Sharing lessons for Uses the AGT-Geo Tagging technique at Philippines

ໃນວັນທີ 16-21 ເດືອນ ກຸມພາ 2020 ທັດສະນະສຶກສາ ກ່ຽວກັບ ການນຳໃຊ້ ເຕັກນິກສ້າງແຜນທີ່ໆມີຮູບປະກອບ (AGT) ຢູ່ ໂຄງການພັດທະນາຊົນນະບົດ, ກົມກະສິກຳ, ປະເທດ ຟີລິບປິນ, ໂດຍ ໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ແລະ ວິຊາການ ຈາກບັນດາ ກົມກອງ ກ່ຽວຂ້ອງ ເຊິ່ງເລັ່ງໃຫ້ການຊຸກຍູ້ຊ່ວຍເຫຼືອຊາວນາກຸ່ມເປົ້າໝາຍໃຫ້ມີຄວາມສາມາດ ໃນການແຂ່ງຂັນຫຼາຍຂຶ້ນໃນຂອບເຂດຕ່ອງໂສ້ມູນຄ່າເພີ້ມໃຫ້ກັບຜະລິດຕະພັນກະສິກຳ. ໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ມີ4ອົງປະກອບ: (a) ປະສິດຕິພາບ ການຜະລິດກະສິກຳ ໄດ້ຮັບການປັບປຸງແລະຍືນຍົງ, (b) ເພີ້ມທະວີການຜະລິດກະສິກຳເປັນສີນຄ້າ, (c) ການຄຸ້ມຄອງ ໂຄງການ, ແລະ (d) ການຕອບໂຕ້ກັບໄພພິບັດ;

ໃນການໄປທັດສະນະສຶກສາໃນຊຸດນີ້ ມີພະນັກງານລັກ ແລະ ພະນັກງານໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ເຂົ້າຮ່ວມທັງໝົດ 16 ທ່ານ ແລະ ແຕ່ລະທ່ານກໍມາຈາກກົມ, ໜ່ວຍງານ ທີ່ເຂົ້າຮ່ວມຈັດຈັ້ງປະຕິບັດໂຄງການ, ຜູ້ເຂົ້າຮ່ວມຈາກກົມນະໂຍບາຍ ແລະ ນິຕິກໍາ ນໍາທີມໂດຍ ທ່ານ ທິບພະວົງ ອຸ່ນຫຼ້າ, ຮອງຫົວໜ້າ ກົມນະໂຍບາຍ ແລະ ນິຕິກໍາ ແລະ ທ່ານ ແສງສຸລີ ກົມມະເມືອງ, ວິຊາການ ກລສພ;

 

ຈຸດປະສົງ:

  • ເພື່ອຮຽນຮູ້ ຈາກບົດຮຽນຕົວຈິງຂອງໂຄງການພັດທະນາຊົນນະບົດປະເທດຟີລິບປິນ ໃນການນຳໃຊ້ ລະບົບການຕິດຕາມແລະບໍລິຫານຂໍ້ມູນໂຄງການຍ່ອຍ ທີ່ມີພາບ, ສຽງ, ແລະ ແຜນທີ່ ທີ່ສາມາດ ລາຍງານສະພາບຄວາມຄຶບໜ້າແລະຈຸດພິກັດຂອງກິດຈະກຳໄດ້ທັນສະພາບ ແລະ ມີຄວາມໜ້າ ເຊື່ອຖື;
  • ເພື່ອສ້າງຄວາມສາມາດໃຫ້ພະນັກງານຂອງລັດທີ່ຮ່ວມຈັດຕັ້ງປະຕິບັດໂຄງການຜະລິດເປັນສີນຄ້າ ຢູ່ ສປປ ລາວ ໃນຂັ້ນສູນກາງແລະທ່ອງຖີ່ນ;
  • ເພື່ອນຳເອົາເຕັກນິກການຕິດຕາມ AGT ມາໃຊ້ໃນວຽກງານຕິດຕາມແລະປະເມີນຜົນຂອງ ໂຄງການ ຜະລິດເປັນສີນຄ້າຢູ່ ສປປ ລາວ;

ຈີໂອແທັກກີ່ງ (AGT-Geo Tagging) ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນລະບົບ ພາຍໃຕ້ ກະຊວງກະສິກຳຂອງປະເທດ ຟີລິບປິນ, ແລະ ໄດ້ເລີ້ມພັດທະນາ ແຕ່ປີ 2009 ເປັນຕົ້ນມາ, ຈົນຮອດປີ 2014 ຈຶ່ງມີຄວາມສົມບູນຫຼາຍຂຶ້ນ. ໂປຼແກມທີ່ເອົາມາໃຊ້ໃນການພັດທະນາສ່ວນຫຼາຍ ແມ່ນ ເອົາຕາມ open sources (ຟຼີ) ປະກອບກັບ ເຄື່ອງມືຫຼັກທີ່ສຳຄັນ ເຊັ່ນ ໂທລະສັບມືຖືທີ່ສາມາດຖ່າຍພາບໄດ້ແຈ້ງ, ເຄື່ອງຄອມພີວເຕີ້, ຍົນບໍ່ມີຄົນຂັບ, ກ້ອງຖ່າຍ, ເສີບເວີ້ທີ່ມີຄວາມສາມາດບັນຈຸສູງ ແຕ່ ສິ່ງສຳຄັນ ແມ່ນ ບຸກຄະລາກອນທີ່ຈະມາຊ່ວຍຊອກຫາ ໂປຼແກມ, ມາດັດປັບ ແລະ ຕໍ່ຍອດຂໍ້ມູນ. ບຸກຄະລາກອນ ທີ່ມາຊ່ວຍ ສ້າງແລະພັດທະນາ ສ່ວນຫຼາຍ ເພີ່ນນຳໃຊ້ນັກສຶກສາຝຶກງານ ດ້ານ ຊອບແວ, ໂທລະຄົມ ມະນາຄົມ ແລະ ອຸປະກອນສື່ສານ;

