Thanousin Soukphachan

ການຝຶກອົບຮົມເຕັກນິກ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກະສິກຳ ແລະ ປ່າໄມ້ ຄັ້ງທີ IV

     ​ກົມ​ນະ​ໂຍບາຍ ​ແລະ ນິຕິ​ກຳ ໄດ້ຈັດ​ຝຶກ​ອົບຮົມເຕັກນິກ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ​ໃຫ້​ຜູ້ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ ກະສິກຳ ແລະ ປ່າໄມ້ ຄັ້ງທີ IV ຂຶ້ນ ໃນ​ລະຫວ່າງ​ວັນ​ທີ 10 – 11 ຕຸລາ 2019 ທີ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍ​ມີວິທະຍາກອນ​ (ອາຈານຮັບ​ເຊີນ) ມາ​ຈາກ​ 02 ກົມວິຊາການຂອງກະຊວງຍຸຕິທໍາ (ກົມ​ກົດໝາຍ ​ແລະ ກົມໂຄສະນາເຜີຍແຜ່ກົດໝາຍ), ມີ ສໍາ​ມະ​ນາກ​ອນຜູ້​ທີ່ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ​ແລະ ​ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງກະສິກຳ ແລະປ່າໄມ້ ຄັ້ງທີ IV ລວມ​ທັງໝົດ 52 ທ່ານ (ຍິງ 14 ທ່ານ).

     ການຝຶກອົບຮົມໃນຄັ້ງນີ້ ປະກອບ​ດ້ວຍ 03 ຫົວ​ບົດ​ໃຫ່ຍ ຄື: ເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ເຕັກນິກການສ້າງ ​ແລະ ປັບປຸງກົດໝາຍ ແລະ ການຂຽນບົດປະເມີນຜົນກະທົບຂອງຮ່າງ ນິຕິກຳ (IA Note) ເຊິ່ງຈຸດປະສົງ ​ແມ່ນ​ເພື່ອ​ສືບຕໍ່ ບໍາລຸງ ​ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດ ຂອງຜູ້​ທີ່ຮັບຜິດຊອບ ວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ​ແລະ​ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງກະສິກຳ ແລະ ປ່າໄມ້ ​ໃຫ້​ກໍາ​ແໜ້ນກົດໝາຍ ​ແລະ ນິຕິ​ກໍາ​ໃຕ້​ກົດໝາຍ, ​ເຕັກນິກ​ຂອງ​ການສ້າງ, ປັບປຸງ ​ແລະ ​ໂຄສະນາເຜີຍ​ແຜ່​ນິຕິ​ກໍາ ພ້ອມ​ທັງ​ເປັນ​ການປັບປຸງກົນ​ໄກ​ປະສານວຽກງານ​ນິຕິ​ກໍາ​ພາຍ​ໃນ​ ໃຫ້ມີປະສິດທິພາບສູງ ກວ່າເກົ່າ. ພິເສດແມ່ນເພື່ອກະກຽມຄວາມພ້ອມໃຫ້ແກ່ການ ຄົ້ນຄວ້າ, ກວດກາແລະ ສະເໜີ ສ້າງ ຫຼື ປັບ ປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການກະສິກໍາແລະ ປ່າໄມ້ເຂົ້າໃນແຜນການສ້າງແລະ ປັບປຸງກົດໝາຍ 5 ປີ (2021-2026) ຂອງສະພາແຫ່ງຊາດຊຸດທີ IX ຊຶ່ງ​ຕ້ອງ​ໄດ້​ສະ​ເໜີຜ່ານ ກະຊວງ​ຍຸຕິ​ທໍາ ສັງ​ລວມລາຍ​ງານ​ລັດຖະບານ ກ່ອນ​ສະ​ເໜີ​ໄປ​ຍັງ​ ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ປີ 2019 ຕາມ​ທີ່​ໄດ້​ກໍານົດ​ໄວ້​​ໃນ​ມາດຕາ 20 ​ແລະ 22 ຂອງ​ກົດໝາຍວ່າ​ດ້ວຍ​ການ​ສ້າງ​ນິຕິ​ກໍາ ​ເລກທີ 19/ສພຊ, ລົງ​ວັນ​ທີ 12 ກໍລະກົດ 2012.

