ເຂົ້າຮ່ວມສ້າງຂະບວນການປູກຕົ້ນໄມ້ ແລະ ປູກຫຍ້າລ້ຽງສັດ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ 01 ມິຖຸນາ 2020 ທີ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ້.  ນຳພາໂດຍ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ກິແກ້ວ  ສິງນະວົງ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມຫວັງ ພີມມະສອນ ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາສະມາຊິກຊາວໜຸ່ມຮາກຖານ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນຂອງ ຫ້ອງການ, ກົມອ້ອມຂ້າງກະຊວງກະສິກໍາ ແລະ  ເດັກນ້ອຍເຍົາວະຊົນຈໍານວນໜຶ່ງເຂົ້າຮ່ວມຢ່າງມີຂະບວນການຟົດຟື້ນ.

ພິທີໄດ້ເລີ້ມຂຶ້ນໃນເວລາ 07:00 ໂມງ ເຊົ້າ ໂດຍທ່ານ ຮອງຫົວໜ້າສູນ ​​​ພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໄດ້ອະທິບາຍ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງການຜະລິດພືດເພື່ອເປັນອາຫານໃຫ້ສັດລ້ຽງ ແລະ ໄດ້ອະທິບາຍ ກ່ຽວກັບ ເຕັກນິກວິທີການປູກຫຍ້າເນເປ້ຍເປັນອາຫານຫຼັກຂອງງົວ ຫຼັງຈາກນັ້ນ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າສູນ ​​​ພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໄດ້ກ່າວຈຸດປະສົງຂອງພິທີການປູກຕົ້ນໄມ້ໃນຄັ້ງນີ້. ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ກ່າວຄວາມໝາຍຄວາມສໍາຄັນ ພ້ອມທັງໃຫ້ທິດຊີ້ນໍາ ກ່ຽວກັບ ການພັດທະນາດ້ານກະສິກໍາທີ່ຕິດພັນກັບການປູກ ແລະ ການລ້ຽງ ພ້ອມທັງ ກ່າວເປີດພິທີ່ປູກຕົ້ນໄມ້ ຢ່າງເປັນທາງການ.

ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ​ເປັນ​ບ່ອນ​ສຶກສາຮຽນຮູ້ ​ແລະ ເປັນ​ບ່ອນສາທິດ ວິທີການ, ຫຼັກການໃນການປູກພຶດອາຫານສັດ ແລະ ເປັນການສ້າງລະບົບຟາມທີ່ມີການປູກ ແລະ ການລ້ຽງ ໃນຮູບແບບການຜະລິດກະສິກຳແບບຄົບວົງຈອນ ເພື່ອໃຫ້ ຊາວກະສິກອນ, ຜູ້ທີ່ມີຄວາມສົນໃຈທີ່ຈະທໍາການຜະລິດໃນຮູບແບບຟາມນີ້ສາມາດນຳໃຊ້ເອົາໄປເປັນຂໍ້ມູນຕົວແບບໄດ້.

ພິທີປູກຕົ້ນໄມ້ດັ່ງກ່າວນີ້ຍັງເປັນການສ້າງຂະບວນການລະຫວ່າງສະມາຊິກຊາວໜຸ່ມຂອງແຕ່ລະບັນດາຮາກຖານທີ່ຂຶ້ນກັບ ຄຊປປລ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມາເຕົ້າໂຮມຄວາມສາມັກຄີໃນການສ້າງຂະບວນການຮ່ວມກັນ.

ຫຼັງຈາກສໍາເລັດພິທີການປູກຕົ້ນໄມ້ແລ້ວ ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຈຶ່ງໄດ້ມີ ພິທີມອບຂອງຂວັນໃຫ້ແກ່ ເດັກນ້ອຍເຍົາວະຊົນ ຜູ້ທີ່ເປັນອະນາຄົດຂອງຊາດ.

 

 

 

 

ຂ່າວໂດຍ: ທ. ລິດສະໝີ ໄຊຊະນະ

ຮູບພາບເພີ້ມເຕີມ ຄຣິກເລີຍ

One Response to ຊາວໜຸ່ມຮາກຖານ ກົມນະໂຍບາຍ ແລະ ນິຕິກຳ ເຂົ້າຮ່ວມຂະບວນການປູກຕົ້ນໄມ້

Leave a Reply to Sengsouly Kommameuang Cancel reply

Your email address will not be published. Required fields are marked *