ການພັດທະນາລະບົບ AGT ແມ່ນມີຫຼາຍອົງປະກອບ ເຊັ່ນ:

  1. ພັດທະນາຕົວລະບົບເອງໃຫ້ສາມາດໃຊ້ໄດ້ງ່າຍ ແລະ ສາມາດຕອບໂຈດຂອງຜູ້ບໍລິຫານໄດ້ ທັນສະພາບ
  2. ມີການພັດທະນາ ແລະ ປັບປຸງນິຕິກຳ ໄປພ້ອມກັນ ເຊັ່ນ ຄຳແນະນຳ, ຂໍ້ກຳນົດ ແລະ ຂໍ້ບັງຄັບ (ຕໍ່ມາການນຳໃຊ້ລະບົບ ແມ່ນມີຜົນບັງຄັບທາງກົດໝາຍ);
  3. ຄຳແນະນນຳດ້ານວິຊາການ ສຳລັບ ແຕ່ລະສາຍງານ ແມ່ນພັດທະນາແລະປັບປຸງໄປຄຽງຄູ່ກັນ ແລະ ຈະມີການຝຶກອົບຮົມ ໃຫ້ ທັງພະນັກງານລັດ ແລະ ຜູ້ຮັບເໝົາກໍ່ສ້າງໂຄງການຍ່ອຍ ໃຫ້ຮູ້ລາຍງານຜ່ານລະບົບນີ້;
  4. ລະບົບ AGT ຈະເຊື່ອມໂຍງກັບ ໂຄງຮ່າງການບໍລິຫານໂຄງການ ເຊັ່ນ ບົດສະເໜີໂຄງການຍ່ອຍ, ການຂຶ້ນທະບຽນໂຄງການຍ່ອຍ, ການປະມູນ/ຜູ້ຊະນະປະມູນ ທີ່ມີການຂຶ້ນທະບຽນ, ການກວດກາ ຕິດຕາມ, ການຂໍສະເໜີເບີກເງິນຂອງຜູ້ຮັບເໝົາກໍ່ສ້າງ, ການກວດກາຢັ້ງຢຶນ ກ່ອນ ການອະນຸມັດ ຈ່າຍເງິນ, ການອອກໃບຢັ້ງຢືນຜ່ານຂອງລະບົບ AGT ແລະ ການປິດໂຄງການຍ່ອຍ ພາຍຫຼັງ ປະຕິບັດ ໂຄງການຍ່ອຍສຳເລັດແລ້ວ;
  5. ຜູ້ບໍລິຫານ ໂຄງການ ກໍຄື ຄະນະຊີ້ນຳ, ນຳໃຊ້ລະບົບນີ້ ໃນການບໍລິຫານຈັດການວຽກງານບັນດາ ໂຄງການຕ່າງໆທີ່ຢູ່ພາຍໃນກະຊວງກະສິກຳຂອງປະເທດຟີລິບປິນ;

ບັນດາພະນັກງານເປົ້າໝາຍທີ່ເຂົ້າຮ່ວມທັກສະນະສຶກສາ ກ່ຽວກັບ ລະບົບຕິດຕາມທີ່ໃຊ້ ເຕັກນິກ AGT ມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ລະບົບໃນລະດັບດີ. ຫຼາຍກວ່າ 92%ຂອງຜູ້ເຂົ້າຮ່ວມ, ຢືນຢັນວ່າ ຕົນເອງສາມາດຖ່າຍທອດ ແລະ ສອນຄົນອື່ນໃຫ້ໃຊ້ລະບົບໄດ້;

ລະບົບ AGT ມີປະໂຫຍດແລະກໍເປັນເຄື່ອງມືຮັບໃຊ້ ຜູ້ບໍລິຫານໄດ້ດີ, ມີປະສິດທິພາບ ແລະ ມີປະສິດທິຜົນ;

ລະບົບ AGT ເປັນລະບົບເຊື່ອມໂຍງກັບອຳນາດຜູ້ບໍລິຫານໂດຍກົງ ໂດຍສະເພາະ ບົດສະເໜີ ໂຄງການຍ່ອຍ, ການຂຶ້ນທະບຽນໂຄງການຍ່ອຍ, ການປະມູນ/ຜູ້ຊະນະປະມູນ ທີ່ມີການຂຶ້ນທະບຽນ, ການກວດກາ ຕິດຕາມ, ການຂໍສະເໜີເບີກເງິນຂອງຜູ້ຮັບເໝົາກໍ່ສ້າງ, ການກວດກາຢັ້ງຢຶນ ກ່ອນ ການອະນຸມັດ ຈ່າຍເງິນ, ການອອກໃບຢັ້ງຢືນຜ່ານຂອງລະບົບ AGT ແລະ ການປິດໂຄງການຍ່ອຍ ພາຍຫຼັງ ປະຕິບັດ ໂຄງການຍ່ອຍສຳເລັດແລ້ວ.

 

ຂ່າວໂດຍ: ແສງສຸລີ ກົມມະເມືອງ

         

ຮູບພາບເພີ້ມເຕີມ ຄຣິກເລີຍ

Leave a Reply

Your email address will not be published. Required fields are marked *