Sengsouly Kommameuang

Department Of Policy and Legal Affairs Youth Join the Planting Day campaign

ໃນວັນທີ 29 ພຶດສະພາ 2020 ຊາວໜຸ່ມໜ່ວຍຮາກຖານ ກົມນະໂຍບາຍ ແລະ ນິຕິກຳ. ໄດ້ເຂົ້າຮ່ວມສ້າງຂະບວນການປູກຕົ້ນໄມ້ ແລະ ປູກຫຍ້າລ້ຽງສັດ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ 01 ມິຖຸນາ 2020 ທີ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ້.  ນຳພາໂດຍ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ກິແກ້ວ  ສິງນະວົງ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມຫວັງ ພີມມະສອນ ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາສະມາຊິກຊາວໜຸ່ມຮາກຖານ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນຂອງ ຫ້ອງການ, ກົມອ້ອມຂ້າງກະຊວງກະສິກໍາ ແລະ  ເດັກນ້ອຍເຍົາວະຊົນຈໍານວນໜຶ່ງເຂົ້າຮ່ວມຢ່າງມີຂະບວນການຟົດຟື້ນ.

ພິທີໄດ້ເລີ້ມຂຶ້ນໃນເວລາ 07:00 ໂມງ ເຊົ້າ ໂດຍທ່ານ ຮອງຫົວໜ້າສູນ ​​​ພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໄດ້ອະທິບາຍ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງການຜະລິດພືດເພື່ອເປັນອາຫານໃຫ້ສັດລ້ຽງ ແລະ ໄດ້ອະທິບາຍ ກ່ຽວກັບ ເຕັກນິກວິທີການປູກຫຍ້າເນເປ້ຍເປັນອາຫານຫຼັກຂອງງົວ ຫຼັງຈາກນັ້ນ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າສູນ ​​​ພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໄດ້ກ່າວຈຸດປະສົງຂອງພິທີການປູກຕົ້ນໄມ້ໃນຄັ້ງນີ້. ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ກ່າວຄວາມໝາຍຄວາມສໍາຄັນ ພ້ອມທັງໃຫ້ທິດຊີ້ນໍາ ກ່ຽວກັບ ການພັດທະນາດ້ານກະສິກໍາທີ່ຕິດພັນກັບການປູກ ແລະ ການລ້ຽງ ພ້ອມທັງ ກ່າວເປີດພິທີ່ປູກຕົ້ນໄມ້ ຢ່າງເປັນທາງການ.

ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ​ເປັນ​ບ່ອນ​ສຶກສາຮຽນຮູ້ ​ແລະ ເປັນ​ບ່ອນສາທິດ ວິທີການ, ຫຼັກການໃນການປູກພຶດອາຫານສັດ ແລະ ເປັນການສ້າງລະບົບຟາມທີ່ມີການປູກ ແລະ ການລ້ຽງ ໃນຮູບແບບການຜະລິດກະສິກຳແບບຄົບວົງຈອນ ເພື່ອໃຫ້ ຊາວກະສິກອນ, ຜູ້ທີ່ມີຄວາມສົນໃຈທີ່ຈະທໍາການຜະລິດໃນຮູບແບບຟາມນີ້ສາມາດນຳໃຊ້ເອົາໄປເປັນຂໍ້ມູນຕົວແບບໄດ້.

ພິທີປູກຕົ້ນໄມ້ດັ່ງກ່າວນີ້ຍັງເປັນການສ້າງຂະບວນການລະຫວ່າງສະມາຊິກຊາວໜຸ່ມຂອງແຕ່ລະບັນດາຮາກຖານທີ່ຂຶ້ນກັບ ຄຊປປລ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມາເຕົ້າໂຮມຄວາມສາມັກຄີໃນການສ້າງຂະບວນການຮ່ວມກັນ.

ຫຼັງຈາກສໍາເລັດພິທີການປູກຕົ້ນໄມ້ແລ້ວ ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຈຶ່ງໄດ້ມີ ພິທີມອບຂອງຂວັນໃຫ້ແກ່ ເດັກນ້ອຍເຍົາວະຊົນ ຜູ້ທີ່ເປັນອະນາຄົດຂອງຊາດ.

 

 

 

 

ຂ່າວໂດຍ: ທ. ລິດສະໝີ ໄຊຊະນະ

ຮູບພາບເພີ້ມເຕີມ ຄຣິກເລີຍ

Sharing lessons for Uses the AGT-Geo Tagging technique at Philippines

ໃນວັນທີ 16-21 ເດືອນ ກຸມພາ 2020 ທັດສະນະສຶກສາ ກ່ຽວກັບ ການນຳໃຊ້ ເຕັກນິກສ້າງແຜນທີ່ໆມີຮູບປະກອບ (AGT) ຢູ່ ໂຄງການພັດທະນາຊົນນະບົດ, ກົມກະສິກຳ, ປະເທດ ຟີລິບປິນ, ໂດຍ ໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ແລະ ວິຊາການ ຈາກບັນດາ ກົມກອງ ກ່ຽວຂ້ອງ ເຊິ່ງເລັ່ງໃຫ້ການຊຸກຍູ້ຊ່ວຍເຫຼືອຊາວນາກຸ່ມເປົ້າໝາຍໃຫ້ມີຄວາມສາມາດ ໃນການແຂ່ງຂັນຫຼາຍຂຶ້ນໃນຂອບເຂດຕ່ອງໂສ້ມູນຄ່າເພີ້ມໃຫ້ກັບຜະລິດຕະພັນກະສິກຳ. ໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ມີ4ອົງປະກອບ: (a) ປະສິດຕິພາບ ການຜະລິດກະສິກຳ ໄດ້ຮັບການປັບປຸງແລະຍືນຍົງ, (b) ເພີ້ມທະວີການຜະລິດກະສິກຳເປັນສີນຄ້າ, (c) ການຄຸ້ມຄອງ ໂຄງການ, ແລະ (d) ການຕອບໂຕ້ກັບໄພພິບັດ;

ໃນການໄປທັດສະນະສຶກສາໃນຊຸດນີ້ ມີພະນັກງານລັກ ແລະ ພະນັກງານໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ເຂົ້າຮ່ວມທັງໝົດ 16 ທ່ານ ແລະ ແຕ່ລະທ່ານກໍມາຈາກກົມ, ໜ່ວຍງານ ທີ່ເຂົ້າຮ່ວມຈັດຈັ້ງປະຕິບັດໂຄງການ, ຜູ້ເຂົ້າຮ່ວມຈາກກົມນະໂຍບາຍ ແລະ ນິຕິກໍາ ນໍາທີມໂດຍ ທ່ານ ທິບພະວົງ ອຸ່ນຫຼ້າ, ຮອງຫົວໜ້າ ກົມນະໂຍບາຍ ແລະ ນິຕິກໍາ ແລະ ທ່ານ ແສງສຸລີ ກົມມະເມືອງ, ວິຊາການ ກລສພ;

 

ຈຸດປະສົງ:

  • ເພື່ອຮຽນຮູ້ ຈາກບົດຮຽນຕົວຈິງຂອງໂຄງການພັດທະນາຊົນນະບົດປະເທດຟີລິບປິນ ໃນການນຳໃຊ້ ລະບົບການຕິດຕາມແລະບໍລິຫານຂໍ້ມູນໂຄງການຍ່ອຍ ທີ່ມີພາບ, ສຽງ, ແລະ ແຜນທີ່ ທີ່ສາມາດ ລາຍງານສະພາບຄວາມຄຶບໜ້າແລະຈຸດພິກັດຂອງກິດຈະກຳໄດ້ທັນສະພາບ ແລະ ມີຄວາມໜ້າ ເຊື່ອຖື;
  • ເພື່ອສ້າງຄວາມສາມາດໃຫ້ພະນັກງານຂອງລັດທີ່ຮ່ວມຈັດຕັ້ງປະຕິບັດໂຄງການຜະລິດເປັນສີນຄ້າ ຢູ່ ສປປ ລາວ ໃນຂັ້ນສູນກາງແລະທ່ອງຖີ່ນ;
  • ເພື່ອນຳເອົາເຕັກນິກການຕິດຕາມ AGT ມາໃຊ້ໃນວຽກງານຕິດຕາມແລະປະເມີນຜົນຂອງ ໂຄງການ ຜະລິດເປັນສີນຄ້າຢູ່ ສປປ ລາວ;

ຈີໂອແທັກກີ່ງ (AGT-Geo Tagging) ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນລະບົບ ພາຍໃຕ້ ກະຊວງກະສິກຳຂອງປະເທດ ຟີລິບປິນ, ແລະ ໄດ້ເລີ້ມພັດທະນາ ແຕ່ປີ 2009 ເປັນຕົ້ນມາ, ຈົນຮອດປີ 2014 ຈຶ່ງມີຄວາມສົມບູນຫຼາຍຂຶ້ນ. ໂປຼແກມທີ່ເອົາມາໃຊ້ໃນການພັດທະນາສ່ວນຫຼາຍ ແມ່ນ ເອົາຕາມ open sources (ຟຼີ) ປະກອບກັບ ເຄື່ອງມືຫຼັກທີ່ສຳຄັນ ເຊັ່ນ ໂທລະສັບມືຖືທີ່ສາມາດຖ່າຍພາບໄດ້ແຈ້ງ, ເຄື່ອງຄອມພີວເຕີ້, ຍົນບໍ່ມີຄົນຂັບ, ກ້ອງຖ່າຍ, ເສີບເວີ້ທີ່ມີຄວາມສາມາດບັນຈຸສູງ ແຕ່ ສິ່ງສຳຄັນ ແມ່ນ ບຸກຄະລາກອນທີ່ຈະມາຊ່ວຍຊອກຫາ ໂປຼແກມ, ມາດັດປັບ ແລະ ຕໍ່ຍອດຂໍ້ມູນ. ບຸກຄະລາກອນ ທີ່ມາຊ່ວຍ ສ້າງແລະພັດທະນາ ສ່ວນຫຼາຍ ເພີ່ນນຳໃຊ້ນັກສຶກສາຝຶກງານ ດ້ານ ຊອບແວ, ໂທລະຄົມ ມະນາຄົມ ແລະ ອຸປະກອນສື່ສານ;

ການພັດທະນາລະບົບ AGT ແມ່ນມີຫຼາຍອົງປະກອບ ເຊັ່ນ:

  1. ພັດທະນາຕົວລະບົບເອງໃຫ້ສາມາດໃຊ້ໄດ້ງ່າຍ ແລະ ສາມາດຕອບໂຈດຂອງຜູ້ບໍລິຫານໄດ້ ທັນສະພາບ
  2. ມີການພັດທະນາ ແລະ ປັບປຸງນິຕິກຳ ໄປພ້ອມກັນ ເຊັ່ນ ຄຳແນະນຳ, ຂໍ້ກຳນົດ ແລະ ຂໍ້ບັງຄັບ (ຕໍ່ມາການນຳໃຊ້ລະບົບ ແມ່ນມີຜົນບັງຄັບທາງກົດໝາຍ);
  3. ຄຳແນະນນຳດ້ານວິຊາການ ສຳລັບ ແຕ່ລະສາຍງານ ແມ່ນພັດທະນາແລະປັບປຸງໄປຄຽງຄູ່ກັນ ແລະ ຈະມີການຝຶກອົບຮົມ ໃຫ້ ທັງພະນັກງານລັດ ແລະ ຜູ້ຮັບເໝົາກໍ່ສ້າງໂຄງການຍ່ອຍ ໃຫ້ຮູ້ລາຍງານຜ່ານລະບົບນີ້;
  4. ລະບົບ AGT ຈະເຊື່ອມໂຍງກັບ ໂຄງຮ່າງການບໍລິຫານໂຄງການ ເຊັ່ນ ບົດສະເໜີໂຄງການຍ່ອຍ, ການຂຶ້ນທະບຽນໂຄງການຍ່ອຍ, ການປະມູນ/ຜູ້ຊະນະປະມູນ ທີ່ມີການຂຶ້ນທະບຽນ, ການກວດກາ ຕິດຕາມ, ການຂໍສະເໜີເບີກເງິນຂອງຜູ້ຮັບເໝົາກໍ່ສ້າງ, ການກວດກາຢັ້ງຢຶນ ກ່ອນ ການອະນຸມັດ ຈ່າຍເງິນ, ການອອກໃບຢັ້ງຢືນຜ່ານຂອງລະບົບ AGT ແລະ ການປິດໂຄງການຍ່ອຍ ພາຍຫຼັງ ປະຕິບັດ ໂຄງການຍ່ອຍສຳເລັດແລ້ວ;
  5. ຜູ້ບໍລິຫານ ໂຄງການ ກໍຄື ຄະນະຊີ້ນຳ, ນຳໃຊ້ລະບົບນີ້ ໃນການບໍລິຫານຈັດການວຽກງານບັນດາ ໂຄງການຕ່າງໆທີ່ຢູ່ພາຍໃນກະຊວງກະສິກຳຂອງປະເທດຟີລິບປິນ;

ບັນດາພະນັກງານເປົ້າໝາຍທີ່ເຂົ້າຮ່ວມທັກສະນະສຶກສາ ກ່ຽວກັບ ລະບົບຕິດຕາມທີ່ໃຊ້ ເຕັກນິກ AGT ມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ລະບົບໃນລະດັບດີ. ຫຼາຍກວ່າ 92%ຂອງຜູ້ເຂົ້າຮ່ວມ, ຢືນຢັນວ່າ ຕົນເອງສາມາດຖ່າຍທອດ ແລະ ສອນຄົນອື່ນໃຫ້ໃຊ້ລະບົບໄດ້;

ລະບົບ AGT ມີປະໂຫຍດແລະກໍເປັນເຄື່ອງມືຮັບໃຊ້ ຜູ້ບໍລິຫານໄດ້ດີ, ມີປະສິດທິພາບ ແລະ ມີປະສິດທິຜົນ;

ລະບົບ AGT ເປັນລະບົບເຊື່ອມໂຍງກັບອຳນາດຜູ້ບໍລິຫານໂດຍກົງ ໂດຍສະເພາະ ບົດສະເໜີ ໂຄງການຍ່ອຍ, ການຂຶ້ນທະບຽນໂຄງການຍ່ອຍ, ການປະມູນ/ຜູ້ຊະນະປະມູນ ທີ່ມີການຂຶ້ນທະບຽນ, ການກວດກາ ຕິດຕາມ, ການຂໍສະເໜີເບີກເງິນຂອງຜູ້ຮັບເໝົາກໍ່ສ້າງ, ການກວດກາຢັ້ງຢຶນ ກ່ອນ ການອະນຸມັດ ຈ່າຍເງິນ, ການອອກໃບຢັ້ງຢືນຜ່ານຂອງລະບົບ AGT ແລະ ການປິດໂຄງການຍ່ອຍ ພາຍຫຼັງ ປະຕິບັດ ໂຄງການຍ່ອຍສຳເລັດແລ້ວ.

