Stakeholder Consultation Workshop Towards Improved Farm To Market Linkages Through Contract Farming In Lao PDR: A Proposed Roadmap

        ໃນຄັ້ງ ວັນທີ 23 ເມສາ 2019 ເວລາ 8:30 ໂມງ ທີ່ໂຮງແຮມລາວພຮາຊາ ກົມນະໂຍບາຍ ແລະ ນິຕິກໍາ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືກຳນົດທິດທາງ-ໄລຍະການປັບປຸງກົນໄກການຊຸກຍູ້ການຜະລິດກະສິກຳ ພາຍໃຕ້ຂໍ້ຜູກພັນສັນຍາ ໃຫ້ມີຄວາມສອດຄ່ອງ ແລະ ປະຕິບັດໄດ້ຢ່າງເປັນຮູບປະທຳ ໄດ້ຈັດຂຶ້ນໃນ ໂດຍການເປັນປະທານຮ່ວມຂອງ ທ່ານ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ Nasar Muhammad Hayat ຜູ້ຕາງໜ້າອົງການ FAO ປະຈຳລາວ; ມີຫ້ອງການກະຊວງຍຸຕິທໍາ, ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ສູນຄົ້ນຄວ້າສັງຄົມ-ເສດຖະກິດ ແລະ ນະໂຍບາຍ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີປຸ່ນ ມະຫາວິທະຍາໄລແຫ່ງຊາດ, ກົມແຜນການ ແລະ ການເງິນ ກະຊວງ ກປ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາພະແນກອ້ອມຂ້າງກົມນະໂຍບາຍ ແລະ ນິຕິກໍາ, ທະນາຄານໂລກ, ທະນາຄານພັດທະນາອາຊີ ປະຈໍາລາວ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການດ້ານການຜະລິດອື່ນໆ ເຂົ້າຮ່ວມລວມທັງໝົດ 38 ທ່ານ, ຍິງ 10 ທ່ານ.
ຈຸດປະສົງກອງປະຊຸມເພື່ອເພື່ອປຶກສາຫາລືກຳນົດທິດທາງ-ໄລຍະການປັບປຸງກົນໄກການຊຸກຍູ້ການຜະລິດກະສິກຳ ພາຍໃຕ້ຂໍ້ຜູກພັນສັນຍາ ໃຫ້ມີຄວາມສອດຄ່ອງ ແລະ ປະຕິບັດໄດ້ຢ່າງເປັນຮູບປະທຳ. ກອງປະຊຸມຄັ້ງນີ້ ແມ່ນໄດ້ດຳເນີນເປັນ 3 ວາລະໃຫຍ່ ຄື: ວາລະທີ່ 1: ນໍາສະເໜີຜົນການສຶກສາ ແລະ ທົບທວນການຈັດຕັ້ງປະຕິບັດການຜະລິດກະສິກໍາ ພາຍໃຕ້ຂໍ້ຜູກພັນສັນຍາ (Contract Farming) ຢູ່ ສປປ ລາວ. ການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ດ້ວຍຮູບແບບຂໍ້ຜູກພັນສັນຍາ ຢູ່ ສປປ ລາວ ເພື່ອເຊື່ອມໂຍງຊາວກະສິກອນຢູ່ເຂດຊົນນະບົດເຂົ້າເຖີງຕະຫຼາດ ສາມາດສະຫຼຸບບັນຫາ, ສິ່ງທ້າທ້າຍ, ຂໍ້ຄົງຄ້າງ ແລະ ໂອກາດ ທີ່ສໍາຄັນໃນການຈັດຕັ້ງປະຕິບັດ ເຊັ່ນ:

