Japan Study Tour with JICA
ການເຂົ້າຮ່ວມ ທັດສະນະສຶກສາ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ, ທີ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ, ລະຫວ່າງວັນທີ 01-07 ກັນຍາ 2019 ໂດຍພາຍໄດ້ການສະໜັບສະໜູນ ແລະ ຮ່ວມມື ຈາກອົງການ JICA (Japan International Cooperation Agency). ຈຸດປະສົງ: ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນພື້ນຖານ ດ້ານວິທີການຈັດຕັ້ງ ແລະ ພັດທະນາບັນດານະໂຍບາຍດ້ານກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ, ເຫັນວ່າມີຄວາມຈໍາເປັນ ແລະ ສຳຄັນ ໃນຂອບວຽກງານ ດ້ານການພັດທະນານະໂຍບາຍຕ່າງໆ ແລະ ໃນຂອບການຮ່ວມມື ກັບສາກົນ ໃນອານາຄົດ.
ອີງໃສ່ຄວາມຕ້ອງການໃນການພັດທະນາບຸກຄະລາກອນດ້ານ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຂອງກົມນະໂຍບາຍ ແລະ ນິຕິກໍາ ທີ່ອາດຈະສາມາດນໍາມາປັບປຸງນໍາໃຊ້ໃຫ້ແທດເໝາະກັບ ສປປ ລາວ. ເຊິ່ງນໍາທີມໂດຍຄະນະກົມ ພ້ອມທັງຜູ້ຕາງໜ້າຈາກບັນດາ ພະແນກ, ກອງເລຂາ ອ້ອມຂ້າງ ກົມນະໂຍບາຍ ແລະ ນິຕິກໍາ ແລະ ຜູ້ຊຽວຊານຈາກ ອົງການ JICA ເຂົ້າຮ່ວມທັງໝົດ 6 ທ່ານ ດັ່ງລາຍຊື່ລຸ່ມນີ້:
- ທ່ານ ປອ. ທັດສະກາ ສະພັງທອງ ຮອງຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ
- ທ່ານ ປອ. ພັນໄຊ ອີງໄຊ ຫົວໜ້າພະແນກນິຕິກໍາ
- ທ່ານ ປອ. ວົງປະພັນ ມະນີວົງ ຫົວໜ້າພະແນກນະໂຍບາຍ ເສດຖະກິດ-ສັງຄົມ ແລະ ການຕະຫຼາດ
- ທ່ານ ສຸນີ ພົມດວງສີ ຮອງຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ
- ທ່ານ ແສງສຸລີ ກົມມະເມືອງ ວິຊາການ ກອງເລຂາສະພາວິທະຍາສາດເຕັກນິກ ກປ
- ທ່ານ Kameya Mitsuru ຜູ້ຊ່ຽວຊານ ອົງການ JICA
ໃນການທັດສະນະສຶກສາໃນຄັ້ງນີ້ແມ່ນໄດ້ໄປຢ້ຽມຢາມພົບປະແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວຂ້ອງໃນ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ 10 ພາກສ່ວນຄື:
- ໄດ້ເຂົ້າຢ້ຽມຢາມກົມພັດທະນາຊົນນະບົດຂອງອົງການ JICA;
- ຢ້ຽມຢາມ ແລະ ແລກປ່ຽນ ກັບສະມາຊິກ ສະພານະໂຍບາຍດ້ານສະບຽງອາຫານ, ກະສິກໍາ ແລະ ພັດທະນາຊົນນະບົດ, ໂດຍທ່ານ ສຈ. Nakashima ທີ່ມະຫາວິທະຍາໄລໂຕກຽວ;
- ຢ້ຽມຢາມ ແລະ ແລກປ່ຽນ ທີ່ສະຖາບັນຄົ້ນຄວ້ານະໂຍບາຍ (PRIMAFF-Policy Reearch Ibstitute, Ministry of Agriculture, Forestry and Fisheries);
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກແຜນການນະໂຍບາຍ ເປັນພະແນກທີ່ເປັນກອງເລຂາໃຫ້ລັດຖະມົນຕີ;
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກນິຕິກໍາ;
- ຢ້ຽມຢາມ ແລະ ແລກປ່ຽນ ກັບພະແນກ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ;
- ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການ ຈັດການດ້ານການກະສິກໍາ ເຂດຄານໂຕ້, ເມືອງ ໄຊຕາມະ (Kanto Regional Agriculture Administion office, MAFF, Saitama City);
- ຢ້ຽມຢາມ ພື້ນທີ່ການຜະລິດ ໝາກໄມ້ (ໝາກເລີແຊັ້ງ) ຂອງ ຟູກູໂຢຊິ, ໃນເຂດເມືອງ ຢາມານາຊິ (Fukuyoshi Orchard, Yamanashi city);
- ຢ້ຽມຢາມ ແລະ ແລກປ່ຽນ ຫ້ອງການຄຸ້ມຄອງຂອງ ແຂວງ ຢາມານາຊິ;
- ຢ້ຽມຊົມ ສ່ວນໝາກໄມ້ຂອງ ມາລູຊ້າຟູດ, ເມືອງ ຟືຟູກິ (Marusa Fruit Furuya Orchard, Fuefuki City).
ຜົນໄດ້ຮັບຈາກການທັດສະນະສຶກສາ:
- ໄດ້ເຂົ້າໃຈ ກ່ຽວກັບ ຂະບວນການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຢູ່ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຂອງປະເທດຍີ່ປຸ່ນ.
- ເຂົ້າໃຈ ກ່ຽວກັບ ການກໍານົດນະໂຍບາຍພື້ນຖານໃນກົດໝາຍ ແລະ ຂະບວນການໃນການພັດທະນາ ແລະ ຜັນຂະຫຍາຍນະໂຍບາຍຂອງແຕ່ລະຂະແໜງການ.
- ການຄົ້ນຄວ້າບັນດານະໂຍບາຍຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບຮອງ ແລະ ໃຊ້ເປັນຂໍ້ມູນອ້າງອີງໃຫ້ ສະພານະໂຍບາຍ ໃນການພິຈາລະນາປັບປຸງ ແລະ ສ້າງນະໂຍບາຍ.
- ການພັດທະນານະໂຍບາຍຂອງປະເທດຍີ່ປຸ່ນ ແມ່ນອີງໃສກົດໝາຍພື້ນຖານ ເຊິ່ງໃນກົດໝາຍພື້ນຖານ ໄດ້ລະບຸ ກອບນະໂຍບາຍພື້ນຖານໄວ້ ພ້ອມທັງມີແຜນພື້ນຖານໃນການພັດທະຍານະໂຍບາຍ ແລະ ຍຸດທະສາດຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ງ່າຍ ແລະ ເອກະພາບກັນ.
- ການສົ່ງເສີມ ແລະ ການຈັດຕັ້ງປະຕິບັດນະໂຍບາຍຂອງ ປະເທດຍີ່ບຸ່ນ ແມ່ນມີໜ່ວຍງານທີ່ສາມາດຮັບຜິດຊອບໃນແຕ່ລະຂັ້ນເປັນລະບົບສອດຄ່ອງ ແລະ ປະຊາຊົນສາມາດເຂົ້າເຖິງນະໂຍບາຍໄດ້ງ່າຍ ໃນການຈັດຕັ້ງປະຕິບັດ ທີ່ມີປະສິດທິຜົນ.
ພາບ ແລະ ຂ່າວໂດຍ: ແສງສຸລີ ກົມມະເມືອງ
Leave a Reply