 

ຂ່າວໂດຍ: ແສງສຸລີ ກົມມະເມືອງ

         

ຮູບພາບເພີ້ມເຕີມ ຄຣິກເລີຍ

Visiting Savan PAD project activities, Savannakhet province

ເພື່ອເປັນການສຶກສາ ວິທິີການຈັດຕັ້ງປະຕິບັດຕາມແຜນການ ປັບປຸງ ແຜນຍຸດທະສາດການພັດທະນາກະສິກໍາ ແລະ ແຜນແມ່ບົດດ້ານການພັດທະນາຊົນລະກະເສດ ກົມນະໂຍບາຍ ແລະ ນິຕິກໍາ ໄດ້ມີການລົງພື້ນທີ່ ການຈັດຕັ້ງປະຕິບັດ ໂຄງການ Savan PAD ຂອງອົງການ JICA ໂດຍໄດ້ລົງຢ້ຽມຢາມ ກຸ່ມຜູ້ຜະລິດທີ່ຕິດພັນກັບການນໍາໃຊ້ນໍ້າ ເມືອງ ທ່າປາງທອງ ແລະ ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ ໃນລະຫວ່າງວັນທີ 24-27 ພະຈິກ 2019.

ໂດຍການຮ່ວມກັບຜູ້ຕາງໜ້າ ແລະ ຜູ້ຮັບຜິດຊອບ ອົງການ JICA ທັງໝົດ 9 ທ່ານ, ໃນນັ້ນ ຈາກ ກົມນະໂຍບາຍ ແລະ ນິຕິກໍາ 4 ທ່ານ:

 

 

  1. ທ່ານ ສົມໄຊ ສີຊານົນ, ຫົວໜ້າ ກົມນະໂຍບາຍ ແລະ ນິຕິກໍາ,
  2. ທ່ານ ປອ. ວົງປະພັນ ມະນີວົງ, ຫົວໜ້າ ພະແນກ ນະໂຍບາຍ ເສດຖະກິດ ແລະ ການຕະຫຼາດ,
  3. ທ່ານ ປອ. ພັນໄຊ ອີງໄຊ, ຫົວໜ້າ ພະແນກ ນິຕິກໍາ,
  4. ທ່ານ ແສງສຸລີ ກົມມະເມືອງ, ວິຊາການ, ກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້.

ຈຸດປະສົງ: ເພື່ອເປັນການສັງເກດ ແລະ ແລກປ່ຽນຂໍ້ມູນ ດ້ານວິທີການ ຈັດຕັ້ງປະຕິບັດ ໂຄງການ JICA-Savan

PAD, ການມີສ່ວນຮ່ວມໃນການຜະລິດກະສິກໍາຂອງຊາວກະສິກອນ ໃນເຂດຜູ້ຊົມໃຊ້ນໍ້າຊົນລະປະທານ, ການຄຸ້ມຄອງການຜະລິດ,

ການສົ່ງເສີມດ້ານການຕະຫຼາດ ເພື່ອສາມາດຖອດບົດຮຽນ ມາປັບໃສ່ການປັບປຸງຍຸດທະສາດການພັດທະນາກະສິກໍາ ແລະ ແຜນແມ່ບົດພັດທະນາຊົນລະກະເສດ.

ການລົງຢ້ຽມຢາມ ໃນຄັ້ງນີ ແມ່ນມີຫຼາຍສະຖານທີ່ຕົ້ນຕໍ່ຄື:

  • ທີມງານໄດ້ລົງຕິດຕາມການລາຍງານຂອງຜູ້ຮັບຜິດຊອບໂຄງການ ໃນເຂດ ເມືອງ ທ່າປາງທອງ, ແຂວງ ສະຫວັນນະເຂດ, ໃນກຸ່ມຊາວກະສິກອນຜູ້ຊົມໃຊ້ນໍ້າຊົນລະປະທານ ເຊສາລາລອງ ບັນຫາໃນການຈັດຕັ້ງປະຕິບັດຕ່າງໆ ເຊັ່ນ: ວິທີການຄຸ້ມຄອງ ແລະ ການຈັດສັນນໍ້າເຂົ້າໃນການຜະລິດ, ການສົ່ງເສີມດ້ານການຕະຫຼາດ ແລະ ການຈັດຕັ້ງກຸ່ມຜູ້ຜະລິດ. ເຫັນໄດ້ວ່າ ຕະຫຼາດພືດພັກໃນເຂດດັ່ງກວ່າຍັງມີຄວາມຈໍາກັດ ທີ່ເຮັດໃຫ້ມີຜູ້ສະໝັກໃຈເຂົ້າຮ່ວມໂຄງການ 10 ຄຄ, ບັນຫາການສ້ອມແປງຮ່ອງຊົນລະປະທານທີ່ມີການແຕັກ, ເປ່ເພເປັນປະຈໍາ.
  • ເຂົ້າພົບປະ, ປຶກສາຫາລື ກັບ ທ່ານ ບຸນເລດ ຈັນທອງທິບ, ຮັກສາການຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້, ແຂວງ ສະຫວັນນະເຂດ, ເຊິງການພົບປະໃນຄັ້ງນີ້ ໄດ້ແລກປ່ຽນ ຂໍ້ມູນຈາກ ພະແນກ ກປ ດ້ານການສະໜັບສະໜູນໃຫ້ກຸ່ມ ແລະ ໂຄງການ PAD Project, ເຫັນວ່າ ໃນການລັດ ກໍຄື ອົງການຈັດຕັ້ງທ້ອງຖິ່ນ ໄດ້ສະໜັບສະໜູນ ດ້ານການອໍານວຍຄວາມສະດວກ ແລະ ການບໍລິການດ້ານວິຊາການໃຫ້ ກັບໂຄງການ ແລະ ກຸ່ມຊາວກະສິກອນ ເພື່ອສາມາດດໍາເນີນກິດຈະກໍາການຜະລິດ, ການສົ່ງເສີມດ້ານການໂຄສະນາຕະຫຼາດ ແລະ ການຕິດຕາມກວດກາ.
  • ລົງຢ້ຽມຢາມ ກຸ່ມຜູ້ຜະລິດທີ່ຕິດພັນກັບການນໍາໃຊ້ນໍ້າ ບ້ານ ຕົ້ນແຫນ, ບ້ານ ເວີນໃຕ້ ແລະ ບ້ານ ເວີນ ເໜືອ, ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ, ໄດ້ແລກປ໋ຽນຂໍ້ມູນດ້ານການຄຸ້ມຄອງ ແລະ ນໍາໃຊ້ນໍ້າຊົນລະປະທານ ເຊິ່ງໄດ້ເຫັນບັນຫາດ້ານ ການປັບປຸງ, ຂະຫຍາຍຄອງຊົນລະປະທານ ທີ່ຍັງມີງົບປະມານທີ່ຈໍາກັດ ແລະ ການເສຍຄ່າກະແສໄຟຟ້າ ທີ່ມີສູງຂຶ້ນໃນແຕ່ລະປີ ນີ້ອາດເປັນຜົນກະທົບ ແລະ ການເພີ້ມຕົ້ນທຶນການຜະລິດກະສິກໍາໃຫ້ຫຼາຍຂຶ້ນ.

