Legal Training on the Establishment, Improving, and Dissemination of Legislative Responsibility for the Legal Offices of Offices, Departments and Institutions of the Ministry of Agriculture and Forestry IV
ກົມນະໂຍບາຍ ແລະ ນິຕິກຳ ໄດ້ຈັດຝຶກອົບຮົມເຕັກນິກ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກະສິກຳ ແລະ ປ່າໄມ້ ຄັ້ງທີ IV ຂຶ້ນ ໃນລະຫວ່າງວັນທີ 10 – 11 ຕຸລາ 2019 ທີ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍມີວິທະຍາກອນ (ອາຈານຮັບເຊີນ) ມາຈາກ 02 ກົມວິຊາການຂອງກະຊວງຍຸຕິທໍາ (ກົມກົດໝາຍ ແລະ ກົມໂຄສະນາເຜີຍແຜ່ກົດໝາຍ), ມີ ສໍາມະນາກອນຜູ້ທີ່ຮັບຜິດຊອບວຽກງານນິຕິກໍາຂອງ ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະປ່າໄມ້ ຄັ້ງທີ IV ລວມທັງໝົດ 52 ທ່ານ (ຍິງ 14 ທ່ານ).
ການຝຶກອົບຮົມໃນຄັ້ງນີ້ ປະກອບດ້ວຍ 03 ຫົວບົດໃຫ່ຍ ຄື: ເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ເຕັກນິກການສ້າງ ແລະ ປັບປຸງກົດໝາຍ ແລະ ການຂຽນບົດປະເມີນຜົນກະທົບຂອງຮ່າງ ນິຕິກຳ (IA Note) ເຊິ່ງຈຸດປະສົງ ແມ່ນເພື່ອສືບຕໍ່ ບໍາລຸງ ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດ ຂອງຜູ້ທີ່ຮັບຜິດຊອບ ວຽກງານນິຕິກໍາຂອງ ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ກໍາແໜ້ນກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ເຕັກນິກຂອງການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກໍາ ພ້ອມທັງເປັນການປັບປຸງກົນໄກປະສານວຽກງານນິຕິກໍາພາຍໃນ ໃຫ້ມີປະສິດທິພາບສູງ ກວ່າເກົ່າ. ພິເສດ ແມ່ນເພື່ອກະກຽມຄວາມພ້ອມໃຫ້ແກ່ການ ຄົ້ນຄວ້າ, ກວດກາ ແລະ ສະເໜີ ສ້າງ ຫຼື ປັບ ປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການກະສິກໍາ ແລະ ປ່າໄມ້ ເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2026) ຂອງ ສະພາແຫ່ງຊາດຊຸດທີ IX ຊຶ່ງຕ້ອງໄດ້ສະເໜີຜ່ານ ກະຊວງຍຸຕິທໍາ ສັງລວມລາຍງານລັດຖະບານ ກ່ອນສະເໜີໄປຍັງ ຄະນະປະຈໍາສະພາແຫ່ງຊາດ ໃນທ້າຍປີ 2019 ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 20 ແລະ 22 ຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ ເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012.
Leave a Reply