Sengsouly Kommameuang
Japan Study Tour with JICA
ການເຂົ້າຮ່ວມ ທັດສະນະສຶກສາ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ, ທີ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ, ລະຫວ່າງວັນທີ 01-07 ກັນຍາ 2019 ໂດຍພາຍໄດ້ການສະໜັບສະໜູນ ແລະ ຮ່ວມມື ຈາກອົງການ JICA (Japan International Cooperation Agency). ຈຸດປະສົງ: ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນພື້ນຖານ ດ້ານວິທີການຈັດຕັ້ງ ແລະ ພັດທະນາບັນດານະໂຍບາຍດ້ານກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ, ເຫັນວ່າມີຄວາມຈໍາເປັນ ແລະ ສຳຄັນ ໃນຂອບວຽກງານ ດ້ານການພັດທະນານະໂຍບາຍຕ່າງໆ ແລະ ໃນຂອບການຮ່ວມມື ກັບສາກົນ ໃນອານາຄົດ.
ອີງໃສ່ຄວາມຕ້ອງການໃນການພັດທະນາບຸກຄະລາກອນດ້ານ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຂອງກົມນະໂຍບາຍ ແລະ ນິຕິກໍາ ທີ່ອາດຈະສາມາດນໍາມາປັບປຸງນໍາໃຊ້ໃຫ້ແທດເໝາະກັບ ສປປ ລາວ. ເຊິ່ງນໍາທີມໂດຍຄະນະກົມ ພ້ອມທັງຜູ້ຕາງໜ້າຈາກບັນດາ ພະແນກ, ກອງເລຂາ ອ້ອມຂ້າງ ກົມນະໂຍບາຍ ແລະ ນິຕິກໍາ ແລະ ຜູ້ຊຽວຊານຈາກ ອົງການ JICA ເຂົ້າຮ່ວມທັງໝົດ 6 ທ່ານ ດັ່ງລາຍຊື່ລຸ່ມນີ້:
- ທ່ານ ປອ. ທັດສະກາ ສະພັງທອງ ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ
- ທ່ານ ປອ. ພັນໄຊ ອີງໄຊ ຫົວໜ້າພະແນກນິຕິກໍາ
- ທ່ານ ປອ. ວົງປະພັນ ມະນີວົງ ຫົວໜ້າພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ
- ທ່ານ ສຸນີ ພົມດວງສີ ຮອງຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ
- ທ່ານ ແສງສຸລີ ກົມມະເມືອງ ວິຊາການ ກອງເລຂາສະພາວິທະຍາສາດເຕັກນິກ ກປ
- ທ່ານ Kameya Mitsuru ຜູ້ຊ່ຽວຊານ ອົງການ JICA
ໃນການທັດສະນະສຶກສາໃນຄັ້ງນີ້ແມ່ນໄດ້ໄປຢ້ຽມຢາມພົບປະແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວຂ້ອງໃນ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ 10 ພາກສ່ວນຄື:
- ໄດ້ເຂົ້າຢ້ຽມຢາມກົມພັດທະນາຊົນນະບົດຂອງອົງການ JICA;
- ຢ້ຽມຢາມ ແລະ ແລກປ່ຽນ ກັບສະມາຊິກ ສະພານະໂຍບາຍດ້ານສະບຽງອາຫານ, ກະສິກໍາ ແລະ ພັດທະນາຊົນນະບົດ, ໂດຍທ່ານ ສຈ. Nakashima ທີ່ມະຫາວິທະຍາໄລໂຕກຽວ;
- ຢ້ຽມຢາມ ແລະ ແລກປ່ຽນ ທີ່ສະຖາບັນຄົ້ນຄວ້ານະໂຍບາຍ (PRIMAFF-Policy Reearch Ibstitute, Ministry of Agriculture, Forestry and Fisheries);
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກແຜນການນະໂຍບາຍ ເປັນພະແນກທີ່ເປັນກອງເລຂາໃຫ້ລັດຖະມົນຕີ;
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກນິຕິກໍາ;
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ;
- ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການ ຈັດການດ້ານການກະສິກໍາ ເຂດຄານໂຕ້, ເມືອງ ໄຊຕາມະ (Kanto Regional Agriculture Administion office, MAFF, Saitama City);
- ຢ້ຽມຢາມ ພື້ນທີ່ການຜະລິດ ໝາກໄມ້ (ໝາກເລີແຊັ້ງ) ຂອງ ຟູກູໂຢຊິ, ໃນເຂດເມືອງ ຢາມານາຊິ (Fukuyoshi Orchard, Yamanashi city);
- ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການຄຸ້ມຄອງຂອງ ແຂວງ ຢາມານາຊິ;
- ຢ້ຽມຊົມ ສ່ວນໝາກໄມ້ຂອງ ມາລູຊ້າຟູດ, ເມືອງ ຟືຟູກິ (Marusa Fruit Furuya Orchard, Fuefuki City).