          ພາຍຫຼັງການລົງຢ້ຽມຢາມ ຕິດຕາມ ໃນຄັ້ງນີ້ ເຮັດໃຫ້ ທີມງານໄດ້ຖອດຖອນບົດຮຽນ ແລະ ຂໍ້ມູນຫຼາຍຢ່າງ ທີ່ຈະເປັນປະໂຫຍດໃນການປັບປຸງນະໂຍບາຍ, ຍຸດທະສາດ, ແຜນການຕ່າງໆ ໃນອານາຄົດ ໃຫ້ສາມາດຕອບສະໜອງ ແລະ ແກ້ໄຂບັນຫາດ້ານການຈັດຕັ້ງປະຜະລິດໃນແຕ່ລະເຂດ ໃຫ້ສາມາດເພີ່ມ ປະສິດຕິພາບ, ຄຸນນະພາບ ການຜະລິດ, ລຸດຜ່ອນຕົ້ນທຶນໃຫ້ຊາວກະສິກອນ ແລະ ມີຜົນຜະລິດສະໜອງໃຫ້ຕາມຄວາມຕ້ອງການຕະຫຼາດ ທັງເປັນມິດຕໍ່ສະພາບແວດລ້ອມ.

 

ຮູບພາບເພີ້ມເຕີມ

ຂ່າວໂດຍ: ແສງສຸລີ ກົມມະເມືອງ

Legal Training on the Establishment, Improving, and Dissemination of Legislative Responsibility for the Legal Offices of Offices, Departments and Institutions of the Ministry of Agriculture and Forestry IV

     ​ກົມ​ນະ​ໂຍບາຍ ​ແລະ ນິຕິ​ກຳ ໄດ້ຈັດ​ຝຶກ​ອົບຮົມເຕັກນິກ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ​ໃຫ້​ຜູ້ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ ກະສິກຳ ແລະ ປ່າໄມ້ ຄັ້ງທີ IV ຂຶ້ນ ໃນ​ລະຫວ່າງ​ວັນ​ທີ 10 – 11 ຕຸລາ 2019 ທີ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍ​ມີວິທະຍາກອນ​ (ອາຈານຮັບ​ເຊີນ) ມາ​ຈາກ​ 02 ກົມວິຊາການຂອງກະຊວງຍຸຕິທໍາ (ກົມ​ກົດໝາຍ ​ແລະ ກົມໂຄສະນາເຜີຍແຜ່ກົດໝາຍ), ມີ ສໍາ​ມະ​ນາກ​ອນຜູ້​ທີ່ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ​ແລະ ​ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງກະສິກຳ ແລະປ່າໄມ້ ຄັ້ງທີ IV ລວມ​ທັງໝົດ 52 ທ່ານ (ຍິງ 14 ທ່ານ).

     ການຝຶກອົບຮົມໃນຄັ້ງນີ້ ປະກອບ​ດ້ວຍ 03 ຫົວ​ບົດ​ໃຫ່ຍ ຄື: ເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ເຕັກນິກການສ້າງ ​ແລະ ປັບປຸງກົດໝາຍ ແລະ ການຂຽນບົດປະເມີນຜົນກະທົບຂອງຮ່າງ ນິຕິກຳ (IA Note) ເຊິ່ງຈຸດປະສົງ ​ແມ່ນ​ເພື່ອ​ສືບຕໍ່ ບໍາລຸງ ​ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດ ຂອງຜູ້​ທີ່ຮັບຜິດຊອບ ວຽກງານນິຕິກໍາຂອງ ຫ້ອງການ, ບັນດາ​ກົມ ​ແລະ​ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງກະສິກຳ ແລະ ປ່າໄມ້ ​ໃຫ້​ກໍາ​ແໜ້ນກົດໝາຍ ​ແລະ ນິຕິ​ກໍາ​ໃຕ້​ກົດໝາຍ, ​ເຕັກນິກ​ຂອງ​ການສ້າງ, ປັບປຸງ ​ແລະ ​ໂຄສະນາເຜີຍ​ແຜ່​ນິຕິ​ກໍາ ພ້ອມ​ທັງ​ເປັນ​ການປັບປຸງກົນ​ໄກ​ປະສານວຽກງານ​ນິຕິ​ກໍາ​ພາຍ​ໃນ​ ໃຫ້ມີປະສິດທິພາບສູງ ກວ່າເກົ່າ. ພິເສດແມ່ນເພື່ອກະກຽມຄວາມພ້ອມໃຫ້ແກ່ການ ຄົ້ນຄວ້າ, ກວດກາແລະ ສະເໜີ ສ້າງ ຫຼື ປັບ ປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການກະສິກໍາແລະ ປ່າໄມ້ເຂົ້າໃນແຜນການສ້າງແລະ ປັບປຸງກົດໝາຍ 5 ປີ (2021-2026) ຂອງສະພາແຫ່ງຊາດຊຸດທີ IX ຊຶ່ງ​ຕ້ອງ​ໄດ້​ສະ​ເໜີຜ່ານ ກະຊວງ​ຍຸຕິ​ທໍາ ສັງ​ລວມລາຍ​ງານ​ລັດຖະບານ ກ່ອນ​ສະ​ເໜີ​ໄປ​ຍັງ​ ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ປີ 2019 ຕາມ​ທີ່​ໄດ້​ກໍານົດ​ໄວ້​​ໃນ​ມາດຕາ 20 ​ແລະ 22 ຂອງ​ກົດໝາຍວ່າ​ດ້ວຍ​ການ​ສ້າງ​ນິຕິ​ກໍາ ​ເລກທີ 19/ສພຊ, ລົງ​ວັນ​ທີ 12 ກໍລະກົດ 2012.

Legislation and Legislative Affairs Committee Supports Legislation for Agriculture and Forestry in Oudomxay and Champasak Province, 19-30 August 2019

​ໃນ​ລະຫວ່າງ​ວັນ​ທີ 19-30 ສິງຫາ 2019 ພະ​ແນ​ກນິຕິ​ກໍາ ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ ກະຊວງ​ກະສິກໍາ ແລະ​ປ່າ​ໄມ້ ​ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ 02 ​ແຂວງ​ ຄື: ແຂວງ​ອຸດົມ​ໄຊ ​ແລະ​ແຂວງ​ຈໍາປາ​ສັກ ​(ແຂວງ​ອຸດົມ​ໄຊ ນຳພາ​ໂດຍ ທ່ານ ສົມ​ໄຊ ສີ​ຊາ​ນົນ ຄະນະ​ພັກ​ກະຊວງ,​​ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ) ​ແລະ (​ແຂວງ​ຈຳປາ​ສັກ ນຳພາ​ໂດຍ ທ່ານ ປອ  ທັດ​ສະກາ ສະພັງ​ທອງ ຄະນະ​ໜ່ວຍ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ນິຕິ​ກໍາ, ຜູ້​ຊີ້​ນໍາ​ພະ​ແນ​ກ ນິຕິ​ກໍາ), ມີ​ຄະນະ​ພະ​ແນ​ກ, ຜູ້ຕາງໜ້າ​ຈາກ​ຫ້ອງການ, ຂະ​ແໜງ​, ກອງ ​ແລະ​ສູນ ທີ່​ຂຶ້ນ​ກັບ​ພະ​ແນ​ກກະສິກໍາ ​ແລະ​ປ່າ​ໄມ້​ແຂວງ ​ເຂົ້າ​ຮ່ວມ 50 ກວ່າ​ທ່ານ.