ຄະນະກົມນະໂຍບາຍ ແລະນິຕິກໍາ ລົງຊຸກຍູ້ວຽກງານນິຕິກໍາ ຂອງຂະແໜງການກະ ສິກໍາ ແລະປ່າໄມ້ ຢູ່ ແຂວງອຸດົມໄຊ ແລະແຂວງຈໍາປາສັກ, ຄັ້ງວັນທີ 19-30 ສິງຫາ 2019

​ໃນ​ລະຫວ່າງ​ວັນ​ທີ 19-30 ສິງຫາ 2019 ພະ​ແນ​ກນິຕິ​ກໍາ ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ ກະຊວງ​ກະສິກໍາ ແລະ​ປ່າ​ໄມ້ ​ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ 02 ​ແຂວງ​ ຄື: ແຂວງ​ອຸດົມ​ໄຊ ​ແລະ​ແຂວງ​ຈໍາປາ​ສັກ ​(ແຂວງ​ອຸດົມ​ໄຊ ນຳພາ​ໂດຍ ທ່ານ ສົມ​ໄຊ ສີ​ຊາ​ນົນ ຄະນະ​ພັກ​ກະຊວງ,​​ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ) ​ແລະ (​ແຂວງ​ຈຳປາ​ສັກ ນຳພາ​ໂດຍ ທ່ານ ປອ  ທັດ​ສະກາ ສະພັງ​ທອງ ຄະນະ​ໜ່ວຍ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ, ຜູ້​ຊີ້​ນໍາ​ພະ​ແນ​ກ ນິຕິ​ກໍາ), ມີ​ຄະນະ​ພະ​ແນ​ກ, ຜູ້ຕາງໜ້າ​ຈາກ​ຫ້ອງການ, ຂະ​ແໜງ​, ກອງ ​ແລະ​ສູນ ທີ່​ຂຶ້ນ​ກັບ​ພະ​ແນ​ກກະສິກໍາ ​ແລະ​ປ່າ​ໄມ້​ແຂວງ ​ເຂົ້າ​ຮ່ວມ 50 ກວ່າ​ທ່ານ.

ຈຸດປະສົງ​ຂອງ​ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ​ນິຕິ​ກໍາ​ໃຕ້​ກົດໝາຍ ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ບັນດາ​ແຂວງ​ດັ່ງກ່າວ ​ໂດຍ​ສະ​ເພາະ​ການ​ສະ   ໜອງ​ຂໍ້​ມູນ​ດ້ານ​ນິຕິ​ກໍາ ຈາກ​ສູນ​ກາງຫາ​ທ້ອງ​ຖິ່ນ ຂອງ​ບັນດາ​ກົມ​ວິຊາ​ການ​ກ່ຽວຂ້ອງ, ການຈັດ​ຕັ້ງ​ປະຕິບັດ, ການ​ໂຄສະນາ​ເຜີຍ​ແຜ່, ການ​ຜັນ​ຂະຫຍາຍ ​ແລະ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ​ນິຕິ​ກໍາ ​ໃຫ້​ພະ​ແນ​ກກະສິກໍາ ​ແລະ​ປ່າ​ໄມ້ຂັ້ນ​ແຂວງ ​ແລະ​ຫ້ອງການ​ກະສິກໍາ ​ແລະ​ປ່າ​ໄມ້​ຂັ້ນເມືອງ ລວມທັງ ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ​ແລະ​ບັນ​ຫາ​ຕ່າງໆ​ທີ່​ສະ​ເໜີ​ຂັ້ນ​ເທິງ​ປັບປຸງ​ແກ້​ໄຂ​ໃນ​ຕໍ່ໜ້າ. ນອກ​ນັ້ນ, ຍັງ​ໄດ້​ຮັບ​ຟັງ ​ແລະ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ ຫຼັກການ ​ແລະ​ຂັ້ນ​ຕອນ​ການ​ສ້າງ​ນິຕິ​ກໍາ​ຂັ້ນ​ແຂວງ (ຄໍາ​ສັ່ງ, ຂໍ້​ຕົກລົງ, ຄໍາ​ແນະ​ນໍາ ​ແລະ​ແຈ້ງ​ການ ຂອງ​ເຈົ້າ​ແຂວງ, ​ເຈົ້າ​ຄອງ​ນະຄອນຫຼວງ) ​ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ການ​ສ້າງ​ນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ, ປະກອບສ່ວນ​ໃນ​ການ​ສ້າງລັດ​ແຫ່ງ​ກົດໝາຍ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກໍາ ​ເລກທີ 19/ສພຊ, ລົງ​ວັນ​ທີ 12 ກໍ​ລະ​ກົດ 2012.

ຜ່ານ​ການ​ລົງ​ຊຸກຍູ້​ວຽກ​ງານ​ນິຕິ​ກໍາ ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ທ້ອງ​ຖິ່ນໃນ​ຄັ້ງ​ນີ້ ສາມາດສັງ​ລວມ​ຕີ​ລາຄາ​ດ້ານ​ດີ-ດ້ານ​ຕັ້ງໜ້າ, ຂໍ້ຄົງຄ້າງ ​ແລະ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຊຶ່ງ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ແກ້​ໄຂ​ໃນ​ຕໍ່ໜ້າ  ​ເພື່ອ​ເຮັດ​ໃຫ້​ວຽກ​ງານນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ​ແລະການ​ປະສານ​ສົມທົບ​ກັນ​ວ່ອງ​ໄວ ​ແລະ​ມີ​ປະສິດທິພາບກວ່າ​ເກົ່າ.

                                                                                                                                                                                                                                                                                                                                 ໂດຍ: ສໍ ​ເພັດ​ສະຫວັນ