ຜົນໄດ້ຮັບຈາກການທັດສະນະສຶກສາ:
- ໄດ້ເຂົ້າໃຈ ກ່ຽວກັບ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ.
- ເຂົ້າໃຈ ກ່ຽວກັບ ການກໍານົດນະໂຍບາຍພື້ນຖານໃນກົດໝາຍ ແລະ ຂະບວນການໃນການພັດທະນາ ແລະ ຜັນຂະຫຍາຍນະໂຍບາຍຂອງແຕ່ລະຂະແໜງການ.
- ການຄົ້ນຄວ້າບັນດານະໂຍບາຍຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບຮອງ ແລະ ໃຊ້ເປັນຂໍ້ມູນອ້າງອີງໃຫ້ ສະພານະໂຍບາຍ ໃນການພິຈາລະນາປັບປຸງ ແລະ ສ້າງນະໂຍບາຍ.
- ການພັດທະນານະໂຍບາຍຂອງປະເທດຍີ່ປຸ່ນ ແມ່ນອີງໃສກົດໝາຍພື້ນຖານ ເຊິ່ງໃນກົດໝາຍພື້ນຖານ ໄດ້ລະບຸ ກອບນະໂຍບາຍພື້ນຖານໄວ້ ພ້ອມທັງມີແຜນພື້ນຖານໃນການພັດທະຍານະໂຍບາຍ ແລະ ຍຸດທະສາດຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ງ່າຍ ແລະ ເອກະພາບກັນ.
- ການສົ່ງເສີມ ແລະ ການຈັດຕັ້ງປະຕິບັດນະໂຍບາຍຂອງ ປະເທດຍີ່ບຸ່ນ ແມ່ນມີໜ່ວຍງານທີ່ສາມາດຮັບຜິດຊອບໃນແຕ່ລະຂັ້ນເປັນລະບົບສອດຄ່ອງ ແລະ ປະຊາຊົນສາມາດເຂົ້າເຖິງນະໂຍບາຍໄດ້ງ່າຍ ໃນການຈັດຕັ້ງປະຕິບັດ ທີ່ມີປະສິດທິຜົນ.
ພາບ ແລະ ຂ່າວໂດຍ: ແສງສຸລີ ກົມມະເມືອງ
The Council for Agriculture and Forestry Science and Technology. on May 13, 2019, at the 111 meeting rooms of the Ministry of Agriculture and Forestry.
