Chanxay Khambanhseuang
Study Tour in Vietnam
ການເຂົ້າຮ່ວມ ຄະນະວິຊາການຂອງ ກະຊວງກະສິກໍາ ແລະ ປ່າໄມ້ ໄປເຄື່ອນໄຫວວຽກງານ ທັດສະນະສຶກສາ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໂດຍໄດ້ມີການພົບປະແລກປ່ຽນ ຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະ ທັດສະນະສຶກສາ ພ້ອມທັງເບິ່ງໂຄງການຕົວຈິງ, ລະຫວ່າງວັນທີ 01-11 ຕຸລາ 2019 ໂດຍພາຍໄດ້ການສະໜັບສະໜູນ ແລະ ຮ່ວມມື ຈາກ ທະນາຄານພັດທະນາອາຊີ (ADB). ຈຸດປະສົງ: ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ຢູ່ ສສ ຫວຽດນາມ, ເຫັນວ່າມີຄວາມສຳຄັນ ກ່ຽວກັບວຽກງານການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ໃນອານາຄົດ.
ເພື່ອເປັນບ່ອນອິງໃສ່ວຽກງານກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ທີ່ຈະສາມາດນໍາມາປັບປຸງນໍາໃຊ້ໃຫ້ແທດເໝາະກັບ ສປປ ລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ທີ່ມາຈາກ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມຊົນລະປະທານ ແລະ ກົມນະໂຍບາຍ ແລະ ນິຕິກໍາ ດັ່ງລາຍຊື່ລຸ່ມນີ້:
- ທ່ານ ບົວຈັນ ສີຫາວົງ ຮອງຫົວໜ້າ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້
- ທ່ານ ຈັນທະບູນ ສອນທະວີ ຮອງຫົວໜ້າ ກົມຊົນລະປະທານ
- ທ່ານ ປອ. ທັດສະກາ ສະພັງທອງ ຮອງຫົວໜ້າ ກົມນະໂຍບາຍ ແລະ ນິຕິກໍາ
- ທ່ານ ປອ. ຖາວອນ ອິນທະວົງ ຫົວໜ້າ ສູນປ່ຽນແປງດິນຟ້າອາກາດ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
- ທ່ານ ວິນວິໄລ ໄຊຍະພອນ ຫົວສູນ ອອກແບບຊົນລະປະທານ, ກົມຊົນລະປະທານ
- ທ່ານ ນາງ ສີສະຫວັນ ວົງລໍຄຳ ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ
- ທ່ານ ຈັນໄຊ ຄຳບັນເສືອງ ວິຊາການ, ກົມນະໂຍບາຍ ແລະ ນິຕິກໍາ
- ທ່ານ ວາວິໂຍ ສິມົງຄຸນ ວິຊາການ, ກົມຊົນລະປະທານ
- ທ່ານ ໂດຊາ ບົວລະວັນ ວິຊາການ, ກົມຊົນລະປະທານ
ໃນການທັດສະນະສຶກສາໃນຄັ້ງນີ້ແມ່ນໄດ້ໄປຢ້ຽມຢາມພົບປະແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວ ຂ້ອງກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ຄື:
- ໄດ້ເຂົ້າພົບ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານ ການຄຸ້ມຄອງ ນ້ຳຖ້ວມ ແລະ ອ່າງໂຕ່ງ, ການກະກຽມ, ນິຕິກຳ, ຂອບເຂດກົດໝາຍ ກັບ ກົມຄວບຄຸມ ແລະ ປ້ອງກັນໄພພິບັດທາງທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ (MARD);
- ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານຊົນລະປະທານ ການບໍລິຫານຈັດການນ້ຳ, ການກຳນົດຍຸດທະສາດ ຮ່ວມກັບ ກົມຊົນລະປະທານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ;
- ຢ້ຽມຢາມ ແລະ ແລກປ່ຽນ ການຄຸ້ມຄອງ ເຂື່ອນໄຟຟ້າ ແລະ ອ່າງໂຕ່ງ, ການກະກຽມ, ນິຕິກຳ, ຂອບເຂດກົດໝາຍໃນປະຈຸບັນ. ຂັ້ນຕອນການປະຕິບັດງານ, ລະບົບການສື່ສານ, ແຈ້ງເຕືອນການປ່ອຍນ້ຳ, ຜົນກະທົບ ແລະ ການຊົດເຊີຍ ຖ້າມີເຫດການເກີດຂຶ້ນ ກັບ ອົງການ ເຕັກນິກຄວາມປອດໄພດ້ານ ອຸດສະຫະກຳ ແລະ ສິ່ງແວດລ້ອມ, ກະຊວງ ອຸດສະຫະກຳ ແລະ ການຄ້າ;
- ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານ ລະບົບພະຍາກອນອາກາດ, ລະບົບຂໍ້ມູູນຂ່າວສານນ້ຳຖ້ວມ, ການຄຸ້ມຄອງອ່າງໂຕ່ງ ໃນລະດັບຊາດ ຮ່ວມກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE);
- ພົບປະ ແລະ ແລກປ່ຽນບົດຮຽນກັບ ຄະນະຊີ້ນຳ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ແລະ ການຈັດຫາງານ ເພື່ອຮັບເອົາແຜນ ແລະ ເນື້ອໃນການເຮັດວຽກ ທີ່ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ເຫວ້;
- ຢ້ຽມຢາມພາກສະໜາມ, ລະບົບການຄຸ້ມຄອງແມ່ນ້ຳ ແລະ ອ່າງໂຕ໋ງ, ລະບົບ ອຸທົກກະສາດ ຂອງແມ່ນ້ຳ ຫວງ ຂອງໜ່ວຍງານຄຸ້ມຄອງອ່າງໂຕ່ງ ນ້ຳຫວງ ທີແຂວງ ເຫວ້;
- ປະຊຸມຮ່ວມກັບ ຄະນະຊີ້ນຳ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ແລະ ການຈັດຫາງານ ໃນ ແຂວງ ກວາງນາມ ເພື່ອຮັບເອົາແຜນ ແລະ ເນື້ອໃນການເຮັດວຽກ ທີ່ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວາງນາມ;
- ຢ້ຽມຢາມພາກສະໜາມ ປະຊຸມກັບໜ່ວຍງານ ຄຸ້ມຄອງອ່າງໂຕ່ງ, ເຂື່ອນໄຟຟ້າພະລັງງານນ້ຳ, ອ່າງໂຕ່ງ – ເຂື່ອນໄຟຟ້າພະລັງງານນ້ຳ ແຈ້ງ ທີ່ ແຂວງ ກວາງນາມ;
- ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການທາງດ້ານໄພພິບັດທຳມະຊາດ ແລະ ນ້ຳຖ້ວມ ກັບໜ່ວຍງານ ການຄວບຄຸມ, ຟື້ນຟູ ແລະ ປ້ອງກັນໄພພິບັດທາງທຳມະຊາດ ໃນແຂວງ ດານັງ;
- ພົບປະ ແລະ ແລກປ່ຽນບົດຮຽນ, ປະສົບການກັບ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ດານັງ ກ່ຽວກັບການຄຸມຄອງໄພພິບັດ ແລະ ປ້ອງກັນນ້ຳຖ້ວມ;
ຜ່ານການໄປແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ກ່ຽວກັບ ການບໍລິຫານຈັດການນໍ້າ, ການຄຸ້ມຄອງໄພພິບັດ ແລະ ພັດທະນາຊົນລະກະເສດ ສາມາດຖອດຖອນບົດຮຽນໄດ້ຄື:
- ດ້ານການສ້າງບັນດານິຕິກໍາຕ່າງໆ;
- ການຈັດຕັ້ງການຄຸ້ມຄອງຂັ້ນຕ່າງໆ;
- ການພັດທະນາ ແລະ ການກຳນົດນະໂຍບາຍ;
- ການຄຸ້ມຄອງນໍາໃຊ້ແຕ່ລະກິດຈະການ;
- ການຕິດຕາມກວດກາ.
ຂ່າວໂດຍ: ຈັນໄຊ ຄຳບັນເສືອງ