ຈຸດປະສົງ​ຂອງ​ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ​ນິຕິ​ກໍາ​ໃຕ້​ກົດໝາຍ ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ບັນດາ​ແຂວງ​ດັ່ງກ່າວ ​ໂດຍ​ສະ​ເພາະ​ການ​ສະ   ໜອງ​ຂໍ້​ມູນ​ດ້ານ​ນິຕິ​ກໍາ ຈາກ​ສູນ​ກາງຫາ​ທ້ອງ​ຖິ່ນ ຂອງ​ບັນດາ​ກົມ​ວິຊາ​ການ​ກ່ຽວຂ້ອງ, ການຈັດ​ຕັ້ງ​ປະຕິບັດ, ການ​ໂຄສະນາ​ເຜີຍ​ແຜ່, ການ​ຜັນ​ຂະຫຍາຍ ​ແລະ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ​ນິຕິ​ກໍາ ​ໃຫ້​ພະ​ແນ​ກກະສິກໍາ ​ແລະ​ປ່າ​ໄມ້ຂັ້ນ​ແຂວງ ​ແລະ​ຫ້ອງການ​ກະສິກໍາ ​ແລະ​ປ່າ​ໄມ້​ຂັ້ນເມືອງ ລວມທັງ ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ​ແລະ​ບັນ​ຫາ​ຕ່າງໆ​ທີ່​ສະ​ເໜີ​ຂັ້ນ​ເທິງ​ປັບປຸງ​ແກ້​ໄຂ​ໃນ​ຕໍ່ໜ້າ. ນອກ​ນັ້ນ, ຍັງ​ໄດ້​ຮັບ​ຟັງ ​ແລະ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ ຫຼັກການ ​ແລະ​ຂັ້ນ​ຕອນ​ການ​ສ້າງ​ນິຕິ​ກໍາ​ຂັ້ນ​ແຂວງ (ຄໍາ​ສັ່ງ, ຂໍ້​ຕົກລົງ, ຄໍາ​ແນະ​ນໍາ ​ແລະ​ແຈ້ງ​ການ ຂອງ​ເຈົ້າ​ແຂວງ, ​ເຈົ້າ​ຄອງ​ນະຄອນຫຼວງ) ​ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ການ​ສ້າງ​ນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ, ປະກອບສ່ວນ​ໃນ​ການ​ສ້າງລັດ​ແຫ່ງ​ກົດໝາຍ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກໍາ ​ເລກທີ 19/ສພຊ, ລົງ​ວັນ​ທີ 12 ກໍ​ລະ​ກົດ 2012.

ຜ່ານ​ການ​ລົງ​ຊຸກຍູ້​ວຽກ​ງານ​ນິຕິ​ກໍາ ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ຢູ່​ທ້ອງ​ຖິ່ນໃນ​ຄັ້ງ​ນີ້ ສາມາດສັງ​ລວມ​ຕີ​ລາຄາ​ດ້ານ​ດີ-ດ້ານ​ຕັ້ງໜ້າ, ຂໍ້ຄົງຄ້າງ ​ແລະ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຊຶ່ງ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ແກ້​ໄຂ​ໃນ​ຕໍ່ໜ້າ  ​ເພື່ອ​ເຮັດ​ໃຫ້​ວຽກ​ງານນິຕິ​ກໍາ​ຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ​ປ່າ​ໄມ້ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ​ແລະການ​ປະສານ​ສົມທົບ​ກັນ​ວ່ອງ​ໄວ ​ແລະ​ມີ​ປະສິດທິພາບກວ່າ​ເກົ່າ.

                                                                                                                                                                                                                                                                                                                                 ໂດຍ: ສໍ ​ເພັດ​ສະຫວັນ

The 1st Meeting of The Council for Agricultural and Forestry Science and Technology, on 09 October 2019

ໃນວັນທີ 09 ຕຸລາ 2019, ສະ​ພາ​ວິທະຍາສາດເຕັກນິກ ກະສິກຳ ແລະ ປ່າໄມ້, ໄດ້ເປີດກອງປະຊຸມສາມັນ ຄັ້ງທີ I ປະຈຳປີ 2019 ເປັນກອງປະຊຸມ ຄັ້ງປະຖົມມະເລີກ, ທີ່ສະໂມສອນ ກະຊວງ ກະສິກຳ ແລະ ປ່າໄມ້. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ທັງເປັນ ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້. ຊຶ່ງຜູ້ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 10 ທ່ານ ທີ່ປະກອບດ້ວຍສາມະຊິກສະພາວິທະຍາສາດ ກປ 24 ທ່ານ, ຍິງ 3 ທ່ານ ໂດຍມີວຸດທິ ປອ : 18 ທ່ານ, ຍິງ 2 ; ປທ : 6 ທ່ານ, ຍິງ 1 ; ມີຜູ້ຕາງໜ້າຈາກຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ຕາງໜ້າຈາກບັນດາຫ້ອງການ, ກົມ, ສະຖາບັນ, ໂຮງຮຽນວິທະຍາໄລ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳ (ຮອງປະທານ ສະພາວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້) ໄດ້ກ່າວຈຸດປະສົງ: ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງເຄື່ອນໄຫວເພື່ອຍົກລະດັບ ການຄົ້ນຄວ້າວິທະຍາສາດເຕັກນິກກະສິກຳ ແລະ ປ່າໄມ້, ເຕັກໂນໂລຢີ, ນະວັດຕະກຳ ເຂົ້າສູ່ການນຳໃຊ້ໃນການຜະລິດ, ປຸງແຕ່ງ, ການຕະຫຼາດ ແລະ ການຄຸ້ມຄອງໃຫ້ມີປະສິດທິຜົນ, ມີນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ນັກພັດທະນາ-ຄຸ້ມຄອງ ຂອງຂະແໜງການຢ່າງຫຼາກຫຼາຍ ສາຂາວິຊາ, ທັງຂະຫຍາຍຂອບເຂດການຄົ້ນຄວ້າທົດລອງໃຫ້ກວ້າງຂວາງອອກ, ສອດຄ່ອງກັບການເຊື່ອມໂຍງດ້ານວິທະຍາສາດ-ເຕັກນິກ ແລະ ເສດຖະກິດ ກັບ ພາກພື້ນ ແລະ ສາກົນ.