ກອງປະຊຸມ ແມ່ນຈັດຂຶ້ນໂດຍ ກົມນະໂຍບາຍ ແລະ ແລະ ນິຕິກໍາ, ໄດ້ເປີດຂື້ນໃນຕອນບ່າຍ ເວລາ 13:30 ຂອງວັນທີ 13 ພຶດສະພາ 2019, ທີ່ຫ້ອງປະຊຸມ 111 ຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານ ຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້. ມີສະມາຊິກ ສພກປ 24 ຄົນ, ຍິງ 2 ຄົນ, ລວມຜູ້ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 4 ທ່ານ, ຊຶ່ງຕ່າງໜ້າມາຈາກບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ກອງເລຂາ ແລະ ແຂກທີ່ຖືກເຊີນ ອ້ອມຂ້າງກະຊວງ ກະສິກໍາ ແລະ ປ່າໄມ້. ຈຸດປະສົ່ງ: ເພື່ອເຜີຍແຜ່ຂໍ້ຕົກລົງແຕ່ງຕັ້ງປະທານ/ຮອງປະທານ ແລະ ສະມາຊິກສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້, ສະບັບເລກທີ 0526/ກປ, ລົງວັນທີ 04 ເມສາ 2019; ເພື່ອສະເໜີ ສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ 2018 ແລະ ແຜນການເຄື່ອນໄຫວ ຂອງ ກອງເລຂາສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້ ແລະ ເພື່ອສະເໜີ ຮ່າງເບື້ອງຕົ້ນພາລະບົດບາດ ຂອງ ສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້.ໂດຍການເປັນປະທານ ຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້, ແລະ ຮອງປະທານ ທ່ານ ສົມໄຊ ສີຊານົນ, ຫົວໜ້າ ກົມນະໂຍບາຍ ແລະ ນິຕິກຳ, ກ່າວຈຸດປະສົງ ແລະ ສະພາບຄວາມເປັນມາຂອງວຽກງານ ວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້;
ກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບ ຮ່າງພາລະບົດບາດ ຂອງ ສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້ ໂດຍບັນດາສະມາຊິກໄດ້ປະກອບຄໍາເຫັນໃນບາງໝວດ ແລະ ມາດຕາ ເພື່ອ ໃຫ້ພາລະບົດບາດມີຄວາມຈະແຈ້ງ, ກວມເອໄົາໜ້າວຽກທີ່ຈໍ່ເປັນ ແລະ ສາມາດປະຕິບັດໄດ້ ແລ້ວມ້ອມໃຫ້ບັນດາສະມາຊິກນໍາກັບໄປຄົ້ນຄວ້າເພີ່ມຕືມ ເພື່ອສົ່ງໃຫ້ກອງເລຂາ ສັງລວມລາຍງານໃຫ້ປະທານ ເປັນເວລາ 2 ອາທິດ. ກອງປະຊຸມດັ່ງກ່າວ ຍັງເຫັນດີເປັນເອກະພາບວ່າ ຄວນມີການຈັດກອງປະຊຸມສາມັນຂອງ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ 2 ຄັງຕໍ່ ປີ ນອກຈາກນັ້ນອາດຈະມີການຈັດກອງປະຊຸມ ຕາມສະພາບການຄວາມຈໍາເປັນ ອີງຕາມການສະເໜີຂອງແຕ່ລະພາກສ່ວນໃນການຄົ້ນຄວ້າ ວິທະຍາສາດເຕັກນິກ ກປ.
ໃນຕອນທ້າຍຂອງກອງປະຊຸມເຫັນວ່າ ການຈັດປະຊຸມ ຄວນໃຫ້ມີເຊີນບັນດາສະມາຊິກທີ່ຢູ່ທ້ອງຖິ້ນເຂົ້າຮ່ວມໃນກອງປະຊຸມໃນຄັ້ງຕໍ່ໄປ ເພື່ອສາມາດປະສານງານ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ອາດຈະມີການຈັດຕັ້ງຜູ້ປະສານງານສະເພາະໃນຂັ້ນຕ່າງໆເຊັ່ນ: ຈຸດປະສານງານລະຫວ່າງ ສະພາວິທະຍາສາດແຫ່ງຊາດ, ບັນດາກົມ, ສະຖາບັນ, ທ້ອງຖິ່ນຂອບຂ້າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ອົງການຈັດຕັ້ງຕ່າງໆ.
Policy Development Exchange Visit in Thailand
ພາຍຫຼັງໄດ້ຮັບທິດຊີ້ນໍາ ຈາກການນໍາກະຊວງ ກ່ຽວກັບການຮ່າງ ແລະ ພັດທະນາ ນະໂຍບາຍ ເຊິ່ງຈຳເປັນຕ້ອງມີການຖອດຖອນບົດຮຽນກັບພາກສ່ວນພາຍ ນອກ ເນື່ອງຈາກວ່າການຈັດຕັ້ງປະຕິບັດມີສິ່ງທ້າທາຍຫຼາຍຢ່າງ ແລະ ເພື່ອເຮັດໃຫ້ການພັດທະນາ ນະໂຍບາຍ ມີປະສິດທິພາບ ແລະ ເປັນເອກະພາບ ໃນຂະແໜງການ. ສະນັ້ນ, ໃນລະຫວ່າງວັນທີ 09 -14 ມິຖຸນາ 2019 ກົມນະໂຍບາຍ ແລະ ນິຕິກໍາ ໄດ້ປະສານສົມທົບກັບຄູ່ຮ່ວມງານ ແລະ ພາກສ່ວນ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ພາຍໃຕ້ການສະໜັບສະໜູນດ້ານ ການເງິນ ຈາກອົງກອນ FAO.