1) ການຈັດຕັ້ງປະຕິບັດການຜະລິດແບບຂໍ້ຜູກພັນສັນຍາ ໄດ້ສົ່ງຜົນກະທົບມີທັງທາງບວກ ແລະ ທາງລົບ (ມີລາຍຮັບຕົວຈິງ ແຕ່ຄວາມສາມາດຕໍ່ລອງຕ່ຳ, ຄວາມຮັບຮູ້ດ້ານເຕັກນິກ ແລະ ການຕະຫຼາດ ຖືກຈຳກັດ, ພື້ນທີ່ດິນຜະລິດ ແລະ ສະພາບແວດລ້ອມເຊື່ອມຄຸນນະພາບ);
2) ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະກະຊວງທີ່ກ່ຽວຂອງຍັງບໍ່ແຈ້ງ;
3) ເຄື່ອງມືທາງດ້ານກົດຫມາຍ ແລະ ນິຕິກໍາທີ່ມີຢູ່ໃນປະຈຸບັນ ບໍ່ກວມເອົາຂົງເຂດການຜະລິດກະສິກໍາ ແບບມີຂໍ້ຜູກພັນສັນຍາ;
4) ຍັງມີຄວາມຫຍຸ້ງຍາກ ໃນຂັ້ນຕອນການດໍາເນີນທຸລະກິດກ່ຽວກັບການຜະລິດກະສິກໍາແບບຂໍ້ຜູກພັນສັນຍາ;
5) ບໍ່ມີການຕິດຕາມ ແລະ ການປະເມີນຜົນການປະຕິບັດ ລວມທັງຜົນກະທົບຂອງຂໍ້ຜູກພັນສັນຍາໃນການຜະລິດກະສິກໍາ;
6) ຍັງຂາດນະໂຍບາຍສະໜັບສະໜູນ ການດໍາເນີນທຸລະກິດກ່ຽວກັບ ການຜະລິດກະສິກຳແບບຜູກພັນສັນຍາ ແລະ ບັນຫາອື່ນໆ; ວາລະທີ່ 2: ທິດທາງການພັດທະນາການຜະລິດກະສິກຳແບບຂໍ້ຜູກພັນສັນຍາ ຢູ່ ສປປ ລາວ, ຈາກບັນຫາ, ສິ່ງທ້າທ້າຍ, ຂໍ້ຄົງຄ້າງ ແລະ ໂອກາດ ທີ່ສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດກໍານົດເປັນທິດທາງການພັດທະນາ ໃນ 5 ຂົງເຂດ ກວມເອົາ 17 ໜ້າວຽກ ໂດຍມີ 28 ທາງເລືອກ ໃນການຈັດຕັ້ງປະຕິບັດ; ວາລະທີ່ 3: ຜ່ານການສົນທະນາ, ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນແບບກົງໄປກົງມາ, ສ້າງສັນ ຂອງບັນດາຜູ້ແທນຈາກຫຼາຍພາກສ່ວນ ອົງການຈັດຕັ້ງພາກລັດ, ເອກະຊົນ ແລະ ການຈັດຕັ້ງສາກົນ ຊຶ່ງລ້ວນແລ້ວແຕ່ແມ່ນຜູ້ທີ່ມີບົດຮຽນ ແລະ ປະສົບການຕົວຈິງ ໃນວຽກງານຊຸກຍູ້ການຜະລິດກະສິກຳແບບຂໍ້ຜູກພັນສັນຍາ ເພື່ອຊອກໄດ້ທິດທາງການປັບປຸງ, ການພັດທະນາວຽກງານດັ່ງກ່າວ ໃຫ້ມີຄວາມສອດຄ່ອງ, ເກີດປະໂຫຍດກັບທຸກຝ່າຍ, ຄຸ້ມຄອງໄດ້ຢ່າງ ເອກະພາບ. ກອງປະຊຸມເຫັນດີເປັນເອກະພາບຮັບຮອງວ່າ: ໃນ ສປປ ລາວ ຕ້ອງພັດທະນາປັບປຸງ ໃນ 5 ຂົງເຂດ 17 ໜ້າວຽກ ໂດຍມີ 28 ທາງເລືອກ ໃນການຈັດຕັ້ງປະຕິບັດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ ແລະ ບໍລິສັດ ຕ້ອງໄດ້ເຂົ້າມາມີສ່ວນຮ່ວມໃນວຽກງານ ດັ່ງກ່າວ ດ້ວຍຄວາມຮັບຜິດຊອບແທ້ໆ.

            ໃນວະລະສຸດທ້າຍ ໄດ້ມີການປະເມີນ ຕີລາຄາຜົນກອງປະຊຸມ ເຫັນໄດ້ 3 ດ້ານ ຄື: (1) ການນໍາກະຊວງ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສັນຍາການຜະລິດກະສິກໍາ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊຸກຍູ້ການຜະລິດເປັນສິນຄ້າ ແລະ ການສົ່ງເສີມການລົງທຶນຈາກຕ່າງປະເທດ, ເປັນ ຕົ້ນ ແມ່ນສົ່ງເສີມການປູກພືດ, ໄມ້ອຸດສະຫະກຳເປັນສິນຄ້າ ແລະ ການລ້ຽງສັດໃຫຍ່ເປັນສິນຄ້າ ຊຶ່ງເປັນບ່ອນອີງ ແລະ ທິດທາງໃຫ້ແກ່ຜູ້ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດວຽກງານ; (2) ຄະນະຮັບຜິດຊອບ ໄດ້ມີການກະກຽມດີ ໂດຍມີການແບ່ງຄວາມຮັບຜິດຊອບວຽກພາຍໃນ ລະອຽດຈະແຈ້ງ; (3) ວິທະຍາກອນ ທີ່ນຳສະເໜີຜົນການສຶກສາທົບທວນ ແມ່ນເປັນຜູ້ຊ່ຽວຊານຈາກອົງການ FAO ກໍ່ໄດ້ໃຫ້ກຽດມາສະເໜີບົດຕາມກຳນົດເວລາ ພ້ອມທັງໃຫ້ການຊີ້ແຈງບັນຫາທີ່ຜູ້ແທນໄດ້ຍົກຂຶ້ນລະອຽດພໍສົມຄວນ ໃນການປຶກສາແລກປ່ຽນສົນທະນາຢ່າງກົງໄປກົງມາ ໂດຍສົມທຽບກັບການຈັດ ຕັ້ງປະຕິບັດຕົວຈິງ ເພາະເຫັນວ່າການຜະລິດກະສິກຳແບບຜູກພັນສັນຍາ ມີສາຍກ່ຽວພັນລະຫວ່າງຜູ້ຜະລິດ, ເຄື່ອງມື, ພາຫະນະການຜະລິດ, ຜູ້ປະກອບການ ຫຼື ຜູ້ລົງທຶນ ແລະ ຕະຫຼາດ. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນໃຫ້ດີຂື້ນເປັນກ້າວໆ.

 

Leave a Reply

Your email address will not be published. Required fields are marked *