ຜ່ານການດຳເນີນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ສຸມສະຕິປັນຍາ ແລະ ເອົາໃຈໃສ່ ໃນການປຶກສາຫາລື ບັນຫາຕ່າງໆ ໃນການພັດທະນາວຽກງານ ດ້ານ ວິທະຍາສາດ ເຕັກນິກ ກະສິກໍາ ແລ  ະ ປ່າໄມ້  ແລະ ການພິຈາລະນາ ຮັບຮອງບົດໂຄງການຄົ້ນຄວ້າ ກປ, ຊຶ່ງສາມາດສະຫຼຸບຜົນໄດ້ຮັບດັ່ງນີ້:

– ໄດ້ຮັບຮູ້ຂໍ້ມູນການສັງລວມບັນດານະວັດຕະກຳ ກະສິກຳ ແລະ ປ່າໄມ້ ທີ່ມີ ແລະ ໄດ້ນຳໃຊ້ ໃນຂອບເຂດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.
– ໄດ້ຮັບຟັງການສະເໜີ ກ່ຽວກັບ ການຄຸ້ມຄອງ ແລະ ຂະບວນການກວດຜ່ານໂຄງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃນສະພາວິທະຍາສາດແຫ່ງຊາດ
– ໄດ້ປຶກສາຫາລື ແລະ ພິຈາລະນາ-ຮັບຮອງບົດໂຄງການຄົ້ນຄວ້າວິທະຍາສາດຂອງຂະແໜງ ການ ຈຳນວນ 3 ໂຄງການ, ລວມງົບປະມານທັງໝົດມີ: 7000.000.000 ກີບ (ເຈັດຕື້ ກີບ) ແລະ ໄດ້ຮັບຮອງ ທັງໝົດ 3 ໂຄງການ.

ໃນຕອນທ້າຍກອງປະຊຸມ ທ່ານປະທານ ໄດ້ໃຫ້ທິດຊີ້ນຳ ແກ່ກອງປະຊຸມ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານ ສພກປ ທີເປັນອົງການຈັດຕັ້ງບໍ່ຈຳການ ແລະ ມີໜ້າທີໃນການຄົ້ນຄວ້າ-ທົດລອງ ແລະ ການປະເມີນຜົນ ການຈັດຕັ້ງປະຕິບັດນະໂຍບາຍ, ການນໍາໃຊ້ ວິທະຍາສາດເຕັກນິກ ໃນວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອສະເໜີທາງເລືອກໃນການປັບປຸງ ຫຼື ຍົກເລີກການນໍາໃຊ້; ພິຈາລະນາ ແລະ ຮັບຮອງ ການນໍາເອົາຜົນສຳເລັດທາງດ້ານວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ, ນະວັດຕະກໍາ ໃນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ ກະສິກໍາ-ປ່າໄມ້ ທີ່ກ້າວໜ້າຂອງໂລກ ມານໍາໃຊ້ໃຫ້ເໝາະສົມກັບສະພາບຄວາມເປັນຈິງ ຂອງ ສປປ ລາວ; ພິຈາລະນາ ສະເໜີບັນດາຜົນການຄົ້ນຄວ້າໃນວຽກງານ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຂຶ້ນທະບຽນລິຂະສິດ ນໍາພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການປົກປ້ອງຊັບສິນທາງປັນຍາຂອງຜູ້ຄົ້ນຄວ້າ.

ໂດຍ: ແສງສຸລີ ກົມມະເມືອງ

ຮູບພາບເພີ່ມເຕີມ

Japan Study Tour with JICA

ການເຂົ້າຮ່ວມ ທັດສະນະສຶກສາ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ, ທີ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ, ລະຫວ່າງວັນທີ 01-07 ກັນຍາ 2019 ໂດຍພາຍໄດ້ການສະໜັບສະໜູນ ແລະ ຮ່ວມມື ຈາກອົງການ JICA (Japan International Cooperation Agency). ຈຸດປະສົງ: ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນພື້ນຖານ ດ້ານວິທີການຈັດຕັ້ງ ແລະ ພັດທະນາບັນດານະໂຍບາຍດ້ານກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ, ເຫັນວ່າມີຄວາມຈໍາເປັນ​ ແລະ ​ສຳຄັນ ໃນ​ຂອບວຽກງານ ດ້ານການພັດທະນານະໂຍບາຍຕ່າງໆ ​ແລະ ​ໃນ​ຂອບ​ການຮ່ວມ​ມື​ ກັບສາກົນ ໃນອານາຄົດ.

ອີງໃສ່ຄວາມຕ້ອງການໃນການພັດທະນາບຸກຄະລາກອນດ້ານ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຂອງກົມນະໂຍບາຍ ແລະ ນິຕິກໍາ ທີ່ອາດຈະສາມາດນໍາມາປັບປຸງນໍາໃຊ້ໃຫ້ແທດເໝາະກັບ ສປປ ລາວ. ເຊິ່ງນໍາທີມໂດຍຄະນະກົມ ພ້ອມທັງຜູ້ຕາງໜ້າຈາກບັນດາ ພະແນກ, ກອງເລຂາ ອ້ອມຂ້າງ ກົມນະໂຍບາຍ ແລະ ນິຕິກໍາ ແລະ ຜູ້ຊຽວຊານຈາກ ອົງການ JICA ເຂົ້າຮ່ວມທັງໝົດ 6 ທ່ານ ດັ່ງລາຍຊື່ລຸ່ມນີ້:

 

  1. ທ່ານ ປອ. ທັດສະກາ ສະພັງທອງ ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ
  2. ທ່ານ ປອ. ພັນໄຊ ອີງໄຊ ຫົວໜ້າພະແນກນິຕິກໍາ
  3. ທ່ານ ປອ. ວົງປະພັນ ມະນີວົງ ຫົວໜ້າພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ
  4. ທ່ານ ສຸນີ ພົມດວງສີ           ຮອງຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ
  5. ທ່ານ ແສງສຸລີ ກົມມະເມືອງ ວິຊາການ ກອງເລຂາສະພາວິທະຍາສາດເຕັກນິກ ກປ
  6. ທ່ານ Kameya Mitsuru ຜູ້ຊ່ຽວຊານ ອົງການ JICA

ໃນການທັດສະນະສຶກສາໃນຄັ້ງນີ້ແມ່ນໄດ້ໄປຢ້ຽມຢາມພົບປະແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວຂ້ອງໃນ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ 10 ພາກສ່ວນຄື:

  1. ໄດ້ເຂົ້າຢ້ຽມຢາມກົມພັດທະນາຊົນນະບົດຂອງອົງການ JICA;
  2. ຢ້ຽມຢາມ ແລະ ແລກປ່ຽນ ກັບສະມາຊິກ ສະພານະໂຍບາຍດ້ານສະບຽງອາຫານ, ກະສິກໍາ ແລະ ພັດທະນາຊົນນະບົດ, ໂດຍທ່ານ ສຈ. Nakashima ທີ່ມະຫາວິທະຍາໄລໂຕກຽວ;
  3. ຢ້ຽມຢາມ ແລະ ແລກປ່ຽນ ທີ່ສະຖາບັນຄົ້ນຄວ້ານະໂຍບາຍ (PRIMAFF-Policy Reearch Ibstitute, Ministry of Agriculture, Forestry and Fisheries);
  4. ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກແຜນການນະໂຍບາຍ ເປັນພະແນກທີ່ເປັນກອງເລຂາໃຫ້ລັດຖະມົນຕີ;
  5. ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກນິຕິກໍາ;
  6. ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ;
  7. ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການ ຈັດການດ້ານການກະສິກໍາ ເຂດຄານໂຕ້, ເມືອງ ໄຊຕາມະ (Kanto Regional Agriculture Administion office, MAFF, Saitama City);
  8. ຢ້ຽມຢາມ ພື້ນທີ່ການຜະລິດ ໝາກໄມ້ (ໝາກເລີແຊັ້ງ) ຂອງ ຟູກູໂຢຊິ, ໃນເຂດເມືອງ ຢາມານາຊິ (Fukuyoshi Orchard, Yamanashi city);
  9. ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການຄຸ້ມຄອງຂອງ ແຂວງ ຢາມານາຊິ;
  10. ຢ້ຽມຊົມ ສ່ວນໝາກໄມ້ຂອງ ມາລູຊ້າຟູດ, ເມືອງ ຟືຟູກິ (Marusa Fruit Furuya Orchard, Fuefuki City).

