ພະແນກບໍລິຫານ ແລະ ຈັດຕັ້ງ

 

ພະແນກບໍລິຫານ ແລະ ຈັດຕັ້ງ ມີໜ້າທີ່:

1. ຄຸ້ມຄອງ ເອກະສານ ເຂົ້າ-ອອກ, ວຽກພິທີການ, ວຽກເລຂານຸການ, ວຽກປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານທາງດ້ານລັດຖະການຂອງກົມ ແລະ ພົວພັນປະສານງານ ກັບພາກສ່ວນກ່ຽວຂ້ອງ;
2. ເປັນໃຈກາງໃນການຄົ້ນຄວ້າ ແລະ ສະເໜີປັບປຸງການຈັດຕັ້ງ, ຕໍາແໜ່ງງານ, ບັນຈຸ, ຊັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນກົມ ລວມທັງກົນໄກ ແລະ ແບບແຜນວິທີການເຮັດວຽກ ຂອງບັນດາພະແນກພາຍໃນກົມ ເພື່ອສະເໜີຕໍ່ຄະນະນຳຂອງກົມຕົນ ພິຈາລະນາຕາມກົດໝາຍ ແລະ ລະບຽບການ;
3. ສ້າງແຜນການ ແລະ ແຜນງົບປະມານ ພ້ອມທັງຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
4. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມ ປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ ເປັນປົກກະຕິ;
5. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.