ຈຶ່ງມີໂອກາດໄດ້ໄປຖອດຖອນບົດຮຽນກ່ຽວກັບ ກົນໄກສະໜັບ ສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ຣາຊະອະນາຈັກໄທ ໂດຍມີຜູ້ເຂົ້າຮ່ວມຈຳນວນ 7 ທ່ານ ຈາກກົມນະໂຍບາຍ ແລະ ນິຕິກຳ ດັ່ງລຸ່ມນີ້:
- ທ່ານ ວິລະພັນ ສີຈະເລີນ, ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ ປອ. ວົງປະພັນ ມະນີວົງ, ຫົວໜ້າພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ ຄໍາລ່ຽນ ນໍລະສິງ, ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ, ກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ ກິ່ງແກ້ວ ແສງສຸວັນ, ຫົວໜ້າກອງເລຂາສະພາວິທະຍາສາດ ເຕັກນິກກະສິກໍາ ແລະ ປ່າໄມ້, ກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ Samm Musoke, ທີ່ປຶກສາປະຈໍາກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ ເພັດສະຫວັນ ແພງພະຈັນ, ພະນັກງານວິຊາການ ພະແນກນິຕິກໍາ, ກົມນະໂຍບາຍ ແລະ ນິຕິກໍາ;
- ທ່ານ ນ. ສຸດາຈັນ ສີສຸລາດ, ພະນັກງານວິຊາການ ພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ.
ໂດຍມີຈຸດປະສົງ ເພື່ອໄປຖອດບົດຮຽນກັບບັນດາພາກສ່ວນຕ່າງໆ ກ່ຽວກັບກົນໄກສະໜັບສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄື:
1. ສຳນັກງານສະພາພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ;
2. ສໍານັກງງານເສດຖະກິດການກະເສດ, ກະຊວງກະເສດ ແລະ ສະຫະກອນ;
3.ສໍານັກງານນະໂຍບາຍ ແລະ ແຜນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
4. ສໍານັກງານອົງກອນອາຫານ ແລະ ການກະເສດ (FAO) ປະຈໍາຣາຊະອະນາຈັກໄທ;
5. ສໍານັກງານສິ່ງແວດລ້ອມສະຕ໋ອກໂຮມ (SEI);
6.ສະຖາບັນຄົ້ນຄວ້າສັງຄົມ, ມະຫາວິທະຍາໄລຈຸລາລົງກອນ;
7.ສະຖາບັນເຕັກໂນໂລຊີອາຊຽນ (AIT);
8.ສູນຄົ້ນຄວ້າ ເພື່ອຄົນ ແລະ ປ່າໄມ້;
9.ອົງກອນແມ່ຍິງ ເພື່ອການປ່ຽນແປງ ດ້ານການຈັດການກະສິກໍາ ແລະ ຊັບພະຍາກອນທໍາມະຊາດ.
ຜ່ານການໄປແລກປ່ຽນບົດຮຽນ ຢູ່ຣາຊະອະນາຈັກໄທ ບົດຮຽນນໍາບັນດາກົມນະໂຍບາຍ ທີ່ຂຶ້ນກັບກະຊວງຕ່າງໆ ສາມາດຖອດຖອນບົດຮຽນໄດ້ຄື:
- ຂະບວນການພັດທະນານະໂຍບາຍ ແລະ ຍຸດທະສາດ;
- ການສະໜັບສະໜຸນຂໍ້ມູນຂ່າວສານ ເພື່ອການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ;
- ການສ້າງຂີດຄວາມສາມາດຂອງບຸກຄະລາກອນ;
- ການຕິດຕາມ ແລະ ປະເມີນຜົນ;
- ການຂໍອະນຸມັດແຜນງົບປະມານ ເພື່ອຈັດຕັ້ງປະຕິບັດການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ.
ພາບ ແລະ ຂ່າວໂດຍ: ທ. ສຸລິເອກ ກິ່ງແກ້ວ