ຜົນໄດ້ຮັບຈາກການທັດສະນະສຶກສາ:

  • ໄດ້ເຂົ້າໃຈ ກ່ຽວກັບ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ.
  • ເຂົ້າໃຈ ກ່ຽວກັບ ການກໍານົດນະໂຍບາຍພື້ນຖານໃນກົດໝາຍ ແລະ ຂະບວນການໃນການພັດທະນາ ແລະ ຜັນຂະຫຍາຍນະໂຍບາຍຂອງແຕ່ລະຂະແໜງການ.
  • ການຄົ້ນຄວ້າບັນດານະໂຍບາຍຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບຮອງ ແລະ ໃຊ້ເປັນຂໍ້ມູນອ້າງອີງໃຫ້ ສະພານະໂຍບາຍ ໃນການພິຈາລະນາປັບປຸງ ແລະ ສ້າງນະໂຍບາຍ.
  • ການພັດທະນານະໂຍບາຍຂອງປະເທດຍີ່ປຸ່ນ ແມ່ນອີງໃສກົດໝາຍພື້ນຖານ ເຊິ່ງໃນກົດໝາຍພື້ນຖານ ໄດ້ລະບຸ ກອບນະໂຍບາຍພື້ນຖານໄວ້ ພ້ອມທັງມີແຜນພື້ນຖານໃນການພັດທະຍານະໂຍບາຍ ແລະ ຍຸດທະສາດຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ງ່າຍ ແລະ ເອກະພາບກັນ.
  • ການສົ່ງເສີມ ແລະ ການຈັດຕັ້ງປະຕິບັດນະໂຍບາຍຂອງ ປະເທດຍີ່ບຸ່ນ ແມ່ນມີໜ່ວຍງານທີ່ສາມາດຮັບຜິດຊອບໃນແຕ່ລະຂັ້ນເປັນລະບົບສອດຄ່ອງ ແລະ ປະຊາຊົນສາມາດເຂົ້າເຖິງນະໂຍບາຍໄດ້ງ່າຍ ໃນການຈັດຕັ້ງປະຕິບັດ ທີ່ມີປະສິດທິຜົນ.

ຮູບພາບເພີ້ມເຕີມ

ພາບ ແລະ ຂ່າວໂດຍ: ແສງສຸລີ ກົມມະເມືອງ

The Council for Agriculture and Forestry Science and Technology. on May 13, 2019, at the 111 meeting rooms of the Ministry of Agriculture and Forestry.

ກອງ​ປະຊຸມ ແມ່ນຈັດຂຶ້ນໂດຍ ກົມນະໂຍບາຍ ແລະ ແລະ ນິຕິກໍາ, ໄດ້​ເປີດ​ຂື້ນ​ໃນຕອນ​ບ່າຍ ​ເວລາ 13:30 ຂອງ​ວັນ​ທີ 13 ພຶດສະພາ 2019, ທີ່​ຫ້ອງປະຊຸມ 111 ຫ້ອງການ ກະ​ຊ​ວງ ກະສິກໍາ ແລະ ປ່າ​ໄມ້, ​ໂດຍ​ການເປັນ​ປະທານ ​ຂອງ​ ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້. ມີສະມາຊິກ ສພກປ 24 ຄົນ, ຍິງ 2 ຄົນ, ລວມຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ 32 ​ທ່ານ, ຍິງ 4 ທ່ານ, ຊຶ່ງ​ຕ່າງ​ໜ້າ​ມາ​ຈາກ​ບັນ​ດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ກອງເລຂາ ແລະ ແຂກທີ່ຖືກເຊີນ ອ້ອມ​ຂ້າງ​ກະຊວງ ກະສິກໍາ ແລະ ປ່າໄມ້​. ຈຸດປະສົ່ງ: ເພື່ອ​ເຜີຍ​ແຜ່ຂໍ້​ຕົກ​ລົງແຕ່ງ​ຕັ້ງ​​ປະ​ທານ/ຮອງ​ປະ​ທານ ແລະ ສະ​ມາ​ຊິກສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້, ສະບັບເລກທີ 0526/ກປ, ລົງວັນທີ 04 ເມ​ສາ  2019; ເພື່ອສະ​ເໜີ ສະພາບລວມການຈັດຕັ້ງປະຕິບັດວຽກ​ງານໃນໄລຍະຜ່ານມາ 2018 ແລະ ແຜນ​ການ​ເຄື່ອນ​ໄຫວ​ ຂອງ ​ກອງ​ເລ​ຂາສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ​ເພື່ອສະ​ເໜີ ​ຮ່າງເບື້ອງ​ຕົ້ນພ​າ​ລະ​ບົດ​ບາດ ຂອງ ​ສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້.ໂດຍການເປັນປະທານ ຂອງ ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ຮອງປະທານ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້, ແລະ ຮອງປະທານ ທ່ານ ສົມ​ໄຊ​ ສີ​ຊາ​ນົນ, ຫົວ​ໜ້າ ກົມນະ​ໂຍ​ບາຍ ແລະ ນິ​ຕິ​ກຳ, ກ່າວຈຸດປະສົງ ແລະ ສະພາບຄວາມເປັນມາຂອງວຽກງານ ວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້;

ກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບ ຮ່າງພ​າ​ລະ​ບົດ​ບາດ ຂອງ ​ສະ​ພາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້ ໂດຍບັນດາສະມາຊິກໄດ້ປະກອບຄໍາເຫັນໃນບາງໝວດ ແລະ ມາດຕາ ເພື່ອ ໃຫ້ພາລະບົດບາດມີຄວາມຈະແຈ້ງ, ກວມເອໄົາໜ້າວຽກທີ່ຈໍ່ເປັນ ແລະ ສາມາດປະຕິບັດໄດ້ ແລ້ວມ້ອມໃຫ້ບັນດາສະມາຊິກນໍາກັບໄປຄົ້ນຄວ້າເພີ່ມຕືມ ເພື່ອສົ່ງໃຫ້ກອງເລຂາ ສັງລວມລາຍງານໃຫ້ປະທານ ເປັນເວລາ 2 ອາທິດ. ກອງປະຊຸມດັ່ງກ່າວ ຍັງເຫັນດີເປັນເອກະພາບວ່າ ຄວນມີການຈັດກອງປະຊຸມສາມັນຂອງ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ 2 ຄັງຕໍ່ ປີ ນອກຈາກນັ້ນອາດຈະມີການຈັດກອງປະຊຸມ ຕາມສະພາບການຄວາມຈໍາເປັນ ອີງຕາມການສະເໜີຂອງແຕ່ລະພາກສ່ວນໃນການຄົ້ນຄວ້າ ວິທະຍາສາດເຕັກນິກ ກປ.

