ກຸ່ມວຽກແຜນການ

  1. ຄົ້ນຄວ້າ ແລະ ຜັນຂະຫຍາຍແຜນຍຸດທະສາດ, ແຜນພັດທະນາກະສິກໍາ ແລະ ປ່າໄມ້ ໃຫ້ເປັນແຜນ ງານ, ແຜນການ ແລະ ໂຄງການລະອຽດຂອງກົມ ເພື່ອຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຮູບປະທຳ;
  2. ປະສານສົມທົບບັນດາພະແນກການພາຍໃນກົມ ແລະ ພາກສ່ວນກ່ຽວຂ້ອງ ເພື່ອສັງ​ລວມ​ແຜນ​ການ​ງົບ​ປະ​ມານໃຫ້​ເປັນ​ລະ​ບົບ​ຕໍ່​ເນື່ອງ;
  3. ສ້າງ​ບົດ​ສະ​ເໜີ​ໂຄງ​ການ​ (PCAP) ຂອງ​ພະ​ແນກ;
  4. ສັງລວມບົດສະເໜີໂຄງການ, ຕິດຕາມວຽກງານປະເມີນຜົນໂຄງການຕ່າງໆຂອງບັນດາພະແນກການພາຍໃນກົມ ໃຫ້ທັນເວລາ;
  5. ຕິດຕາມ, ປະເມີນຜົນການຈັດຕັ້ງປະຕິບັດແຜນ​ງານ, ແຜນການ, ໂຄງການລົງທຶນຂອງລັດ, ຊ່ວຍ ເຫຼືອລ້າ ແລະ ກູ້ຢືມ ຕາມໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງຕົນ
  6. ສະ​ຫລຸບແຜນງົບປະມານ ປະຈຳປີ, 9 ເດືອນ, 6 ເດືອນ, 3 ເດືອນ, ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ທັນເວລາ;
  7. ສ້າງ​ລະ​ບົບ ແລະ ເຄື່ອງ​ມື​ຮັບໃຊ້​​ບັນ​ຊີ​ຄູ່
  8. ຄຸ້ມຄອງບັນ​ຊີ ໃຫ້ຖືກຕາມລະບຽບຫຼັກການບັນ​ຊີ​ຄູ່;
  9. ຄຸ້ມຄອງຄັງ​ເງິນ​ສົດ ແລະ ເບີກຈ່າຍງົບປະມານລາຍ​ວັນ, ໃຫ້ບັນດາພະແນກການພາຍໃນກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມການຕົກລົງຂອງກົມ ບົນພື້ນຖານລະບຽບຫຼັກການ;
  10. ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດງົບປະມານ ແລະ ບັນຊີການເງິນຂອງກົມ ໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ທັນເວລາ;
  11. ສະຫຼຸບລາຍຮັບ-ລາຍຈ່າຍ ປະຈຳປີ, 9 ເດືອນ, 6 ເດືອນ, 3 ເດືອນ ແລະ ປະ​ຈຳ​ເດືອນໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ທັນເວລາ;
  12. ກະກຽມ ແລະ ສະຫຼຸບ ສູນໂມງ ບັນຊີ ງົບປະມານຂອງກົມ ໃຫ້ຖືກຕ້ອງ ແລະ ທັນເວລາ;
  13. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.