ກຸ່ມ​ວຽກບໍລິຫານ ແລະຈັດ​ຕັ້ງ

  1. ຄຸ້ມ​ຄ​ອງ​ເອ​​ກະ​ສານ​ຂາ​ອອກ-ຂາ​ເຂົ້າ, ສຳ​ເນົາ​ເກັບ​ມ້​ຽນ ແລະ​ ວຽກ​ເລ​ຂາ​ນຸ​ການ
  2. ເຂົ້າຮ່ວມ ແລະ ເຮັດບົດບັນທຶກສ່ອງແສງປະຈຳອາທິດ, ບົດສະຫຼຸບປະຈໍາເດືອນ, 03 ເດືອນ, 06 ເດືອນ, 09 ເດືອນ ແລະ ປະຈໍາປີຂອງກົມ;
  3. ສົມທົບກັບບັນດາພະແນກການພາຍໃນກົມ ແລະ ອົງການຈັດຕັ້ງມະຫາຊົນ ກະກຽມສະຖານທີ່ຈັດກອງປະຊຸມຕ່າງໆຂອງກົມ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບ ຕາມສຳນັກງານອົງການ ໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ;
  4. ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ແກ່ຄະນະ ກົມ, ພະນັກງານພາຍໃນກົມ ແລະ ບັນດາພາກສ່ວນກ່ຽວຂ້ອງ;
  5. ສົມທົບກັບດາພະແນກການພາຍໃນກົມ ເກັບກຳ, ຂຶ້ນບັນຊີຊັບສົມບັດຄົງທີ່, ບັນຊີພາຫະນະ ແລະ ອຸປະກອນຮັບໃຊ້ຂອງກົມ ເຂົ້າໃນລະບົບຖານຂໍ້ມູນ ພ້ອມທັງຕິດຕາມ, ກວດກາ ການຄຸ້ມຄອງ ແລະ ນຳໃຊ້ ໃຫ້ເປັນລະບົບ ແລະ ຖືກຕ້ອງຕາມລະບຽບການ;
  6. ຄົ້ນຄວ້າ, ສ້າງແຜນຈັດສັນດຸ່ນດ່ຽງ ແລະ ນຳສະເໜີຍຸບ, ສະສາງຊັບສິນ ທີ່ຂຶ້ນກັບກົມ ເພື່ອສະເໜີຂັ້ນເທິງພິຈາລະນາພ້ອມທັງສະຫຼຸບກວດກາສູນໂມງ, ບັນຊີຊັບສິນຂອງກົມ ຕາມກົດໝາຍ ແລະ ລະ ບຽບການ;
  7. ຕິດຕາມສັງລວມຄ່ານ້ຳປະປາ, ໄຟຟ້າ, ໂທລະສັບ, ວາລະສານ, ໜັງສືພິມ ແລະ ອື່ນໆ ເພື່ອນຳສະເໜີຂໍອະນຸມັດຊຳລະ ຕາມລະບຽບຫຼັກການ;
  8. ຊ່ວຍຄະນະພະແນກ ໃນການຄົ້ນຄວ້າ ແລະ ກຳນົດຕຳແໜ່ງງານ ຕາມລະບຽບການ ແລະ ຄໍາແນະນໍາຕ່າງໆທີ່ກ່ຽວພັນກັບວຽກງານຄຸ້ມຄອງລັດຖະກອນ;
  9. ກຳນົດລະບຽບການ, ສອບເສັງຄັດເລືອກລັດຖະກອນ, ຄົ້ນຄວ້າ ແລະ ນຳສະເໜີບັນຈຸ, ສັບຊ້ອນພະ ນັກງານ-ລັດຖະກອນ ເຂົ້າໃນແຕ່ລະຕຳແໜ່ງງານ ພາຍໃນກົມ ໃຫ້ເໝາະສົມ ເພື່ອນຳສະເໜີຂັ້ນເທິງພິຈາລະນາອະນຸມັດ;
  10. ກວດກາບັນຊີສັງລວມຈຳນວນພົນ ແລະ ຊັ້ນ-ຂັ້ນເງິນເດືອນ ຂອງພະນັກງານ-ລັດຖະກອນ ໃນແຕ່ລະງວດໃຫ້ເປັນປົກກະຕິ ແລະ ທັນຕາມກໍານົດ ເວລາທີ່ວາງໄວ້;
  11. ສັງລວມ ຕີລາຄາ ປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນພາຍໃນກົມ ເພື່ອຄົ້ນຄວ້າ ແລະ ສະເໜີຂັ້ນເທິງ ພິຈາລະນາເລື່ອນຊັ້ນ-ຂັ້ນເງິນເດືອນ, ການປະຕິບັດນະໂຍບາຍຍ້ອງຍໍ-ຊົມເຊີຍ, ປະຕິບັດວິໄນ ແລະ ນະໂຍບາຍຕ່າງໆ ຕາມກົດໝາຍ ແລະ ລະບຽບການ;
  12. ຄຸ້ມຄ້ອງສັງລວມຊີວະປະຫວັດພະນັກງານ-ລັດຖະກອນ ພ້ອມທັງກຳນົດແຜນກໍ່ສ້າງ, ບຳລຸງ, ຍົກລະດັບພະນັກງານ-ລັດຖະກອນ ໄລຍະສັ້ນ, ກາງ ແລະ ຍາວ, ການຝຶກອົບຮົມທິດສະດີການເມືອງ ແລະ ວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ;
  13. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.