ໃນຕອນທ້າຍຂອງກອງປະຊຸມເຫັນວ່າ ການຈັດປະຊຸມ ຄວນໃຫ້ມີເຊີນບັນດາສະມາຊິກທີ່ຢູ່ທ້ອງຖິ້ນເຂົ້າຮ່ວມໃນກອງປະຊຸມໃນຄັ້ງຕໍ່ໄປ ເພື່ອສາມາດປະສານງານ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ອາດຈະມີການຈັດຕັ້ງຜູ້ປະສານງານສະເພາະໃນຂັ້ນຕ່າງໆເຊັ່ນ: ຈຸດປະສານງານລະຫວ່າງ ສະພາວິທະຍາສາດແຫ່ງຊາດ, ບັນດາກົມ, ສະຖາບັນ, ທ້ອງຖິ່ນຂອບຂ້າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ອົງການຈັດຕັ້ງຕ່າງໆ.

ຮູບພາບເພີ້ມເຕີມ

Policy Development Exchange Visit in Thailand

ພາຍຫຼັງໄດ້ຮັບທິດຊີ້ນໍາ ຈາກການນໍາກະຊວງ ກ່ຽວກັບການຮ່າງ ແລະ ພັດທະນາ ນະໂຍບາຍ ເຊິ່ງຈຳເປັນຕ້ອງມີການຖອດຖອນບົດຮຽນກັບພາກສ່ວນພາຍ  ນອກ  ເນື່ອງຈາກວ່າການຈັດຕັ້ງປະຕິບັດມີສິ່ງທ້າທາຍຫຼາຍຢ່າງ ແລະ ເພື່ອເຮັດໃຫ້ການພັດທະນາ ນະໂຍບາຍ ມີປະສິດທິພາບ ແລະ ເປັນເອກະພາບ ໃນຂະແໜງການ. ສະນັ້ນ, ໃນລະຫວ່າງວັນທີ 09 -14 ມິຖຸນາ 2019 ກົມນະໂຍບາຍ ແລະ ນິຕິກໍາ ໄດ້ປະສານສົມທົບກັບຄູ່ຮ່ວມງານ ແລະ ພາກສ່ວນ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ພາຍໃຕ້ການສະໜັບສະໜູນດ້ານ ການເງິນ ຈາກອົງກອນ FAO.

ຈຶ່ງມີໂອກາດໄດ້ໄປຖອດຖອນບົດຮຽນກ່ຽວກັບ ກົນໄກສະໜັບ ສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ຣາຊະອະນາຈັກໄທ ໂດຍມີຜູ້ເຂົ້າຮ່ວມຈຳນວນ 7 ທ່ານ ຈາກກົມນະໂຍບາຍ ແລະ ນິຕິກຳ ດັ່ງລຸ່ມນີ້:

  1. ທ່ານ ວິລະພັນ ສີຈະເລີນ, ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ;
  2. ທ່ານ ປອ. ວົງປະພັນ ມະນີວົງ, ຫົວໜ້າພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ;
  3. ທ່ານ ຄໍາລ່ຽນ ນໍລະສິງ, ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ, ກົມນະໂຍບາຍ ແລະ ນິຕິກໍາ;
  4. ທ່ານ ກິ່ງແກ້ວ ແສງສຸວັນ, ຫົວໜ້າກອງເລຂາສະພາວິທະຍາສາດ ເຕັກນິກກະສິກໍາ ແລະ ປ່າໄມ້, ກົມນະໂຍບາຍ ແລະ ນິຕິກໍາ;
  5. ທ່ານ Samm Musoke, ທີ່ປຶກສາປະຈໍາກົມນະໂຍບາຍ ແລະ ນິຕິກໍາ;
  6. ທ່ານ ເພັດສະຫວັນ ແພງພະຈັນ, ພະນັກງານວິຊາການ ພະແນກນິຕິກໍາ, ກົມນະໂຍບາຍ ແລະ ນິຕິກໍາ;
  7. ທ່ານ ນ. ສຸດາຈັນ ສີສຸລາດ, ພະນັກງານວິຊາການ ພະແນກ ນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ, ກົມນະໂຍບາຍ ແລະ ນິຕິກໍາ.

ໂດຍມີຈຸດປະສົງ ເພື່ອໄປຖອດບົດຮຽນກັບບັນດາພາກສ່ວນຕ່າງໆ ກ່ຽວກັບກົນໄກສະໜັບສະໜູນ ການພັດທະນາ ແລະ ວາງແຜນ ນະໂຍບາຍ – ຍຸດທະສາດ ດ້ານວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄື:

1. ສຳນັກງານສະພາພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ;

2. ສໍານັກງງານເສດຖະກິດການກະເສດ, ກະຊວງກະເສດ ແລະ ສະຫະກອນ;

3.ສໍານັກງານນະໂຍບາຍ ແລະ ແຜນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;

4. ສໍານັກງານອົງກອນອາຫານ ແລະ ການກະເສດ (FAO) ປະຈໍາຣາຊະອະນາຈັກໄທ;

5. ສໍານັກງານສິ່ງແວດລ້ອມສະຕ໋ອກໂຮມ (SEI);

6.ສະຖາບັນຄົ້ນຄວ້າສັງຄົມ, ມະຫາວິທະຍາໄລຈຸລາລົງກອນ;

7.ສະຖາບັນເຕັກໂນໂລຊີອາຊຽນ (AIT);

8.ສູນຄົ້ນຄວ້າ ເພື່ອຄົນ ແລະ ປ່າໄມ້;

9.ອົງກອນແມ່ຍິງ ເພື່ອການປ່ຽນແປງ ດ້ານການຈັດການກະສິກໍາ ແລະ ຊັບພະຍາກອນທໍາມະຊາດ.

ຜ່ານການໄປແລກປ່ຽນບົດຮຽນ ຢູ່ຣາຊະອະນາຈັກໄທ ບົດຮຽນນໍາບັນດາກົມນະໂຍບາຍ ທີ່ຂຶ້ນກັບກະຊວງຕ່າງໆ ສາມາດຖອດຖອນບົດຮຽນໄດ້ຄື:

  • ຂະບວນການພັດທະນານະໂຍບາຍ ແລະ ຍຸດທະສາດ;
  • ການສະໜັບສະໜຸນຂໍ້ມູນຂ່າວສານ ເພື່ອການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ;
  • ການສ້າງຂີດຄວາມສາມາດຂອງບຸກຄະລາກອນ;
  • ການຕິດຕາມ ແລະ ປະເມີນຜົນ;
  • ການຂໍອະນຸມັດແຜນງົບປະມານ ເພື່ອຈັດຕັ້ງປະຕິບັດການຄົ້ນຄວ້າ ດ້ານວຽກງານພັດທະນາ ນະໂຍບາຍ ແລະ ຍຸດທະສາດ.

ພາບ ແລະ ຂ່າວໂດຍ: ທ. ສຸລິເອກ ກິ່ງແກ້ວ